ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ເສຍຊີວິດ 200 ກວ່າ​ຄົນ ໃນ​ອຸປະຕິ​ເຫດ ບໍ່​ຖ່ານ​ຫີນ ລະ​ເບີດ ຢູ່ເທີກີ (ວີດີໂອ/ສະໄລດ໌)


Turkey Mine Disaster VO
please wait

No media source currently available

0:00 0:00:38 0:00
ພວກ​ຊ່ອຍ​ກູ້​ໄພ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເທີ​ກີ ​ກຳລັງ​ຊອກ​ຄົ້ນ​
ຫາພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ ຫຼັງ​ຈາກເກີດເຫດຈັກໄຟຟ້າ
ລະ​ເບີດ​ແລະ​ໄຟ​ໄໝ້ ​ຢູ່​ບໍ່​ຖ່ານ​ຫີນທີ່​ເຮັດໃຫ້ມີຜູ້ເສຍຊີວິດ
ຢ່າງ​ນ້ອຍ 205 ຄົນ ໃນ​ອຸປະຕິ​ເຫດບໍ່​ຖ່ານ​ຫີນ ທີ່​ຮ້າຍ​ແຮງ
​ທີ່​ສຸດຄັ້ງນຶ່ງຂອງ​ປະ​ເທດ.

ພວກກູ້​ໄພ ​ໄດ້ປ່ອຍອາກາດ​ສົດ​ ເຂົ້າ​ໄປ​ໃນບໍ່​ຖ່ານ​ຫີນ ໃນ​ວັນ
​ພຸດ​ມື້​ ທີ່​ເມືອງ Soma ​ທາງ​ໃຕ້ ນະຄອນ Istanbul ​ໃນ​ຂະນະ​ທີ່
​ພວກ​ເຂົາ​ເຈົ້າ​ພະຍາຍາມ​ຊ່ອຍ​ພວກ​ທີ່​ຕິດ​ຄ້າງ​ຢູ່​ຂ້າງ​ໃນບໍ່​
ຖ່ານ​ຫີນ ນັ້ນ​ອອກ​ມາ. ທາງ​ການ​ກ່າວ​ວ່າ ມີຄົນ​ງານ 787 ຄົນ
ຢູ່​ໃນບໍ່​ຖ່ານ​ຫີນ​ນັ້ນ ​ເວລາຈັກໄຟຟ້າ ໄດ້​ລະ​ເບີດ​ຂຶ້ນ ທີ່ພາ​ໃຫ້​ເກີດ​ໄຟ​ໄໝ້​ພາຍ​ໃນ​ບໍ່​ຖ່ານ​ຫີນ ​ທີ່ຕັ້ງຢູ່ໃນແຂວງ Manisa ທາງພາກ ຕາ​ເວັນ​ຕົກ​ຂອງປະ​ເທດ. ​ເຈົ້າ​ໜ້າ​ທີ່​ເຕືອນ​ວ່າ ຈຳນວນຜູ້ຄົນທີ່ລົ້ມຕາຍ ອາດຈະ​ເພີ່ມ​ຂຶ້ນຕື່ມ.

ປະທານາທິບໍດີ​ເທີ​ກີ ທ່ານ Abdullah Gul ​ໄດ້​ສັ່ງ​ໃຫ້​ເຈົ້າແຂວງ Manisa ​ໝູນໃຊ້
ທຸກຊັບພະ ຍາກອນທີ່ມີຢູ່ ​ເຂົ້າ​ຊ່ອຍ​ໃນການກູ້ໄພພວກ​ຄົນ​ງານບໍ່​ຖ່ານ​ຫີນແຫ່ງນີ້. ພວກ​ກູ້​ໄພ​ໄດ້​ຊ່ອຍ​ພວກ​ຄົນ​ງານຫຼາຍ​ຮ້ອຍ​ຄົນ​ອອກມາແລ້ວ ຈົນ​ເຖິງ​ປະຈຸ​ບັນ​ນີ້.

ນາຍົກລັດຖະມົນຕີເທີ​ກີ ທ່ານ Recep Tayyp Erdogan ​ໄດ້ປະກາດໄວ້ທຸກ ເປັນ
ເວລາ 3 ມື້ໃນທົ່ວປະເທດ ໃຫ້​ແກ່​ພວກ​ເຄາະ​ຮ້າຍ ແລະພ້ອມ​ນີ້ ທ່ານ​ຍັງ​ໄດ້​ເລື່ອນ​ການ​ເດີນທາງ​ໄປຢ້ຽມ ຢາມ Albania ເປັນ​ເວລາ​ນຶ່ງ​ມື້ ຊຶ່ງ​ມີ​ໝາ​ຍກຳນົດໄວ້ໃນ​ວັນພຸດ​ມື້​ນີ້.

ບໍ່​ຖ່ານ​ຫີນ​ໃນເທີ​ກີ ​ແມ່ນ​ຊື່ສຽງໃນທາງທີ່ບໍ່ດີ ຊຶ່ງ​ພາໃຫ້​ສະມາຊິກສະພາບາງຄົນ ທວງໃຫ້ທຳ ການສືບສວນສອບ​ສວນ​ ກ່ຽວກັບ​ສະພາບ​ການ​ທີ່​ບໍ່ມີຄວາມປອດໄພ
ທີ່​ວ່າ​ນີ້.

ອຸປະຕິ​ເຫດບໍ່​ຖ່ານ​ຫີນທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ເທີ​ກີ ​ແມ່ນເກີດຂຶ້ນໃນປີ 1992 ເວລາພວກ
ຄົນງານ 263 ຄົນ ​ເສຍຊີວິດ​ ​ໃນ​ເຫດລະ​ເບີດ​ຂອງ​ແກ໊ສ ​ຢູ່ທີ່​ບໍ່​ຖ່ານ​ຫີນ ​ໃນ​ເມືອງ​ທ່າ Zonguldak ທີ່ ຕັ້ງຢູ່ແຄມທະເລດຳນັ້ນ.

ໜັງສືພິ​ມ​ເທີ​ກີ ​ໄດ້​ອ້າງ​ເອົາ​ຄຳ​ເວົ້າຂອງສະມາຊິກ​ສະພາຄົນນຶ່ງ ທີ່ກ່າວ​ວ່າ ທ່ານເບື່ອ​ແລ້ວທີ່​ຈະ​ຕ້ອງ​ເຂົ້າ​ຮ່ວມ ​ພິທີ​ສົ່ງສະການ​ໃຫ້ພວກ​ຄົນ​ງານບໍ່​ຖ່ານ​ຫີນ.

ບາງຂໍ້ມູນຂ້າງເທິງນີ້ ໄດ້ມາຈາກແຫຼ່ງຂ່າວ AP ແລະ Reuters.
XS
SM
MD
LG