ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ເດັກ​ນ້ອຍ​ສີ່​ຄົນ ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ໃນ​ການ​ໂຈມ​ຕີ​ໃຊ້​ມີ​ແທງ ທີ່​ເຮັດ​ໃຫ້ ​ຝ​ຣັ່ງ ​ຕົກ​ໃຈ


ແພດ ແລະ ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່ໆ​ເດັກ​ນ້ອຍ 4 ຄົນ ແລະ ຜູ້​ໃຫຍ່ 2 ຄົນ​ຖືກ​ແທງ​ຢູ່​ສ່ວນ​ສາ​ທາ​ລະ​ນະ​ໃນ​ເມືອງ ອານ​ຊີ, ຝຣັ່ງ, 8 ມິ​ຖຸ​ນາ 2023.
ແພດ ແລະ ເຈົ້າ​ໜ້າ​ທີ່​ສຸກ​ເສີນ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່ໆ​ເດັກ​ນ້ອຍ 4 ຄົນ ແລະ ຜູ້​ໃຫຍ່ 2 ຄົນ​ຖືກ​ແທງ​ຢູ່​ສ່ວນ​ສາ​ທາ​ລະ​ນະ​ໃນ​ເມືອງ ອານ​ຊີ, ຝຣັ່ງ, 8 ມິ​ຖຸ​ນາ 2023.

ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ໃຊ້​ມີດ​ແທງ​ເດັກ​ນ້ອຍ 4 ຄົນ ແລະ ຜູ້​ໃຫຍ່ 2 ຄົນ ​ຢູ່​ສວນ​ສາ​ທາ​ລະ​ນະ​ແຄມ​ແມ່​ນ້ຳ​ໃນ​ເຂດ​ຮ່ອມ​ພູ ຝ​ຣັ່ງ ເມື່ອ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ໃນ​ການ​ໂຈ​ມ​ຕີ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້​ກ່າວ​ວ່າ​ເຮັດ​ໃຫ້​ປະ​ເທດ​ຕົກ​ໃຈ.

ເດັກ​ນ້ອຍ​ທັງ​ສີ່​ຄົນ​ນັ້ນ​ໄດ້​ຮັບ​ບາດ​ແຜ​ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ຊີ​ວິດ, ອີງ​ຕາມ​ການ​ກ່າວ​ຂອງ​ໄອ​ຍະ​ການ​ຫຼັກ ທ່ານ​ນາງ ລີນ ບອນ​ເນ ມາ​ຕິ​ສ. ຜູ້​ທີ່​ມີ​ອາ​ຍຸ​ນ້ອຍ​ທີ່​ສຸດ​ແມ່ນ 22 ເດືອນ, ສອງ​ຄົນ​ແມ່ນ​ສອງ​ປີ ແລະ ອາ​ຍຸ​ສູງ​ສຸດ​ແມ່ນ 3 ປີ, ອີງ​ຕາມ​ການ​ກ່າວ​ຂອງ​ໄອ​ຍະ​ການ.

ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ອານ​ຊີ (Annecy) ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ຝ​ຣັ່ງ.

ຕຳຫຼວດ​ໄດ້​ຄວບ​ຄຸມ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ໃນ​ທັນ​ທີ ເຊິ່ງ​ແມ່ນ​ຄົນ​ສັນ​ຊາດ ຊີ​ເຣຍ ອາ​ຍຸ 31 ປີ. ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ ທ່ານ​ນາງ ເອ​ລິ​ຊາ​ເບັດ ບອນ ໄດ້​ກ່າວ​ວ່າ​ ຜູ້​ຕ້ອງ​ສົງ​ໄສ​ແມ່ນ​ມີ​ສະ​ຖາ​ນະ​ພາບ​ອົບ​ພະ​ຍົບ ​ໃນ​ປະ​ເທດ ສວີ​ເດັນ.

ທ່ານ​ ມາກ​ຣົງ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ປະ​ເທດ​ແມ່ນ​ຢູ່​ໃນ​ສະ​ພາບ​ຕົກ​ໃຈ.” ທ່ານ​ໄດ້​ອະ​ທິ​ບາຍ​ການ​ໂຈມ​ຕີ​ດັ່ງ​ກັບ “ການ​ໂຈມ​ຕີ​ຂອງ​ພວກ​ຂີ້​ຂາດ​ຕາ​ຂາວ​ຢ່າງ​ສິ້ນ​ເຊີງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG