ຊາວບ້ານໃນແຄວ້ນແຄັສເມຍຢ່າງໜ້ອຍສີ່ຄົນໄດ້ເສຍຊີວິດ
ແລະອີກຫລາຍຄົນໄດ້ຮັບບາດເຈັບ ເວລາການສູ້ລົບກັນລະ
ເບີດຂື້ນໃນຄືນແລ້ວນີ້ ລະຫວ່າງກຳລັງທະຫານອິນເດຍ ແລະ
ປາກິສຖານ ຢູ່ໃນພາກເໜືອຂອງແຄວ້ນດັ່ງກ່າວ ທີ່ຍັງ ເປັນ
ບັນໂຕ້ຖຽງກັນນັ້ນ. ບັນດາເຈົ້າໜ້າທີ່ທະຫານກ່າວວ່າ ສອງ
ຄົນທີ່ເສຍຊີວິດໄປ ແມ່ນຢູ່ໃນເຂດຂອງອິນເດຍ ແລະອີກສອງ
ຄົນຢູ່ໃນເຂດປາກິສຖານ.
ປະເທດທັງສອງ ຕ່າງກໍຖິ້ມໂທດໃສ່ກັນແລະກັນວ່າ ເປັນຜູ້ເລີ້ມ
ການສູ້ລົບກ່ອນຊຶ່ງຍັງດຳເນີນຢູ່ຕໍ່ມາ ຢູ່ໃນບາງເຂດ ໃນຕອນ
ເຊົ້າວັນເສົາມື້ນີ້.
ຄວາມເຄັ່ງຕຶງໄດ້ເພີ້ມທະວີຂື້ນໃນຕົ້ນອາທິດນີ້ ເວລາອິນເດຍໄດ້ຍົກເລີກການເຈລະ
ຈາກັບປາກິສຖານ ທີ່ໄດ້ລໍຖ້າມາດົນນານແລ້ວນັ້ນ ໂດຍອ້າງການພົບປະ ທີ່ນະຄອນ
ຫຼວງນິວເດລີ ລະຫວ່າງເອກອັກຄະລັດຖະທູດປາກິສຖານປະຈຳອິນເດຍ ແລະພວກ
ແບ່ງແຍກດິນແດນໃນແຄວ້ນແຄັສເມຍ.
ປາກິສຖານກ່າວເຖິງການຕັດສິນໃຈຂອງອິນເດຍ ທີ່ຍົກເລີກການເຈລະຈານັ້ນວ່າ
ເປັນບາດກ້າວ “ຖອຍຫລັງ” ໂດຍເວົ້າວ່າ ມັນເປັນການປະຕິບັດທີ່ມີມາດົນນານແລ້ວ
ໃນການພົບປະກັບບັນດາຜູ້ນຳຈາກແຄວ້ນແຄັສເມຍ ກ່ອນໜ້າການເຈລະຈາ ລະ
ຫວ່າງອິນເດຍແລະປາກິສຖານ ເພື່ອເຮັດໃຫ້ການສົນທະນາກັນມີຄວາມໝາຍ ກ່ຽວ
ກັບການແກ້ໄຂບັນຫາແຄວ້ນແຄັສເມຍ.
ແຄວ້ນແຄັສເມຍຖືກແບ່ງ ລະຫວ່າງອິນເດຍແລະປາກິສຖານ ແລະທັງສອງປະເທດ
ຕ່າງກໍອ້າງວ່າ ຂົງເຂດທີ່ຕັ້ງຢູ່ເທິງພູຫິມະໄລດັ່ງກ່າວເປັນຂອງຕົນທັງໝົດ.
ປະເທດທັງສອງ ໄດ້ເຮັດສົງຄາມສູ້ລົບກັນມາສາມເທື່ອແລ້ວ ນັບຕັ້ງແຕ່ໄດ້ຮັບ ເອກ
ກະລາດຈາກອັງກິດ ໃນປີ 1947 ສອງຄັ້ງແມ່ນຍ້ອນແຄວ້ນແຄັສເມຍ.