ອົງການສະຫະປະຊາຊາດ ແລະ ອົງການຍ່ອຍຕ່າງໆຂອງເຂົາເຈົ້າ ໄດ້ກ່າວໃນວັນອັງຄານວານນີ້ວ່າ ກຸ່ມຕາລີບານ ເຊິ່ງແມ່ນອຳນາດການປົກຄອງທີ່ແທ້ຈິງໃນ ອັຟການິສຖານ ໄດ້ຄວບຄຸມຕົວຜູ້ສະໜັບສະໜູນທີ່ສຳຄັນ ສຳລັບການສຶກສາຂອງເດັກຍິງ.
ທ່ານ ມາຕີອຸລລາ ເວຊາ, ຜູ້ກໍ່ຕັ້ງ ແລະ ຫົວໜ້າຂອງອົງການ PenPath ເຊິ່ງແມ່ນເຄືອຂ່າຍການສະໜັບສະໜູນການສຶກສາທີ່ມີຫ້ອງການໃນຊຸມຊົນ, ຖືກຈັບ ຢູ່ວັດອິສລາມແຫ່ງນຶ່ງໃນນະຄອນຫຼວງ ກາບູລ ຫຼັງຈາກການສູດມົນ ເມື່ອແລງວັນຈັນທີ່ຜ່ານມາ.
ກອງກຳລັງຕາລີບານໄດ້ຈັບຕົວທ່ານ ເວຊາ “ດ້ວຍການແນປືນໃສ່ໃນໄລຍະເຜົາຂົນ ໂດຍປາສະຈາກເຫດຜົນໃດໆ ແລະ ຂັບລົດພາລາວໜີໄປ ບ່ອນທີ່ບໍ່ມີໃຜຮູ້ຈັກ,” ອີງຕາມການກ່າວຕໍ່ວີໂອເອໂດຍອ້າຍຂອງລາວ.
ໃນຂໍ້ຄວາມທາງວິດີໂອຢູ່ທວິດເຕີທີ່ກ່າວເປັນພາສາ ປາສໂຕ ນັ້ນ, ທ່ານ ອັດຕາອຸລລາ ເວຊາ ໄດ້ກ່າວວ່າ ພວກເຈົ້າໜ້າທີ່ ຕາລີບານ ໄດ້ບຸກກວດຄົ້ນເຮືອນຂອງເຂົາເຈົ້າ ໃນຕອນເຊົ້າວັນອັງຄານວານນີ້ ແລະ ໄດ້ໃຊ້ກຳລັງນຳຕົວນ້ອງຊາຍຂອງເຂົາເຈົ້າອີກສອງຄົນໄປ ພ້ອມກັບໂທລະສັບມືຖື ແລະ ວັດຖຸອື່ນໆ. ລາວກ່າວວ່າລາວໄດ້ແບ່ງປັນຂໍ້ມູນຈາກສະຖານທີ່ໆບໍ່ຖືກເປີດເຜີຍເພື່ອຫຼີກລ່ຽງການຖືກຈັບກຸມ.