ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສີ່ຄົນ ເສຍຊີວິດ ຍ້ອນການ ຍິງສັງຫານ ທີ່ລັດ ຄາລີຟໍເນຍ (ວີດີໂອ)


ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງກໍາລັງນໍາພາ ພວກເດັກນ້ອຍນັກຮຽນ ທີ່ພາກັນໄປຢ້ຽມຢາມ ອອກຈາກ ມະຫາວິທະຍາໄລ Santa Monica.
ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງກໍາລັງນໍາພາ ພວກເດັກນ້ອຍນັກຮຽນ ທີ່ພາກັນໄປຢ້ຽມຢາມ ອອກຈາກ ມະຫາວິທະຍາໄລ Santa Monica.
ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ
ສະຫະລັດ ກ່າວ​ວ່າ ມື​ປືນ​ຄົນ​ນຶ່ງທີ່​ຕິດ​ອາວຸດເຕັມ​ອັດຕາ ​ໄດ້​ສັງ
ຫານ​ຢ່າງ​ໜ້ອຍ 4 ຄົນ ໃນ​ວັນ​ສຸກ​ວານ​ນີ້ ທີ່​ເມືອງ Santa
Monica ກ່ອນ​ລາວ​ຈະ​ຖືກ​ເຈົ້າໜ້າ​ທີ່​ຍິງ​ຕາຍ​ຢູ່​ໃນ​ຫ້ອງ​ສະມຸດ​
ຂອງມະຫາວິທະຍາ​ໄລ​ໃນ​ເຂດທ້ອງ​ຖິ່ນ.

ນາຍ​ຈ່າ​ຕໍາຫລວດ ​ເມືອງ Santa Monica ທ່ານ Richard
Lewis ​ໄດ້ປ່ຽນ​ຈໍານວນຜູ້​ເສຍ​ຊີວິດ ​ໃນກອງປະຊຸມຖະ​ແຫຼງ
ຂ່າວ ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້. ​ກ່ອນ​ໜ້ານັ້ນ ເຈົ້າໜ້າ​ທີ່​
ຕໍາຫລວດ ເວົ້າວ່າ ມື​ປືນ​ໄດ້​ສັງຫານ 6 ຄົນ.

ທ່ານ Lewis ກ່າວ​ວ່າ ພວກ​ພະນັກງານໂຮງໝໍ​ກໍາລັງ​ປີ່​ນປົວ
ຜູ້​ໄດ້​ຮັບ​ບາດ​ເຈັບ​ນຶ່ງ​ຄົນທີ່ມີອາການ​ສາຫັດ. ​ແລ​ະອີກ​ຄົນ​ນຶ່ງ​
ໄດ້​ຮັບ​ບາດ​ເຈັບ​ໜັກ​ແຕ່ມີ​ອາ ການ​ທີ່​ທຸ່ນ​ທ່ຽງ​ແລ້ວ ໃນ​ຂະນະ​
ທີ່​ອີກ​ສາມ​ຄົນ​ ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ.

ການ​ຍິງ​ສັງຫານ​ຢ່າງ​ບໍ່​ເລືອກ​ໜ້າດັ່ງກ່າວ ເລີ້ມຂື້ນ​ຢູ່​ເຮືອນ​ຫລັງ
​ນຶ່ງ ບ່ອນ​ທີ່​ສອງ​ຄົນ​ ໄດ້​ຖືກ​ພົບ​ເຫັນເສຍ​ຊີ​ວິດ ຢູ່​ໃກ້​ກັບມະຫາວິທະຍາ​ໄລ Santa
Monica. ການ​ຍິງ​ສັງຫານ​ທີ່​ວ່າ​ນີ້ ​ໄດ້​ດໍາ​ເນີນ​ຢູ່​ຕໍ່​ໄປ ​ໃນ​ຂະນະ​ທີ່​ມື​ປືນ ຊຶ່ງນຸ່ງ​ຊຸດສີດໍາ
ມຸ່ງໜ້າ​ໄປ​ຍັງເຂດມະຫາວິທະຍາ​ໄລ​ແລ້ວສັງຫານ​ອີກ​ສອງ​ຄົນທີ່​ນັ້ນ.

ພວກ​ເຈົ້າ​ໜ້າທີ່​ຍັງ​ບໍ່​ທັນ​ໄດ້​ສັນ​ລະ​ສູດເທື່ອວ່າ​ມື​ປືນແມ່ນ​ໃຜ ຫລື​ໃຫ້​ເຫດຜົນ​ກ່ຽວ ກັບ​ຈຸດ
ປະສົງ​ຂອງ​ຜູ້ກ່ຽວ ​ໃນການ​ຍິງ​ສັງຫານ​ຄັ້ງນີ້.

US Shooting
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG