ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະ​ດີດ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສຂອງ USAGM ຍອມ​ຮັບ​ຜິດ​​ ຕໍ່ການ​ລັກ​ເງິນ ເກືອບ 40 ພັນ​ໂດ​ລາ​ ຈາກກອງ​ທຶນ​ລັດ​ຖະ​ບານ


ຕຶກອາ​ຄານ​ສູນ​ກາງ​ໃຫຍ່ ວີ​ໂອ​ເອ (Voice of America)
ຕຶກອາ​ຄານ​ສູນ​ກາງ​ໃຫຍ່ ວີ​ໂອ​ເອ (Voice of America)

ອະ​ດີດ​ເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະເຈົ້າ​ໜ້າ​ທີ່​ອະ​ວຸ​ໂສຂອງອົງ​ການ​
ສື່​ມວນ​ຊົນ​ຮອບໂລກ​ຂອງ​ສະ​ຫະ​ລັດ ຫຼື USAGM ໄດ້ກ່າວຍອມ​ຮັບ​ຜິດ​ ໃນ​ວັນ​ພະ​ຫັດ
​ວານ​ນີ້ ໃນ​ການ​ທີ່​ໄດ້​ລັກ​ເງິນ ຈຳ​ນວນ 40 ພັນ​ໂດ​ລາ​ຈາກກອງ​ທຶນ​ລັດ​ຖະ​ບານໃນ
​ປີ​ກາຍ​ນີ້ ໃນ​ຂະ​ນະ​ທີ່ ເປັນ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ກາງ.

ທ່ານ ຮາ​ຣູນ ເຄ ຢູ​ລາ ຜູ້​ຊຶ່ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເຈົ້າ​ໜ້າ​ທີ່​ດ້ານ​ຍຸດ​ທະ​ສາດ​ໃນອົງ​ການ USAGM ​ໃນ​ທ້າຍ​ປີ 2017 ຈົນ​ມາ​ຮອດ​ຕົ້ນ​ປີ​ນີ້, ໄດ້​ຍອມ​ຮັບໃນ​ສານ​ຂອງ​ເມືອງ
Alexandria ລັດ Virginia ທີ່​ໄດ້​ຮັບ​ເງິນ​ຫຼາຍ​ພັນ​ໂດ​ລາ ໃນ​ການ​ຍື່ນ​ຂໍ​ເງິນ​ຄ່າ​ໃຊ້​
ຈ່າຍ​ທີ່​ຕ້ອງທົດ​ແທນ​ຄືນ ຈາກ​ອົງ​ການ​ລັດ​ຖະ​ບານ​ກາງ​ແຫ່ງ​ນີ້ ໂດຍ​ໄດ້ສົ່ງ​ໃບບັນ​ຊີ​
ຂອງ​ຄ່າໃຊ້​ຈ່າຍ​ທີ່​ເປັນຄ່າ​ໂຮງ​ແຮງ ຄ່າ​ລົດ​ເທັກ​ຊີ ແລະ​ຄ່າ​ອູ​ເບີ ທີ່​ປອມ​ນັ້ນ ເພື່ອ​ຍື່ນ
​ຂໍ​ຮ້ອງ​ເອົາ​ເງິນ​ຄືນ​ ຈາກ​ລັດ​ຖະ​ບານ ໂດຍ​ທີ່​ໃຊ້ໄປໃນ​ການ​ເດີນ​ທາງ​ສ່ວນຕົວ​
ເພື່ອ​ໂຄ​ສະ​ນາ​ຂາຍ​ປື້ມ​ຂອງ​ທ່ານແລະ​ການ​ທ່ອງ​ທ່ຽວ​ສຸດ​ສັບ​ປະ​ດາ​ນັ້ນ ຊຶ່ງ​ເປັນ​
ຊ່ວງ​ທີ່​ທ່ານ​ບໍ່​ໄດ້​ປະ​ກອບ​ການ​ກ່ຽວ​ກັບອົງ​ການ​ດັ່ງ​ກ່າວ​ເລີຍ.

ທ່ານຢູລາ ໄວ 41 ປີ ໄດ້​ສາ​ລະ​ພາບ​ຜິດ​ໃນ​ເອກ​ກະ​ສານ​ຂອງ​ສານ ທີ່​ທ່ານ​ໄດ້ໃຫ້​
ຈົດ​ໝາຍ​ທີ່​ປອມ​ແປງ​ຈາກ​ທ່ານ​ໝໍ​ແທ້ ໂດຍ​ທີ່​ໄດ້​ອ້າງວ່າ ທ່ານ​ຢູລາ ຈຳ​ເປັນ​ທີ່​ຈະ​ບິນ​
ໃນ​ທີ່​ນັ່ງ​ທຸ​ລະ​ກິດ ຍ້ອນ​ທ່ານ​ເຈັບຫົວ​ເຂົ່າ ຊຶ່ງ​ຈຳ​ເປັນ​ທີ່​ໃຫ້​ທ່ານ “ນອນ​ຢຽດ”
ໃນ​ຂະ​ນະ​ທີ່​ທ່ານ​ບິນ​ນັ້ນ. ຈົດ​ໝາຍ​ປອມ​ນັ້ນ ອະ​ນຸ​ຍາດ​ໃຫ້​ທ່ານ​ຢູລາໄດ້​ໃຊ້​ເພື່ອ​ຊື້
ການ​ປັບ​ຂຶ້ນ ​ທີ່​ນັ່ງ​ຊັ້ນ​ທຸ​ລະ​ກິດ​ທີ່​ມີ​ລາ​ຄາ​ແພງ ໃນ​ການ​ເດີນ​ທາງ​ປະ​ເທດ​ຫຼາຍໆ​ເທື່ອ
ທີ່​ລັດ​ຖະ​ບານ​ເປັນ​ຜູ້​ຈ່າຍ​ນັ້ນ. ນຶ່ງ​ໃນ​ການ​ປັບ​ຂຶ້ນ​ທີ່​ນັ່ງ ຂອງ​ການ​ເດີນ​ທາງ​ໄປ​ຍັງ
Cologne ເຢຍ​ຣະ​ມັນ ຍັງ​ຜົນ​ໃຫ້ອົງ​ການ​ດັ່ງ​ກ່າວ​ຈ່າຍ​ຫຼາຍກວ່າ 1,600 ໂດ​ລາ.

ອີງ​ຕາມ​ເອ​ກ​ກະ​ສານ​ຂອງ​ສານ ທີ່​ໄດ້​ລົງ​ນາມ ໂດຍ​ນຶ່ງ​ໃນ​ພວກທະ​ນາຍ ຂອງ​ທ່ານ
​ຢູ​ລາ ທີ່​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ ຂອງ​ຫ້ອງ​ການ ແລະ​ການ​ເຮັດ​ໃບ​ຄ່າ​ໃຊ້​ຈ່າຍເພື່ອ​ເຮັດ​
ໃບ​ເຊັ​ດ ທີ່​ປອມໆ​ນັ້ນ​ຂຶ້ນ.

ອົງ​ການ USAGM ຊຶ່ງ​ເມື່ອ​ກ່ອນ​ໃຊ້ຊື່ BBG ຊຶ່ງ​ແມ່ນ​ອົງ​ການ​ອິດ​ສະ​ລະ​ ຂອງ​ລັດ
​ຖະ​ບານ​ສະ​ຫະ​ລັດ ທີ່ ກຳ​ກັບ​ Voice of America ແລະອົງ​ການ​ສື່ມວນ​ຊົນອື່ນໆ
ອີກ 4 ອົງ​ການ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG