ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຮອງປະທານາທິບໍດີ ເພັນສ໌ ຕ້ອງ​ໄດ້​ໄປ​ໃຫ້ປາກ​ຄຳ ຢູ່​ຕໍ່​ໜ້າ​ຄະ​ນະ​ຕຸ​ລາ​ການໃຫຍ່ ຕາມ​ຄຳ​ສັ່ງ ​ຂອງ​ຜູ້​ພິ​ພາ​ກສາ


(ພາບ​ໃນ​ແຟມ) ອະດີດຮອງປະທານາທິບໍດີໄມຄ໌ ເພັນສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວ ໃນ​ເມືອງ Charleston ເໜືອ​ຂອງ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້, ວັນ​ທີ 2 ມີ​ນາ, 2023
(ພາບ​ໃນ​ແຟມ) ອະດີດຮອງປະທານາທິບໍດີໄມຄ໌ ເພັນສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວ ໃນ​ເມືອງ Charleston ເໜືອ​ຂອງ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້, ວັນ​ທີ 2 ມີ​ນາ, 2023

ຜູ້ພິພາກສາຂອງລັດຖະບານກາງສະຫະລັດທ່ານນຶ່ງ ໃນນະ​ຄອນ​ຫລວງວໍຊິງຕັນ ໄດ້ ສັ່ງໃຫ້ອະດີດຮອງປະທານາ ທິບໍດີໄມ​ຄ໌ ເພັນ​ສ໌ ປະຕິບັດຕາມໝາຍສັ່ງຂອງຄະນະຕຸ​ລາ​ການໃຫຍ່ ແລະ​ໄປໃຫ້​ປາກ​ຄຳກ່ຽວກັບການສົນທະນາຂອງທ່ານ ກັບອະດີດປະທານາ ທິບໍດີດໍ​ໂນ​ລ ທ​ຣຳ ໃນຂະນະທີ່ທ່ານ​ທ​ຣຳ ພະຍາຍາມທີ່ຈະຕ່າວ​ປີ້ນຄວາມພ່າຍແພ້ ຂອງທ່ານໃນການ​ເລືອກ​ຕັ້ງ ປີ 2020 ນັ້ນ.

ຜູ້ພິພາກສາ​ເຈມ​ສ໌ ໂບ​ສ​ເບີກ (James Boasberg) ທ່ານ​ເປັນຫົວໜ້າຜູ້ພິພາກສາຂອງສານສະຫະລັດເຂດນະຄອນຫຼວງວໍຊິງຕັນ ໄດ້ອອກຄຳຕັດສິນໃນວັນຈັນຜ່ານ​ມານີ້ ເ​ພື່ອປະຕິເສດໃນຂອບເຂດທີ່ກວ້າງຂວາງ ຕໍ່ການຂໍຮ້ອງທັງຂອງທ່ານທ​ຣຳ ແລະ ທ່ານເພັນ​ສ໌ ທີ່ບໍ່ຢາກ​ໃຫ້ອະດີດຮອງປະທານາທິບໍດີ ເປີດ​ເຜີຍ​ຄວາມ​ລັບ​ຢູ່​ໃນການໂອ້ລົມກັນ ເປັນ​ການສ່ວນຕົວຂອງພວກເພິ່ນ ຢູ່ໃນທຳນຽບຂາວ ແລະໃນ​ໂທລະ​ສັບ​.

ເຖິງ​ແມ່ນ​ວ່າການຕັດສິນດັ່ງກ່າວ ຍັງຖືກປິດ​ໄວ້​ຢູ່ກໍ​ຕາມ ແຕ່​ວ່າອົງ​ການຂ່າວສານ ຂອງສະຫະລັດທັງຫຼາຍ ໄດ້ລາຍງານວ່າທ່ານ ໂບ​ສ​ເບີກ (Boasberg) ປະຕິເສດການສະ​ເໜີຄັດ​ຄ້ານຂອງທະນາຍຄວາມຂອງທ່ານ​ທ​ຣຳ ທີ່ຮັບ​ປະ​ກັນໃຫ້​ແນ່​ໃຈ​ວ່າ ການສົນທະນາຂອງທ່ານກັບທ່ານ​ເພັນ​ສ໌ ໃນຫລາຍອາທິດຫຼັງຈາກການເລືອກຕັ້ງປີ 2020 ແມ່ນບໍ່ສາ​ມາດ​ເອົາ​ໃຫ້​ໄດ້ຍ້ອນສິດທິພິເສດທາງບໍລິຫານ ຊຶ່ງປົກປ້ອງບໍ່​ໃຫ້​ເປີດເຜີຍການສົນທະນາບາງ​ຢ່າງລະຫວ່າງປະທານາທິບໍດີສະຫະລັດກັບທີ່​ປຶກສາ ຂອງພວກເພິ່ນ.

ໃນຂະນະດຽວກັນ, ຜູ້ພິພາກສາໄດ້ຂັດຂວາງໄອຍະການ ລັດຖະບານກາງ ບໍ່ໃຫ້ຖາມ ທ່ານ​ເພັນ​ສ໌ ໂດຍກົງ ກ່ຽວກັບບົດບາດຂອງທ່ານໃນການເປັນປະທານ​ກອງ​ປະ​ຊຸມລັດ ​ຖະສະພາໃນວັນທີ 6 ມັງກອນປີ 2021 ໃນ​ຂະ​ນະ​ທີ່ກ​ອງ​ປະ​ຊຸມນັ້ນ ໄດ້ເລີ່ມຕົ້ນທຳການຮັບຮອງເອົາ ການລົງຄະແນນສຽງ ຂອງຜູ້​ແທນເລືອກຕັ້ງທີ່ກໍານົດວ່າ ທ່ານ​ໂຈ ໄບ​ເດັນ​ ຈາກພັກເດໂມແຄຣັດໄດ້ຊະນະທ່ານ​ທ​ຣຳ​ນັ້ນ. ທ່ານ​ເພັນ​ສ໌ ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ລົງແຂ່ງຂັນ​ນຳ​ກັນ​ກັບ​ທ່ານ​ທ​ຣຳກໍ​ໄດ້​ເສຍໄຊ​ໃນ​ການ​ເລືອກ​ຕັ້ງ​ຄືນໃຫມ່ຄັ້ງ​ນັ້ນເຊັ່ນ​ກັນ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG