ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

44 ຄົນ ເສຍຊີວິດ ໃນການປະທະກັນ ທີ່ ບັງກລາແດັສ (ສະໄລດ໌)


ນັກເຄື່ອນໄຫວອິສລາມ ພັກ Jamaat-e-Islami ພາກັນຂີດຂວງ ຖະໜົນປະທ້ວງ ຢູ່ເມືອງ Chittagong, Bangladesh
ນັກເຄື່ອນໄຫວອິສລາມ ພັກ Jamaat-e-Islami ພາກັນຂີດຂວງ ຖະໜົນປະທ້ວງ ຢູ່ເມືອງ Chittagong, Bangladesh
ຢ່າງ​ໜ້ອຍ 44 ຄົນ​ເສຍ​ຊີວິດ ​ຢູ່ບັງ​ກລາ​ແດັສ ຍ້ອນ​ຄື້ນຟອງ
ຂອງ​ຄວາມ​ຮຸນ​ແຮງ ທີ່​ເກີດ​ຂື້ນ​ຈາກການ​ຕັດສິນ​ລົງ​ໂທດ
ຂອງສານອາດ ຊະຍາກໍາສົງຄາມ ທີ່ໃຫ້​ປະຫານ​ຊີວິດຜູ້​ນໍາ
​ພັກຝ່າຍ​ຄ້ານ​ອິສລາມ.

ລາຍ​ງານຂ່າວໃນ​ວັນ​ສຸກມື້ນີ້ແຈ້ງ​ວ່າ ການ​ຕາຍຄັ້ງ​ຫລ້າ​ສຸດ​
ເກີດ​ຂື້ນ​ທີ່​ເຂດ​ເມືອງ Gainbandha ຫລັງ​ຈາກ​ມີ​ການ​ປະ​ທະ​
ກັນ ລະຫວ່າງ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ແລະ ​ພວກ​ປະ​ທ້ວງເປັນ​ເວ
ລາ​ສອງ​ວັນ. ການ​ປະ​ທ້ວງ​ຄາດ​ວ່າຈະ​ດໍາ​ເນີນ​ຕໍ່​ໄປ ຫລັງ​ຈາກ​
ການ​ສູດ​ມົນ​ໃນ​ວັນ​ສຸກ​ມື້​ນີ້.

ບັນດາ​ຜູ້​ເຄາະ​ຮ້າຍ​ຫລາຍ​ຄົນ​ ໄດ້​ຖືກ​ຍິງ​ໃນ​ວັນ​ພະຫັດ ​ໃນ​ການ​
ປະ​ທະ​ກັນ​ລະຫວ່າງກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພວກ​ສະ
ໜັບສະໜູນ ທ່ານ Delwar Hossain Sayedee. ທ່ານ​ໄດ້​ຖືກ​
ພົບ​ເຫັນ​ວ່າ​ ກະທໍາຄວາມ​ຜິດ ຫລາຍ​ຢ່າງ ຮວມ​ທັງ​ການ​ສັງຫານ​
ໝູ່ ​ແລະ​ຂົ່ມຂືນ​ສໍາ​ເລົາ ​ທີ່​ໄດ້​ມີ​ຂຶ້ນໃນ​ລະ ຫວ່າງ​ສົງຄາມປີ 1971 ​ຕໍ່​ຕ້ານປາ​ກິ​ສຖານ ​ເພື່ອ​ຄວາມ​ເປັນ​ເອກ​ກະລາດ​ຂອງ ບັງ​ກລາ​ແດັສ.

ຄວາມ​ຮຸນ​ແຮງ​ໃນ​ວັນ​ພະຫັດ​ວານ​ນີ້ ​ເກີດ​ຂື້ນ​ໃນ​ຂະນະ​ທີ່ ມີ​ການ​ນັດ​ຢຸດ​ງານ​ທົ່ວ​ປະ​ເທດ ຮຽກຮ້ອງ​ໃຫ້​ມີ​ຂຶ້ນ​ໂດຍພັກ​ຂອງ​ທ່ານ Sayedee ຄື​ພັກ Jamaat-e-Islami ເພື່ອ​ປະ​ທ້ວງຕໍ່​ການດໍາ​ເນີ​ນຄະດີທ່ານ ​ແລະ​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ທ່ານ.

ນັກ​ຂ່າວ ວີ​ໂອ​ເອ ທີ່​ນະຄອນ Dhaka ທ່ານ Zahurul Alam ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ສອງ​ຄົນຮວມ​ຢູ່​ໃນ​ຜູ້​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 200 ຄົນ​ໄດ້​ຮັບ​ບາດ​ເຈັບ. ທ່ານ​ກ່າວ​ວ່າ ພັກ Jamaat-e-Islami ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ນັດ​ຢຸດ​ງານ​ໃນທົ່ວ​ປະ​ເທດ​ອີກ ​ເລີ້ມ​ແຕ່​ວັນ​ອາທິດຈະ​ມາ​ເຖິງ​ນີ້.

ທະນາຍຄວາມ​ຂອງ ທ່ານ Sayedee ​ໄດ້​ຮ້ອງ​ການ​ຕັດສິນ​ໂທດ​ນີ້​ວ່າ ບໍ່ຍຸຕິ​ທໍາ ​ແລະກ່າວ​ວ່າ​ຈະຂໍ​ອຸທອນ. ທ່ານ Sayedee ​ເປັນບຸກ​ຄົນ​ທີ່​ສາມ​ຂອງສະມາຊິກ ພັກ Jamaat ທີ່​ຖືກຕັດສິນ​ລົງ​ໂທດວ່າ​ເປັນອາຊາຍາກອນສົງຄາມ ນັບ​ຕັ້ງ​ແຕ່ ​ໄດ້​ມີ​ການ​ສ້າງຕັ້ງສານ​ອາດຊະຍາກໍາສົງຄາມຂຶ້ນ ​ໃນ​ປີ 2010.

XS
SM
MD
LG