ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ແລກປ່ຽນ ນັກໂທດກັບ ສະຫະລັດ


ທ້າວ Jason Rezaian, ນັກ​ຂ່າວ​ ອາ​ເມຣິກາ ​ເຊື້ອ​ສາຍ ອີຣ່ານ ​ຂອງ​ໜັງສືພິມ Washington Post, ຍິ້ມ​ໃນ​ຂະນະ​ທີ່​ລາວ​ເຂົ້າຮ່ວມ​ການໂຄສະນາ​​ຫາ​ສຽງການເລືອກຕັ້ງ ຂອງ​ປະທານາທິບໍດີ Hassan Rouhani ​ໃນ​ນະ​ຄອນ​ຫຼວງ ​ເທ​ເຮຣານ, 11 ​ເມສາ, 2013.
ທ້າວ Jason Rezaian, ນັກ​ຂ່າວ​ ອາ​ເມຣິກາ ​ເຊື້ອ​ສາຍ ອີຣ່ານ ​ຂອງ​ໜັງສືພິມ Washington Post, ຍິ້ມ​ໃນ​ຂະນະ​ທີ່​ລາວ​ເຂົ້າຮ່ວມ​ການໂຄສະນາ​​ຫາ​ສຽງການເລືອກຕັ້ງ ຂອງ​ປະທານາທິບໍດີ Hassan Rouhani ​ໃນ​ນະ​ຄອນ​ຫຼວງ ​ເທ​ເຮຣານ, 11 ​ເມສາ, 2013.

ປະຊາຊົນ ອາເມຣິກາ 5 ຄົນບໍ່ໄດ້ຖືກຄວບຄຸມຕົວໄວ້ໃນ ອີຣ່ານ ອີກຕໍ່ໄປແລ້ວ.

ບັນດາເຈົ້າໜ້າທີ່ກ່າວວ່າ ສະຫະລັດ ແລະ ອີຣ່ານ ທັງສອງປະເທດ ໄດ້ປ່ອຍຕົວ ນັກໂທດຫຼາຍຄົນໃນວັນເສົາວານນີ້ ບໍ່ດົນກ່ອນບັນດາ ນັກການທູດໃນນະຄອນຫຼວງ ວຽນນາ ປະກາດການປະຕິບັດຂໍ້ຕົກ ລົງນິວເຄລຍ ລະຫວ່າງປະເທດມະຫາ ອຳນາດຕາເວັນຕົກ ແລະ ອີຣ່ານ.

ການປ່ອຍຕົວຄົນ ອາເມຣິກາ ລວມມີນັກຂ່າວໜັງສືພິມ Washington Post ທ້າວ Jason Rezaian, ເຊິ່ງຖືກກັກຂັງດົນກວ່າ 500 ມື້ກ່ຽວກັບສິ່ງທີ່ ສະຫະລັດ ເອີ້ນວ່າຂໍ້ຫາການສອດ ແນມປອມ.

ນັກສອນສາສະໜາ ຄຣິສຕຽນ ແລະ ຄົນ ອາເມຣິກາ ເຊື້ອສາຍ ອີຣ່ານ ຜູ້ທີ່ເປັນ ສະມາຊິກ ຂອງທະຫານນາວິກະໂຍທິນ ສະຫະລັດ ກໍໄດ້ຖືກປ່ອຍຕົວເຊັ່ນກັນ.

ສຳລັບຄົນ ອີຣ່ານ 7 ຄົນທີ່ໄດ້ຖືກປ່ອຍຕົວແມ່ນນັກໂທດ ຫຼື ກຳລັງຈະຖືກຕັ້ງຂໍ້ ກ່າວຫາສຳລັບ ການລະເມີດມາດຕະການລົງໂທດທາງດ້ານເສດຖະກິດ.

Five Americans are no longer captive in Iran.

Authorities say the United States and Iran both released prisoners Saturday just before diplomats in Vienna announced implementation of a nuclear pact between Western powers and Iran.

The freed Americans include Washington Post correspondent Jason Rezaian, held more than 500 days on what the U.S. called bogus espionage charges.

A Christian pastor and an Iranian-American who was a member of the U.S. Marine Corps also were freed. ((:23))

The seven Iranians being released were either in prison or facing criminal charges for violating economic sanctions.

Iran prisoners release
please wait

No media source currently available

0:00 0:00:23 0:00

XS
SM
MD
LG