ສົບຂອງອະດີດປະທານາທິບໍດີ ສະຫະລັດ ທ່ານ ຈອຣ໌ຈ ເອັຈ ດັບເບິນຢູ ບຸຊ ຈະຖືກ
ດອຍໄວ້ໃນຫໍ ໂຣທັນດາ ຂອງຕຶກລັດຖະສະພາ ແຄັບປິຕອລ ຮິລ ເລີ່ມຕົ້ນໃນຕອນ
ແລງວັນຈັນມື້ນີ້ ໃນຂະນະທີ່ຊາວ ອາເມຣິກັນ ສະແດງຄວາມເຄົາລົບຕໍ່ຊີວິດຂອງ
ປະທານາທິບໍດີຄົນທີ 41 ຂອງປະເທດ.
ລັດຖະສະພາ ແຄັບປິຕອລ ຈະເປີດໃຫ້ບຸກຄົນສຳຄັນ ແລະ ສາທາລະນະສະແດງຄວາມ
ເຄົາລົບໄປຈົນເຖິງຕອນເຊົ້າຂອງວັນພຸດມື້ຮື, ພ້ອມກັບຜູ້ເຂົ້າຄຳນັບ ຈະສາມາດຍ່າງ
ຜ່ານໂລງສົບຂອງທ່ານ ບຸຊ ໄດ້. ທ່ານໄດ້ເສຍຊີວິດໃນລັດ ເທັກຊັສ, ເຊິ່ງແມ່ນລັດຢູ່
ອາໄສຂອງທ່ານ, ໃນຕອນແລງຂອງວັນສຸກທີ່ຜ່ານມາ ຄົບອາຍຸ 94 ປີ ຫຼັງຈາກມີສຸຂະ
ພາບທີ່ບໍ່ສະບາຍມາຫຼາຍປີ.
ສົບຂອງທ່ານ ບຸຊ, ຜູ້ທີ່ໄດ້ດຳລົງຕຳແໜ່ງໃນທຳນຽບຂາວ ນຶ່ງສະໄໝ ແຕ່ປີ 1989 ຫາ
1993 ນັ້ນ, ຈະໄດ້ຈັດພິທີສົ່ງສະການລະດັບລັດຖະບານຢູ່ໂບດໃຫຍ່ແຫ່ງຊາດໃນນະ
ຄອນຫຼວງ ວໍຊິງຕັນ, ຕາມມາດ້ວຍການຝັງສົບໃນວັນພະຫັດຢູ່ຫໍສະໝຸດປະທານາທິບໍ
ດີຂອງທ່ານໃນລັດ ເທັກຊັສ.
ທຳນຽບຂາວໄດ້ປະກາດ ໃນວັນເສົາທີ່ຜ່ານມາວ່າ ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ຈະເຂົ້າຮ່ວມໃນພິທີສົ່ງສະການດ້ວຍ.
ໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີນັ້ນ, ຜູ້ນຳສະຫະລັດ ໄດ້ກ່າວວ່າ, “ປະທານາທິບໍດີ ຈອຣ໌ຈ
ເອັຈ ດັບເບິນຢູ ບຸຊ ໄດ້ເປັນຜູ້ນຳໜ້າ ໃນຊີວິດທີ່ມີຄວາມສຳເລັດ ແລະ ສວຍງາມມາ
ຍາວນານ. ເວລາໃດທີ່ຂ້າພະເຈົ້າໄດ້ຢູ່ກັບເພິ່ນ ຂ້າພະເຈົ້າໄດ້ເຫັນຄວາມສຸກໃນຊີວິດ
ຢ່າງແທ້ຈິງ ແລະ ຄວາມພາກພູມໃຈອັນແທ້ຈິງໃນຄອບຄົວຂອງເພິ່ນ. ຄວາມສຳເລັດ
ຂອງເພິ່ນ ແມ່ນຍິ່ງໃຫຍ່ຈາກຕົ້ນຫາຈົບ. ເພິ່ນແມ່ນຜູ້ຊາຍທີ່ດີແທ້ໆ ແລະ ຈະເປັນທີ່ຄິດ
ຮອດຂອງໝົດທຸກຄົນ.”
ທ່ານ ເຈມສ ເບເກີ, ອະດີດລັດຖະມົນຕີການຕ່າງປະເທດຂອງທ່ານ ບຸຊ ແລະ ເປັນ
ເພື່ອນຂອງເພິ່ນມາ 60 ປີ ໄດ້ກ່າວຕໍ່ໂທລະພາບ CNN ໃນວັນອາທິດວານນີ້ວ່າ ທ່ານ
ຖືວ່າທ່ານ ບຸຊ ເປັນ “ຄົນຜູ້ທີ່ໃຈດີທີ່ສຸດ ແລະ ມີຄວາມເກງໃຈ ເທົ່າທີ່ຂ້າພະເຈົ້າເຄີຍ
ຮູ້ມາ.”
ທ່ານໄດ້ກ່າວວ່າ “ຄຸນນະພາບຊີວິດຂອງທ່ານ ບຸຊ ໄດ້ຊຸດໂຊມລົງຫຼາຍ” ໃນສອງສາມ
ເດືອນທີ່ຜ່ານມາ, ແຕ່ໃນຕອນທ້າຍ ທ່ານສາມາດທີ່ຈະລົມໂທລະສັບກັບລູກຂອງເພິ່ນ,
ລວມທັງອະດີດປະທານາທິບໍດີ ຈອຣ໌ຈ ດັບເບິນຢູ ບຸຊ.
ທ່ານ ເບເກີ ເວົ້າວ່າ ຄຳເວົ້າສຸດທ້າຍຂອງທ່ານ ບຸຊ ແມ່ນ, ພໍ່ກໍຮັກລູກເຊັ່ນກັນ,” ເຊິ່ງ
ທ່ານໄດ້ເວົ້າກັບອະດີດປະທານາທິບໍດີ ບຸຊ ຜູ້ທີ່ເປັນລູກຊາຍ ແລະ ເປັນປະທານາທິ
ບໍດີຄົນທີ 43 ຂອງປະເທດ.
ໂຄສົກທຳນຽບຂາວທ່ານນາງ ແຊຣາ ຮັກຄາບີ ແຊນເດີສ ໄດ້ກ່າວໃນຖະແຫຼງການສະ
ບັບນຶ່ງວ່າ ວັນພຸດຈະມາເຖິງນີ້ ໄດ້ຖືກກຳນົດໃຫ້ເປັນວັນໄວ້ອາໄລແຫ່ງຊາດ, ແລະວ່າ
ທຸງທັງຫຼາຍຢູ່ທຳນຽບຂາວ ແມ່ນໄດ້ຫຼຸດລົງສູ່ເຄິ່ງເສົາແລ້ວ ເພື່ອເປັນກຽດໃຫ້ແກ່ທ່ານ
ບຸຊ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ