ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ໄບ​ເດັນ ໄດ້​ຮັບ​ການ​ຮັບ​ຮອງ ຈາກ​ຄູ່​ແຂ່ງ​ທີ່​ສຳ​ຄັນ ຫຼາຍ​​ຄົນ ກ່ອນ​ໜ້າ ການ​ເລືອກ​ຕັ້ງຂັ້ນ​ຕົ້ນ Super Tuesday


ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ຖືກ​ຕ້ອນ​ຮັບ​ຈາກ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ແຄມ​ຝັ່ງ​ໂຄ​ໂຣ​ໄລ​ນາ ໃນ​ເມືອງ ​ຄອນ​ເວ ລັດ​ຄາ​ໂຣ​ໄລ​ນາ​ໃຕ້, ວັນ​ທີ 27 ກຸມ​ພາ 2020. REUTERS/Randall Hill
ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ຖືກ​ຕ້ອນ​ຮັບ​ຈາກ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ແຄມ​ຝັ່ງ​ໂຄ​ໂຣ​ໄລ​ນາ ໃນ​ເມືອງ ​ຄອນ​ເວ ລັດ​ຄາ​ໂຣ​ໄລ​ນາ​ໃຕ້, ວັນ​ທີ 27 ກຸມ​ພາ 2020. REUTERS/Randall Hill

ໃນວັນ​ຈັນ​ວານນີ້ ອະ​ດີດ​ຮອງປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ​ບາຍເດັນ ໄດ້​ຮັບ​ການ​ຮັບ​ຮອງ​ ຈາກ​ອະ​ດີດຄູ່​ແຂ່ງ​ສຳ​ຄັນ 3 ທ່ານ ​ໃນ​ການ​ແຂ່ງ​ຂັນ​ເພື່ອ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງໄດ້​ເພີ້ມ​ແຮງ​ກະ​ຕຸ້ນ​ຕໍ່​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ຂຶ້ນ​ຕື່ມອີກ ກ່ອນ​ໜ້າ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຂັ້ນ​ຕົ້ນໃນວັນ​ອັງ​ຄານ​ມື້ນີ້ ​ຢູ່​ໃນ ຫຼາຍກວ່າ 12 ລັດ ທີ່​ຮູ້​ຈັກ​ກັນ​ຄື Super Tuesday ຫລື​ວັນ​ອັງ​ຄານ​ພິ​ເສດ.

ທ່ານ​ນາງ​ເອ​ມີ ໂຄ​ລ​ບູຈາ​ຣ໌ ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ໄດ້​ສິ້ນ​ສຸດ​ການ​ແຂ່ງ​ຂັນໃຫ້​ຖືກແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ພັກ​ເດ​ໂມ​ແຄ​ຣັດເພື່ອໄປ​ແຂ່ງ​ຂັນເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ເມື່ອ​ວັນ​ຈັນ​ວານນີ້ ແລະໄດ້ພ້ອມ​ກັນ​ກັບ ທ່ານ​ເບ​ໂຕ ໂອ​ຣວກ​ຄ໌, ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈາກ​ລັດ​ເທັກ​ຊັ​ສ ​ໃຫ້​ການຮັບ​ຮອງຢ່າງ​ເປັນ​ທາງ​ການແກ່ທ່ານ​ໄບ​ເດັນ ຢູ່ໃນ​ການ​ໂຮມ​ຊຸມ​ນຸມໃນ​ນະ​ຄອນ​ດາ​ລັ​ສ.

ການ​ຖອນ​ຕົວ​ຂອງ​ທ່ານ​ນາງ ໂຄ​ລ​ບູ​ຈາ​ຣ໌ ໄດ້​ມີຂຶນ​ນຶ່ງວັນ ຫຼັງ​ຈາກອະ​ດີດ​ເຈົ້າ​ເມືອງໆເຊົ້າ​ເບັນ ຈາກ​ລັດ​ອິນ​ເດຍ​ນາ, ທ່ານ​ພີດ ບູ​ຕີ​ເຈ​ຈ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັ​ດ ທີ່​ນິ​ຍົມ​ແນວ​ທາງ​ປານ​ກາງ ​ອີກ​ທ່ານ​ນຶ່ງ ໄດ້​ປະ​ກາດ​ການ​ສິ້ນ​ສຸດ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານເຊັ່ນ​ກັນ. ທ່ານ​ກໍ​ໄດ້​ໃຫ້​ການ​ຮັບ​ຮອງຢ່າງ​ເປັນ​ທາງ​ການ​ແກ່ທ່ານ​ໄບ​ເດັນ ​ໃນ​ວັນ​ຈັນ​ວານນີ້ອີກ​ເຊັ່ນ​ກັນ.

ທ່ານ​ນາງ ໂຄ​ລ​ບູຈາ​ຣ໌ ຈາກ​ລັດ​ມີ​ເນ​ໂຊ​ຕາ ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ​ປະ​ເທດ ໄດ້ເອົາ​ຕົນ​ເອງ​ຕັ້ງຢູ່​ໃນ​ທ່າ​ທີທີ່ເປັນ​ຜູ້​ອີງໃສ່​ສະ​ພາບ​ການປະ​ຕິ​ບັດ ຕົງ​ຈິງ​ເປັນ​ຫລັກໃນ​ການ​ແຂ່ງ​ຂັນເປັນ​ປະ​ທາ​ນາ​ທິ​ບໍ​ດີເພື່ອ​ໃຫ້ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ພັກເດ​ໂມ​ແຄ​ຣັດ ໂດຍ​ໄດ້ຕັດ​ສິນ​ໃຈແບບ​ແນວ​ແນ່ວ່າ​ຈະ​ຢູ່ໃນທ່າ​ທີທີ່​ຮັບ​ເອົາແນວ​ທາງສາຍ​ກາງກ່ຽວ​ກັບຫຼາຍໆ​ເລື້ອງ ທີ່​ລວມ​ທັງ ​ເລື້ອງການ​ຄັດ​ຄ້ານ​ຕໍ່ການ​ທີ່​ລັດ​ຖະ​ບານເຂົ້າ​ມາຄວບ​ຄຸມການ​ປະ​ກັນໄພ​ສຸ​ຂະ​ພາບຢູ່​ໃນ​ສະ​ຫະ​ລັດ.

ແຕ່​ເຖິງແມ່ນ​ວ່າ ທ່ານ​ນາງ​ຈະ​ໄດ້​ຮັບ​ຄະ​ແນນ​ທີ່ພຸ້ງສູງ​ຂຶ້ນເປັນ​ໄລ​ຍະ​ສັ້ນໆ​ ຢູ່​ໃນການສຳຫຼວດດ້ານ​ການ​ເມືອງກໍ​ຕາມ ແຕ່​ວ່າ ທ່ານ​ນາງ ກໍ​ບໍ່​ສາ​ມາດ​ເຮັດ​ໄດ້ດີ​ເກີນກວ່າ​ໄດ້ ທີ 3 ຫາ ທີ 6 ເມື່ອການແຂ່ງ​ຂັນຢູ່​ໃນເລືອກຕັ້ງຂັ້ນ​ຕົ້ນຢູ່ໃນ 4 ລັດທຳ​ອິດ ສັ້ນ​ສຸດ​ລົງເມື່ອ​ເດືອນ​ແລ້ວນີ້​. ການ​ສຳຫຼວດ​ກ່ອນ​ໜ້າ​ການ​ເລືອກ​ຕັ້ງ ​ສຳ​ລັບການ​ປ່ອນ​ບັດໃນວັນ​ອັງ​ຄານ​ພິ​ເສດ ຫລື Super Tuesday ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ ນຳ​ໜ້າ​ໝູ່​ ຢູ່​ໃນພຽງ​ແຕ່​ລັດ​ບ້ານ​ເກີດ​ຂອງ​ທ່ານ​ນາງ​ເທົ່າ​ນັ້ນ.

ໃນ​ວັນ​ເສົາ​ຜ່ານ​ມານີ້ ທ່ານ​ໄບ​ເດັນ ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຂາດ​ລອຍ​ເທື່ອ​ທຳ​ອິດ ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງ​ການແຂ່ງ​ຂັນ​ເພື່ອ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ 3 ຄັ້ງ ​ຜ່ານ​ມາ ​ແລະ​ເປັນ​ໄຊ​ຊະ​ນະ​ທີ່​ເຮັດ​ໃຫ້​ທ່ານໝັ້ນ​ໃຈຫຼາຍຢູ່​ໃນລັດ​ຄາ​ໂຣ​ໄລ​ນາ​ໃຕ້.

ນອກ​ຈາກ​ທ່ານນ​າງ​ໂຄ​ລ​ບູ​ຈາ​ຣ໌ ແລະ ທ່ານ​ບູ​ຕີ​ເຈ​ຈ ຖອນ​ຕົວ​ອອກ​ໄປ​ແລ້ວ ຍັງ​ມີ​ມະ​ຫາ​ເສດ​ຖີ​ພັນ​ລ້ານ ທ່ານ ທອມ ສ​ເຕ​ເອີ, ​ນັກ​ອາ​ນຸ​ລັກ​ສິ່ງ​ແວດ​ລ້ອມ ​ກໍໄດ້​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ​ເຊັ່ນ​ກັນ ຫຼັງ​ຈາກຜົນ​ງານ​ທີ່​ເຂັ້ມ​ແຂງ​ຂອງ​ ທ່ານ​ໄບ​ເດັນສະ​ແດງ​ອອກ​ມາ ຢູ່​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG