ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກອະວະກາດສີ່ຄົນ ກັບຄືນສູ່ໂລກດ້ວຍແຄັບ​ຊູ​ລ​ອະ​ວະ​ກາດຂອງ SpaceX

ຮູບພາບຂອງເດືອນພຶດສະພາ 2023 ເຜີຍແຜ່ໂດຍອົງການ NASA ຈາກຫລູໍຸມສຸດ ໄປຫາຊ້າຍມື ນັກອະວະກາດສະແຕັບເຟິນ ໂບເວີນ, ນັກອະວະກາດຈາກສະຫະລັດອາຣັບເອເມີຣັສ ທ່ານຊອລຕັນ ອາລ-ເນີຢາດີ, ນັກອະວະກາດອົງການ NASA ທ່ານວາຣັນ (ວູດີ) ໂຮເບີກ ແລະທ່ານໂຣສໂກສມົສ ອັນເດຣ ເຟດີເຢັບ ຢູ່ເທິງສະຖານີອະວະກາດສາກົນ

ນັກບິນອະວະກາດສີ່ຄົນ ໄດ້ກັບຄືນລົງມາສູ່ໂລກຫລັງຈາກໄດ້ໃຊ້ເວລາ ຫົກເດືອນຢູ່ສະຖານີອະວະກາດສາກົນ. ແຄັບ​ຊູ​ລ ອະວະກາດ SpaceX ຂອງເຂົາເຈົ້າ​ໄດ້​ຕົກ​ລົງ​ສູ່​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ​ດ້ວຍ​ຈ້ອງຢູ່​ນອກ​ຊາຍ​ຝັ່ງ​ຂອງ​ລັດ ຟ​ລໍ​ຣິ​ດາ ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້, ອີງ​ຕາມ​ອົງ​ການ​ຂ່າວ AP.

ຜູ້​ທີ່​ໄດ້​ກັບ​ລົງ​ມາ​ແມ່ນນັກອະວະກາດ NASA ສອງຄົນ, ຄົນນຶ່ງຈາກ ຣັດເຊຍ ແລະ ອີກ​ຄົນ​ນຶ່ງຈາກສະຫະລັດອາຣັບເອມີເຣັສ. ກ່ອນການ ເດີນທາງອອກຈາກສະຖານີອະວະກາດ ເຂົາເຈົ້າເວົ້າວ່າຢາກອາບນໍ້າຮ້ອນ ແລະກາເຟຮ້ອນໆຫຼາຍ.

ບໍ​ລິ​ສັດ SpaceX ໄດ້ສົ່ງ​ນັກ​ອະ​ວະ​ກາດ​ໄປ​ແທນເມື່ອນຶ່ງອາທິດທີ່​ຜ່ານ​ມາ. ການສັບປ່ຽນນັກອະວະກາດ ອີກ​ຄັ້ງ​ນຶ່ງຈະເກີດຂຶ້ນໃນທ້າຍເດືອນ ນີ້ ດ້ວຍນັກ​ອະ​ວະ​ກາດ​ທີ່ລໍຖ້າກັບຄືນບ້ານມາເປັນເວລານານສາມ​ຄົນ ຜູ້ທີ່ໄດ້ຢູ່ເທິງສະ​ຖາ​ນີອະວະກາດເປັນເວລານຶ່ງປີ. ການຢູ່ເທິງ​ສະ​ຖາ​ນີ​ອະ​ວະ​ກາດຂອງເຂົາເຈົ້າໄດ້ຖືກ​ຕໍ່ເວລາຍາວ​ອອກ​ໄປສອງເທົ່າ ຫລັງຈາກ ແຄັບ​ຊຸ​ລ ໂຊຍຸສ໌ ຂອງ​ເຂົາ​ເຈົ້າໄດ້ເກີດການຮົ່ວໄຫລ ແລະຍານລຳໃໝ່ຕ້ອງໄດ້ຖືກສົ່ງຂຶ້ນໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG