ອະດີດຜູ້ຊ່ວຍທຳນຽບຂາວ ທ່ານນາງ ແຄສຊີດີ ຮັດຈິນສັນ ໄດ້ກ່າວຕໍ່ບັນດາສະມາຊິກສະພາໃນວັນອັງຄານວານນີ້ວ່າ ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ມີຄວາມໃຈຮ້າຍຍິ່ງຂຶ້ນ ແລະ ເສຍອາລົມໄດ້ງ່າຍ ກ່ຽວກັບ ການຜ່າຍແພ້ໃນການເລືອກຕັ້ງປີ 2020, ໂດຍໃຫ້ປາກຄຳວ່າ ທ່ານໄດ້ເຫັນພ້ອມກັບພວກກໍ່ຈະລາຈົນຢູ່ຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນປີກາຍນີ້ ເວລາທີ່ທ່ານໄດ້ຮຽກຮ້ອງໃຫ້ເຂົາເຈົ້າແຂວນຄໍອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ສຳລັບການປະຕິເສດທີ່ຈະກີດກັ້ນຜົນການເລືອກຕັ້ງ.
ທ່ານນາງ ຮັດຈິນສັນ ໄດ້ກ່າວວ່າໃນຂະນະທີ່ພວກສະໜັບສະໜູນທ່ານ ທຣຳ ຫຼາຍພັນຄົນຢູ່ຫໍລັດຖະສະພາໄດ້ຮ້ອງວ່າ “ແຂວນຄໍທ່ານ ເພັນສ” ນັ້ນ, ທ່ານ ທຣຳ ໄດ້ບອກຫົວໜ້າຂອງທ່ານນາງ, ເຊິ່ງແມ່ນທີ່ປຶກສາທຳນຽບຂາວ ທ່ານ ມາກ ເມໂດສ໌ ວ່າ, “ໄມຄ໌ (ເພັນສ) ສົມຄວນໄດ້ຮັບມັນ.”
ທ່ານນາງໄດ້ກ່າວຢ້ຳຄຳເວົ້າຂອງທ່ານ ເມໂດສ໌ ວ່າທ່ານ ທຣຳ “ບໍ່ຄິດວ່າພວກປະທ້ວງຕໍ່ຕ້ານທ່ານ ເພັນສ໌ ໄດ້ເຮັດຫຍັງຜິດ.”
ພວກສະໜັບສະໜູນທ່ານ ທຣຳ ໄດ້ຕັ້ງໂຄງຮ່າງສຳລັບການແຂວນຄໍຢູ່ສະໜາມຫຼວງທີ່ຕັ້ງຢູ່ໃກ້ໆກັບຫໍລັດຖະສະພາ, ແນວໃດກໍ່ຕາມເຈົ້າໜ້າທີ່ຮັກສາຄວາມປອດໄພຂອງທ່ານ ເພັນສ໌ ໄດ້ຟ້າວພາທ່ານໄປຫາບ່ອນປອດໄພ ໃນຂະນະທີ່ຄວາມຮຸນແຮງໄດ້ເລີ່ມຂຶ້ນ. ພວກກໍ່ຈະລາຈົນບາງຄົນແມ່ນໄດ້ໄປຢູ່ໃກ້ປະມານ 12 ແມັດກໍຈະຮອດທ່ານ.
ຕໍ່ມາ, ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ທ່ານ ໄມຄ໌ ເພັນສ໌ ບໍ່ມີຄວາມກ້າຫານ” ທີ່ຈະກີດກັ້ນສະພາຈາກການຢັ້ງຢືນວ່າ ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ຊະນະທ່ານ ທຣຳ ໃນການເລືອກຕັ້ງ 2020. ແຕ່ຈົນກວ່າຫຼາຍຊົ່ວໂມງຕໍ່ມາທີ່ທ່ານ ທຣຳ ໃນທີ່ສຸດໄດ້ບອກພວກຜູ້ສະໜັບສະໜູນຂອງທ່ານໃນຂໍ້ຄວາມທາງວິດີໂອ ເພື່ອໃຫ້ເຂົາເຈົ້າໜີອອກຈາກຫໍລັດຖະສະພາ, ຫລັງຈາກໄດ້ເມີນເສີຍຕໍ່ການຂໍຮ້ອງກ່ອນໜ້ານັ້ນຈາກສະມາຊິກຄອບຄົວ, ລວມທັງລູກສາວຂອງທ່ານ, ທ່ານນາງ ອີວານກາ, ຜູ້ຊ່ວຍທຳນຽບຂາວ, ແລະ ທີ່ປຶກສາຄົນອື່ນເພື່ອຮຽກຮ້ອງໃຫ້ຢຸດການກໍ່ຈະລາຈົນຕໍ່ສາທາລະນະ.
ທ່ານນາງ ຮັດຈິນສັນ, ຜູ້ທີ່ໄດ້ເຮັດວຽກໃນຫ້ອງການພຽງບໍ່ເທົ່າໃດກ້າວຫ່າງຈາກຫ້ອງການປະທານາທິບໍດີຂອງທ່ານ ທຣຳ ນັ້ນໄດ້ກ່າວວ່າ ລາວໄດ້ຮູ້ຈາກທ່ານ ແອນໂທນີ ອໍນາໂຕ, ເຊິ່ງແມ່ນຜູ້ຊ່ວຍຂອງທ່ານ ເມໂດສ໌ ທີ່ຮັບຜິດຊອບສຳລັບການປະສານງານກັບເຈົ້າໜ້າທີ່ຮັກສາຄວາມປອດໄພຂອງທ່ານ ທຣຳ, ວ່າອະດີດປະທານາທິບໍດີນັ້ນ, ຫຼັງຈາກການຊຸມນຸມໃກ້ກັບທຳນຽບຂາວ ກ່ອນການກໍ່ຄວາມຮຸນແຮງຢູ່ຫໍລັດຖະສະພາ, ໄດ້ພະຍາຍາມທີ່ຈະຍາດເອົາພວງມາໄລຂອງລົດລີມູຊີນຂອງທ່ານຈາກເຈົ້າໜ້າທີ່ໜ່ວຍອາລັກຂາຄົນນຶ່ງ ແລະ ສັ່ງໃຫ້ໄປຫໍລັດຖະສະພາເພື່ອເຂົ້າຮ່ວມກັບພວກສະໜັບສະໜູນຂອງທ່ານ.
ທ່ານ ທຣຳ ໄດ້ກ່າວຕໍ່ຜູ້ສະໜັບສະໜູນຂອງທ່ານຫຼາຍພັນຄົນຢູ່ການຊຸມນຸມວ່າ ທ່ານຈະເຂົ້າຮ່ວມກັບເຂົາເຈົ້າໃນການຍ່າງໄປຫໍລັດຖະສະພາ, ແຕ່ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງທ່ານ ໄດ້ພິຈາລະນາວ່າມັນອັນຕະລາຍໂພດ ແລະ ກົງກັນຂ້າມໄດ້ຂັບລົດພາທ່ານກັບໄປທຳນຽບຂາວ.