ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. Obama ສະໜັບ ສະໜູນ ທ່ານ Macron ໃນການເລືອກຕັ້ງ ປະທານາທິບໍດີ ຝຣັ່ງ 


بھارت میں کرونا وائرس کو پھیلنے سے روکنے کے لیے 21 روزہ لاک ڈاؤن جاری ہے جس کے دوران لوگ گھروں پر ہیں۔ عوام کی بڑی تعداد نے وزیرِ اعظم کی ہدایت پر اتوار کو اپنے گھروں پر چراغاں کیا۔ 
بھارت میں کرونا وائرس کو پھیلنے سے روکنے کے لیے 21 روزہ لاک ڈاؤن جاری ہے جس کے دوران لوگ گھروں پر ہیں۔ عوام کی بڑی تعداد نے وزیرِ اعظم کی ہدایت پر اتوار کو اپنے گھروں پر چراغاں کیا۔ 

ພຽງ​ແຕ່​ສາມ​ມື້ກ່ອນໜ້າທີ່​ຜູ້​ປ່ອນ​ບັດໃນຝຣັ່ງ ຈະ​ເລືອກ​ເອົາ​ປະທານາທິບໍດີ​ຄົນ​ຕໍ່​ໄປ​
ຂອງ​ປະ​ເທດ, ຜູ້ລົງສະໝັກທີ່​ໄດ້​ຮັບ​ຄະ​ແນນນຳ​ໜ້າ​ທ່ານ Emmanuel Macron ​
ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ອະ​ດີດ​ປະທານາທິບໍດີສະຫະລັດ ທ່ານ Barack
Obama.

ຢູ່​ໃນການສົ່ງສານທາງວີ​ດີ​ໂອ ທີ່​ໄດ້​ເອົາ​ລົງໃນ​ບັນຊີອອນ​ລາຍ twitter ຂອງ​ທ່ານ
Macron ນັ້ນ ທ່ານ Obama ກ່າວ​ວ່າ ທ່ານໃຫ້ການ​ສະໜັບສະໜຸນ​ແກ່​ຜູ້​ສະໝັກ​
ເລືອກ​ຕັ້ງ​ທີ່​ມີ​ນະ​ໂຍບາຍ​ປານ​ກາງ “​ເພາະວ່າການ​ເລືອກ​ຕັ້ງ​ນີ້​ມີ​ຄວາມ​ສຳ​ຄັນ​ຢ່າງຫລວງຫລາຍ.”

ທ່ານ Obama ກ່າວ​ວ່າ “ຂ້າພະ​ເ​ຈົ້າ​ມີ​ຄວາມຊື່ນ​ຊົມຕໍ່​ການ​ໂຄສະນາ​ຫາ​ສຽງ ທີ່​ທ່ານ Emmauel Macron ​ໄດ້ເຮັດ. ທ່ານ​ໄດ້​ລຸກ​ຂຶ້ນປົກ​ປ້ອງຄ່ານິຍົມ​ຂອງ​ພວກຫົວເສລີ.
ທ່ານ​ Macron ​ໄດ້ວາງວິ​ໃ​ສທັດ​ໃຫ້​ແກ່​ບົດບາດ​ອັນ​ສຳຄັນ​ທີ່​ຝຣັ່ງມີ​ຢູ່​ໃນ​ຢູ​ໂຣບ ​ແລະ​
ຢູ່​ທົ່ວ​ໂລກ. ​ແລະ​ທ່ານ​ໄດ້ມີ​ຄວາມ​ມຸ້ງ​ໝັ້ນ​ເຮັດ​ໃຫ້ປະຊາຊົນ​ຝຣັ່ງມີອານາ​ຄົດທີ່ດີ​ຂຶ້ນ
ກວ່າ​ເກົ່າ.”

ທ່ານ Obama ​ໄດ້​ກ່າວ​ມ້ວນທ້າຍສານ​ຂອງ​ທ່ານ​ເປັນ​ພາສາ​ຝຣັ່ງດ້ວຍ​ຄວາມ​ເວົ້າວ່າ
“En Marche” ທີ່​ເປັນ​ຊື່ຂອງ​ການເຄື່ອນ​ໄຫວທາງ​ການ​ເມືອງ​ຂອງ​ທ່ານ Macron ​
ແລະ ​ເວົ້າຄໍາວ່າ "Vive La France" ທ່ານ Obama ຍັງ​ເປັນຄົນ​ທີ່ໄດ້​ຮັບ​ຄວາມນິ
ຍົມກັນ​ຫລາຍ​ຢູ່​ໃນປະ​ເທດ​ຝຣັ່ງ.

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນລ ທຣໍາ ​ໄດ້​ຍ້ອງ​ຍໍ​ຝ່າຍ​ຄ້ານ​ຂອງ​ທ່ານ Macron
ທ່ານ​ນາງ Marine Le Pen ຊຶ່ງ​ເປັນຜູ້ສະໝັກ​ຂວາ​ຈັດ ​ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ໃຫ້ການ ສະໜັບສະໜຸນ​ຢ່າງ​ຈະ​ແຈ້ງ​ຕໍ່​ທ່ານ​ນາງກໍ​ຕາມ.

ທ່ານ​ທຣໍາ ກ່າ​ວຢູ່​ໃນ​ການ​ສຳພາດ​ໃນ​ວັນ​ທີ 21 ​ເດືອນ​ເມສາກັບ​ອົງການ​ຂ່າວ AP ວ່າ
“ທ່ານ​ນາງມີ​ທ່າ​ທີ​ທີ່ເຂັ້ມ​ແຂງ​ທີ່​ສຸດ​ຕໍ່​ເລື້ອງ​ຊາຍ​ແດນ ​ແລະ​ທ່ານນາງມີ​ທ່າ​ທີ​ທີ່ເຂັ້ມ​ແຂງ​
ທີ່​ສຸດ​ຕໍ່​ບັນຫາຕ່າງໆ ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຝຣ່ັງ​. ຜູ້​ໃດ​ທີ່​ມີ​ທ່າ​ທີທີ່​ແຂງ​ແກ່ນ​ທີ່​ສຸດຕໍ່​ພວກ​ກໍ່​
ການ​ຮ້າຍ​ອິສລາມ ຫົວ​ຮຸນ​ແຮງ​ຈັດ​ ​ແລະ​ຜູ້​ໃດ​ເອົາ​ທ່າ​ທີທີ່​ແຂງ​ແກ່ນທີ່​ສຸດ​ຕໍ່​ເລື່ອງ​ຊາຍ
ແດນ ຜູ້ນັ້ນຈະ​ເຮັດ​ໄດ້​ດີ​ໃນ​ການ​ເລືອກ​ຕັ້ງ.”

ທ່ານ Obama ສ່ວນໃຫຍ່​ແມ່ນຢູ່​ເບື້ອງ​ຫລັງ​ຂອງ​ຂະ​ບວນການ​ທາງການ​ເມືອງ​ໃນອາ​
ເມຣິກັນ ນັບ​ຕັ້ງແຕ່ທ່ານທຣຳ ​ໄດ້​ຍ້າຍ​ເຂົ້າ​ໄປປະ​ຈໍາ​ຕໍາ​ແໜ່ງ​ຢູ່​ທຳນຽບຂາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

Macron, Le Pen Head to Final Round of French Presidential Race
please wait

No media source currently available

0:00 0:01:45 0:00

XS
SM
MD
LG