ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປະທານນາທິບໍດີ ສະຫະລັດ ເຂົ້າຮ່ວມງານສະແດງ ຄອນເສີດ ຊ່ວຍເຫຼືອ ຜູ້ລອດຊີວິດ ຈາກພາຍຸ ເຮີຣິເຄນ


ອະດີດປະທານາທິບໍດີຈາກຂວາ, ທ່ານ ບາຣັກ ໂອບາມາ, ທ່ານ ບິລ ຄລິນຕັນ, ທ່ານ ຈໍຈ໌ ດັບໂບຢູ ບຸຊ, ທ່ານ ຈໍຈ໌ ດັບເຮັດຈ໌
ດັບໂບຢູ ບຸຊ, ແລະ ທ່ານ ຈິມມີ ຄາເຕີ ວາງມືໄວ້ຢູ່ໜ້າເອິກ
ຂອງພວກເພິ່ນ ເວລາເຄົາລົບທຸງຊາດ ໃນພິທີເປີດຄອນເສີດ
ຊ່ວຍເຫຼືອບັນເທົາທຸກຈາກພາຍຸເຮີຣິເຄນ, ເມືອງ ຄໍເລດຈ໌ ສເຕເຊິນ. ລັດ ເທັກຊັສ. 21 ຕຸລາ, 2017.
ອະດີດປະທານາທິບໍດີຈາກຂວາ, ທ່ານ ບາຣັກ ໂອບາມາ, ທ່ານ ບິລ ຄລິນຕັນ, ທ່ານ ຈໍຈ໌ ດັບໂບຢູ ບຸຊ, ທ່ານ ຈໍຈ໌ ດັບເຮັດຈ໌ ດັບໂບຢູ ບຸຊ, ແລະ ທ່ານ ຈິມມີ ຄາເຕີ ວາງມືໄວ້ຢູ່ໜ້າເອິກ ຂອງພວກເພິ່ນ ເວລາເຄົາລົບທຸງຊາດ ໃນພິທີເປີດຄອນເສີດ ຊ່ວຍເຫຼືອບັນເທົາທຸກຈາກພາຍຸເຮີຣິເຄນ, ເມືອງ ຄໍເລດຈ໌ ສເຕເຊິນ. ລັດ ເທັກຊັສ. 21 ຕຸລາ, 2017.

ອະດີດປະທານາທິບໍດີ ສະຫະລັດ ທີ່ຍັງມີຊີວິດຢູ່ທັງໝົດ 5 ທ່ານ ໄດ້ເຂົ້າຮ່ວມໃນຄອນເສີດຫາເງິນທຶນໃນວັນເສົາວານນີ້ ເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກພາຍຸເຮີຣິເຄນ ທີ່ໄດ້ທຳລາຍຫຼາຍພາກສ່ວນຂອງ ສະຫະລັດ ແຜ່ນດິນໃຫຍ່, ເກາະ ເປີໂຕ ຣີໂກ ແລະ ເກາະເວີຈິນ ທີ່ເປັນດິນແດນຂອງ ສະຫະລັດ ໃນບໍ່ເທົ່າໃດເດືອນທີ່ຜ່ານມາ.

ອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ, ທ່ານ ຈໍຈ໌ ດັບໂບຢູ ບຸສ, ທ່ານ ບິລ ຄລິນຕັນ, ທ່ານ George H.W Bush ແລະ ທ່ານ Jimmy Carter ໄດ້ເຂົ້າຮ່ວມໃນງານສະແດງຊື່ວ່າ “ຈາກໃຈຢ່າງເລິກເຊິ່ງ: ການລະດົມທຶນນຶ່ງ ອາເມຣິກາ” ທີ່ສະໜາມກິລາ ຣີດ ໃນມະຫາວິທະຍາໄລ A&M ລັດ ເທັກຊັສ.

ຂໍ້ຄວາມວິດີໂອ ຈາກປະທານາທິບໍດີ ດໍໂນລ ທຣຳ ຖືກສາຍຢູ່ເທິງເວທີ ໃນລະຫວ່າງງານຄອນເສີດ ທີ່ເມືອງ ຄໍເລດຈ໌ ສເຕເຊິນ, ລັດ ເທັກຊັສ. 21 ຕຸລາ, 2017.
ຂໍ້ຄວາມວິດີໂອ ຈາກປະທານາທິບໍດີ ດໍໂນລ ທຣຳ ຖືກສາຍຢູ່ເທິງເວທີ ໃນລະຫວ່າງງານຄອນເສີດ ທີ່ເມືອງ ຄໍເລດຈ໌ ສເຕເຊິນ, ລັດ ເທັກຊັສ. 21 ຕຸລາ, 2017.

ໃນການສະແດງຄວາມສະມັກຄີກັນ ທີ່ບໍ່ຄ່ອຍເກີດຂຶ້ນນັ້ນ, ປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີ່ບໍ່ໄດ້ເຂົ້າຮ່ວມໃນງານ, ໄດ້ກ່າວຂອບໃຈບັນດາອະດີດປະທານາທິບໍດີ ໃນຂໍ້ຄວາມວິດີໂອ ທີ່ສາຍອອກໃນລະຫວ່າງ ການສະແດງຄອນເສີດ ສຳລັບ “ບົດບາດທີ່ສຳຄັນຍິ່ງຂອງພວກເພິ່ນ ໃນການຊ່ວຍເຫຼືອຟື້ນຟູບັນດາປະຊາຊົນຮ່ວມປະເທດຂອງພວກເຮົາ.”

ທ່ານ ໂອບາມາ ໄດ້ກ່າວວ່າ “ພວກເຮົາທຸກຄົນຢູ່ເທິງເວທີນີ້ ບໍ່ສາມາດມີຄວາມພາກພູມໃຈໄປຫຼາຍກວ່ານີ້ ກັບການຕອບສະໜອງຂອງຊາວ ອາເມຣິກັນ. ໃນເວລາທີ່ເຂົາເຈົ້າເຫັນເພື່ອນບ້ານຂອງເຂົາເຈົ້າ, ໝູ່ຂອງເຂົາເຈົ້າ, ຄົນແປກໜ້າ ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ, ຄົນ ອາເມຣິກັນ ຈະພາກັນລຸກຂຶ້ນຊ່ວຍເຫຼືອ.”

ທ່ານ ຄລິນຕັນ ໄດ້ກ່າວວ່າ “ມັນຍັງມີວຽກໃຫ້ເຮັດຢູ່.” ທ່ານກ່າວວ່າ “ມັນສາມາດເປັນການເລີ່ມຕົ້ນຄັ້ງໃໝ່ ຖ້າພວກເຮົາເຮັດໃນສິ່ງທີ່ພວກເຮົາຄວນຈະເຮັດ ແລະ ພິສູດໃຫ້ເຫັນຈິດໃຈຂອງ ອາເມຣິກາ, ຖ້າປາສະຈາກເຊື້ອຊາດສີຜິວ ຫຼື ສາສະໜາ ຫຼື ພັກການເມືອງນັ້ນ ມັນຈະຍິ່ງໃຫຍ່ກວ່າບັນຫາຂອງພວກເຮົາ.”

ນາງ ເລດີ ກາກາ ຮ້ອງເພງໃນຄອນເສີດທີ່ເມືອງ ຄໍເລດຈ໌ ສເຕເຊິນ, ລັດເທັກຊັສ, 21 ຕຸລາ, 2017.
ນາງ ເລດີ ກາກາ ຮ້ອງເພງໃນຄອນເສີດທີ່ເມືອງ ຄໍເລດຈ໌ ສເຕເຊິນ, ລັດເທັກຊັສ, 21 ຕຸລາ, 2017.

ອົງການຂອງບັນດາອະດີດປະທານາທິບໍດີ ເຊິ່ງຮູ້ກັນວ່າ One America Appeal ຫຼື ການລະດົມທຶນນຶ່ງ ອາເມຣິກາ. ຫ້ອງການຂອງທ່ານ George H.W Bush ໄດ້ປະກາດໃນວັນເສົາວານນີ້ວ່າ ອົງການດັ່ງກ່າວຫາເງິນໄດ້ແລ້ວ 31 ລ້ານໂດລາ ໃນກອງທຶນເອກະຊົນທີ່ຫັກພາສີໄດ້ ຈາກຜູ້ບໍລິຈາກຫຼາຍກວ່າ 80,000 ແຫ່ງ.

ນາງ Lady Gaga, ແມ່ນຜູ້ທີ່ທຳການສະແດງ ເຊີໄພຣສ໌, ໄດ້ປະກາດວ່າລາວໄດ້ບໍລິຈາກເງິນ 1 ລ້ານໂດລາ ໃຫ້ກອງທຶນເຮີຣິເຄນ ອາເມຣິກາດຽວ. ລາວໄດ້ກ່າວວ່າ ໂຄງການ “ສຸຂະພາບທາງຈິດ ແລະ ການຢູ່ລອດຈາກຄວາມບາດເຈັບທາງຈິດໃຈ” ຈະຖືກຕັ້ງຂຶ້ນ ເພື່ອຜູ້ທີ່ລອດຊີວິດມາໄດ້ຈາກພາຍຸເຮີຣິເຄນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG