ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

14 ຄົນ ເສຍ​ຊີ​ວິດ ໃນ​ເຫດ ຢຽບກັນຕາຍ ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ຈີນ


​ແຜນ​ທີ່​ຈີນ
​ແຜນ​ທີ່​ຈີນ
ມວນ​ຊົນ​ລັດ​ຈີນ ລາຍ​ງານ​ວ່າ 14 ຄົນ​ໄດ້​ເສຍ​ຊີວິດ ​ແລະ 10 ຄົນ
​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ຢຽບ​ກັນ​ຕາຍ ຢູ່​ໃນ​ພິທີ່​ທາງ​ສາສະໜາ
ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ ປະ​ເທດ​ຈີນ.

ອົງການ​ຂ່າວສານ​ຊິນ​ຫົວ ທາງ​ການ​ຈີນ ລາຍງານ​ໃນ​ວັນ​ຈັນ​ມື້​ນີ້​
ວ່າ ການ​ຢຽບ​ກັນ​ຕາຍ ​ໄດ້​ເກີດ​ຂື້ນ​ໃນ​ຂະນະ​ທີ່​ກໍາລັງ​ແຈກ​ຢາຍ
ອາຫານ ​ເພື່ອ​ລະ​ນຶກ​ເຖິງ​ນັກບຸນ​ຄົນ​ນຶ່ງ ທີ່​ວັດ​ມຸສລິ​ມ​ແຫ່ງ​ນຶ່ງໃນ
ເມືອງ Guyuan ​ໃນ​ຂົງ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເຂດ
Ningxia. ສີ່​ຄົນໃນຈໍານວນ​ຜູ້ໄດ້​ຮັບ​ບາດ​ ຢູ່​ໃນ​ສະພາບອັນຕະ
ລາຍ ທີ່​ໂຮງ​ໝໍ.

ຂົງ​ເຂດ Ningxia ​ເປັນ​ທີ່​ຢູ່​ອາ​ໄສ ຂອງ​ປະຊາກອນ​ສ່ວນ​ໃຫຍ່​ຂອງ ຊາວ​ ມຸສລິ​ມ Hui ຂອງຈີນ.
XS
SM
MD
LG