ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ກ່າວວ່າ ຢ່າງໜ້ອຍ 42 ຄົນ ໄດ້ເສຍຊີວິດ ແລະ
ຫຼາຍສິບຄົນໄດ້ຮັບບາດເຈັບ ຈາກການໂຈມຕີທາງອາກາດໃສ່ວັດອິສລາມ ແຫ່ງນຶ່ງ
ໃນພາກເໜືອຊີເຣຍ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີຫ້ອງການຢູ່ນະຄອນລອນດອນ ກ່າວວ່າ ຕົນ
ຍັງບໍ່ສາມາດລົງຄວາມເຫັນໄດ້ວ່າ ແມ່ນເຮືອບິນຂອງໃຜເປັນຜູ້ທຳການໂຈມຕີໃນວັນ
ພະຫັດວານນີ້ ທີ່ເຂດເມືອງ Jennah ໃນແຂວງ Aleppo.
ກອງທັບສະຫະລັດ ກ່າວວ່າ ຕົນໄດ້ປະຕິບັດງານທຳການໂຈມຕີໃສ່ການປະຊຸມຂອງ
ກຸ່ມ al-Qaida ໃນພາກເໜືອຂອງຊີເຣຍທີ່ຢູ່ໃກ້ກັບວັດອິສລາມ. ພັນເອກ John J.
Thomas ໂຄສົກກອງບັນຊາການ ທະຫານສະຫະລັດ ໃນເຂດພາກຕາເວັນອອກກາງ
ກ່າວວ່າ “ພວກເຮົາບໍ່ໄດ້ແນເປົ້າໝາຍໃສ່ວັດອິສລາມ ແຕ່ວ່າຕຶກທີ່ພວກເຮົາແນໃສ່ນັ້ນ
ແມ່ນບ່ອນທີ່ມີການປະຊຸມກັນ ຊຶ່ງຕັ້ງຢູ່ ປະມານ 15 ແມັດ ຫ່າງຈາກວັດອິສລາມ.
ກອງທັບຊີເຣຍ ແລະຣັດເຊຍກໍໄດ້ປະຕິບັດງານໂຈມຕີທາງອາກາດຢູ່ໃນຂົງເຂດດັ່ງ
ກ່າວເຊັ່ນດຽວກັນ.
ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍກ່າວວ່າ ວັດດັ່ງກ່າວເຕັມໄປດ້ວຍພວກໄປສູດມົນ
ພາວະນາໃນຕອນຄໍ່າ. ລາຍງານກ່າວວ່າ ມີຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບພ້ອມ
ກັບອີກຫລາຍໆຄົນໄດ້ຕົກຄ້າງຢູ່ຂ້າງໃນຊາກຫັກພັງຂອງວັດ.
ພັນເອກ Thomas ກ່າວວ່າ “ພວກເຮົາຈະສືບສວນເບິ່ງການກ່າວຫາໃດໆກໍຕາມກ່ຽວ
ກັບການເສຍຊີວິດຂອງພົນລະເຮືອນທີ່ພົວພັນກັບການໂຈມຕີ. ພວກເຮົາຖືເອົາເລື່ອງ
ດັ່ງກ່າວນີ້ເປັນສິ່ງສຳຄັນ.”
ການໂຈມຕີທາງອາກາດມີຂຶ້ນນຶ່ງມື້ ຫລັງຈາກການໂຈມຕີສະຫລະຊີບ ໃນນະ ຄອນ
ຫລວງ Damascus ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ໃນໂອກາດວັນຄົບຮອບ
ຫົກປີ ຂອງການເລີ້ມບັນຫາຂັດແຍ້ງຢູ່ໃນຊີເຣຍ.
ສົງຄາມກາງເມືອງ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 400,000 ຄົນ ໄດ້ຮັບບາດເຈັບຫລາຍ
ກວ່ານຶ່ງລ້ານຄົນ ແລະເຮັດໃຫ້ປະຊາຊົນເຄິ່ງນຶ່ງຂອງປະເທດ ບໍ່ມີທີ່ພັກພາອາໄສ.