ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Bill Clinton ຊ່ວຍຫາສຽງໃຫ້ ທ່ານໂອບາມາ (ວີດິໂອ)


ອະດີດປະທານາທິບໍດີ Bill Clinton ຂະນະຫາສຽງຊ່ວຍ ທ່ານໂອບາ ມາ ທີ່ລັດ Virginia ຊຶ່ງເປັນລັດນຶ່ງທີ່ມີຄະແນນ ສູສີກັນນັ້ນ, ວັນທີ 3 ພະຈິກ 2012.
ອະດີດປະທານາທິບໍດີ Bill Clinton ຂະນະຫາສຽງຊ່ວຍ ທ່ານໂອບາ ມາ ທີ່ລັດ Virginia ຊຶ່ງເປັນລັດນຶ່ງທີ່ມີຄະແນນ ສູສີກັນນັ້ນ, ວັນທີ 3 ພະຈິກ 2012.
ທ່ານ​ບິ​ລ ຄລິນ​ຕັນ ອະດີດ​ປະທານາທິບໍດີ​ສະຫະລັດ ​ໄດ້​ອອກ​ໄປ​ໂຄສະນາ​ຫາ​ສຽງ​ ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາມາ ໃນ​ຕອນ​ແລ​ງວັນ​ເສົາ​ວານ​ນີ້ ໃນ​ຂະນະ​ທີ່​ການ​ແຂ່ງຂັນ​ເພື່ອ​ຄອງ​ທໍາ​ນຽບ
ຂາວ​ ຄືບ​ຄານ​ມາ​ເຖິງໄລຍະສອງ​ສາມວັນ​ສຸດ​ທ້າຍ ​ກ່ອນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອັງຄານ​ ທີ 6 ພະຈິກ​ນີ້.

ທ່ານ​ຄລິນ​ຕັນ ທີ່ມີ​ສຽງ​ແຫບ​ແຫ້ງ​ຈາກຄວາມ​ອິດ​ເມື່ອຍ​ຂອງ​ການ​ອອກ​ໄປ​ໂຄສະນາ​ຫາ ສຽງ​ຊ່ວຍ​ທ່ານ​ໂອບາ​ມາ ກ່າວ​ວ່າ ທ່ານ​ໄດ້​ມອບ​ສຽງ​ຂອງ​ທ່ານ​ເພື່ອ​ຮັບ​ໃຊ້​ບໍລິການປະທາ ນາທິບໍດີ​ຂອງ​ທ່ານ. ມີຫຼາຍກ່ວາ 24,000 ຄົນ​ ​ພາກັນ​ໄປ​ທີ່​ສະໜາມກິລາ​ໃນ​ເມືອງ Bristow ລັດ​ເວີ​ຈິ​ເນຍ ​ເພື່ອ​ຟັງ​ທ່ານ​ໂອ​ບາ​ມາ ​ແລະ​ທ່ານ
​ບິ​ລ ຄລິນ​ຕັນ.

ທ່ານ​ໂອ​ບາ​ມາ ​ແລະທ່ານມິຕ ຣອມນີ ​ຜູ້​ທ້າ​ຊິງຂອງທ່ານ ພາກັນເດີນ ທາງ​ໄປທົ່ວ​ປະ​ເທດ ​ໃນ​ຂະນະ​ການ​ໂຄສະນາ​ຫາ​ສຽງ​ກໍາລັງຈະ​ສິ້ນ​ສຸດ​ລົງ.

ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ພົບ​ວ່າ ​ຄະ​ແນນ​ຂອງ​ທັງ​ສອງ​ທ່ານ​ແທບ​ວ່າ​ ສະ​ເໝີ​ກັນ ​ໃນ​ລັດ​ສໍາຄັນໆ​ເຊັ່ນ Colorado, Florida, Ohio ​ແລະ Virginia. ທ່ານໂອ​ບາ​ມາ​ມີ​ຄະ​ແນນ​ນໍາ​ໜ້າ​ໜ້ອຍ​ນຶ່ງ​ໃນ​ລັດ​ໂອ​ໄຮ​ໂອ ​ແລະ​ເວີ​ຈີ​ເນຍ. ສ່ວນ​ທ່ານຣອມນີ ມີ​ຄະ​ແນນ​ນໍາ​ໜ້າ​ໃນ​ລັດ​ໂຄ​ໂລຣາ​ໂດ ​ແລະທັງ​ສອງທ່ານ​ມີ​ຄະ​ແນນ ສະ​ເໝີ​ກັນ​ທີ່​ລັດ Florida.

ທັງ​ສີ່​ ລັດ​ດັ່ງກ່າວ ​ເປັນ​ລັດ​ທີ່​ເອີ້ນ​ວ່າ Swing States ຄື​ລັດ​ທີ່​ມີ​ຄະ​ແນນ​ສູສີ​ກັນ ​ທີ່​ອາດ​ຈະຕົກ​ເປັນ​ຂອງຜູ້​ໃຜກໍໄດ້ ​ໃນ​ມື້​ເລືອກ​ຕັ້ງ ​ເພື່ອ​ໃຫ້​ໄດ້​ຮັບ​ຄະແນນສຽງຂອງ​ຄະນະກໍາ ມະການ​ເລືອກ​ຕັ້ງຂອງ​ລັດ 270 ຄົນ ​ເພື່ອ​ຂຶ້ນຄອງທໍານຽບຂາວ.

​ໃນ​ບ່ອນໂຮມ​ຊຸມນຸມໂຄສະນາ​ຫາ​ສຽງ​ໃນ​ຕອນ​ເຊົ້າວານ​ນີ້ ທີ່​ລັດ​ Hampshire ບ່ອນ​ທີ່ ທັງ​ສອງ​ທ່ານ​ມີ​ຄະ​ແນນສູ​ສີ​ກັນນັ້ນ ທ່ານຣອມນີ ​ໄດ້​ຕໍາ​ໜິຕິຕຽນ ​ປະຫວັດ​ການ​ບໍລິຫານ​ປະ​ເທດ​ຂອງທ່ານ​ໂອ​ບາ​ມາ​ຊໍ້າອີກ ​ໂດຍບອກ​ພວກ​ສະ​ໜັບສະ​ໜຸນ​ທ່ານ​ວ່າ ປະທານາ​ທິ ບໍດີ​ໂອບາ​ມາ​ບໍ່ໄດ້ປະຕິບັດ​ຕາມ​ທີ່​ໄດ້​ໃຫ້​ສັນຍາ​ໄວ້

ເບິ່ງການຫາສຽງຂັ້ນສຸດທ້າຍຂອງທ່ານໂອບາມາ ແລະທ່ານຣອມນີ:
XS
SM
MD
LG