ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດທະຫານມາຣີນ ​ທີ່ຖືກປ່ອຍໂຕ ຈາກຣັດເຊຍ ໄດ້ຮັບບາດເຈັບ ຂະນະສູ້ລົບ​ໃຫ້ແກ່ຢູເຄຣນ


ທ່ານໂຈຍ ຣີດ ຖືຮູບພາບລູກຊາຍຂອງລາວ ທ້າວທຣີວໍຣ ຣີດ ອະດີດທະຫານມາຣີນ ແລະນັກໂທດຣັດເຊຍ ທີ່ບ້ານພັກໃນເມືອງຝອດເຫວີດ ລັດເທັກຊັສ ວັນທີ 15 ກຸມພາ 2022
ທ່ານໂຈຍ ຣີດ ຖືຮູບພາບລູກຊາຍຂອງລາວ ທ້າວທຣີວໍຣ ຣີດ ອະດີດທະຫານມາຣີນ ແລະນັກໂທດຣັດເຊຍ ທີ່ບ້ານພັກໃນເມືອງຝອດເຫວີດ ລັດເທັກຊັສ ວັນທີ 15 ກຸມພາ 2022

ອະດີດທະຫານມາຣິນສະຫະລັດ ຜູ້ທີ່ໄດ້ຖືກປ່ອຍໂຕໂດຍຣັດເຊຍ ປີກາຍນີ້ ໃນການແລກປ່ຽນຊະ​ເລີຍ ໄດ້ຮັບບາດເຈັບ ໃນຂະນະທີ່ສູ້ລົບໃຫ້ແກ່ຢູເຄຣນຕໍ່ຕ້ານກຳລັງທະຫານມົສກູ ອີງ​ຕາມ​ຄຳ​ເວົ້າ​ຂອງກະຊວງຕ່າງປະເທດສະຫະລັດ.

ທ້າວທຣິວໍ ຣີດ ຜູ້ທີ່ໄດ້ຖືກ​ຄຸມ​ຂັງໂດຍຣັດເຊຍ ເປັນເວລາ​ດົນກວ່າສອງປີ ກ່ອນທີ່​ຈະ​ໄດ້ຮັບອິດສະ​ຫຼະພາບຂອງລາວໃນເດືອນເມສາປີ 2022 ໄດ້ຮັບບາດ​ເຈັບ​ຈາກ​ສະ​ເກັດ​ລະ​ເບີດຫລັງຈາກຢຽບລະເບີດຝັງດິນປະມານສອງອາທິດກ່ອນ ແຕ່ບັດນີ້ກຳລັງພັກຟື້ນຢູ່ໂຮງໝໍໃນປະເທດເຢຍຣະມັນ ອີງຕາມລາຍ​ງານຂ່າວ​ຂອງ ສະຫະລັດ​.

ສະຫະລັດໄດ້ເຕືອນຊໍ້າແລ້ວຊໍ້າອີກຕໍ່ຊາວອາເມຣິກັນບໍ່ໃຫ້ໄປຢ້ຽມຢາມຢູເຄຣນ ໃນລະຫວ່າງ​ທີ່ເກີດສົງຄາມ ໂດຍສະເພາະເຂົ້າຮ່ວມກຳລັງຢູເຄຣນໃນການຕໍ່ສູ້ຕ້ານຣັດເຊຍ. ໃນຈຸດໃດຈຸດນຶ່ງ ເຖິງຢ່າງໃດກໍດີ ທ້າວຣີດໄດ້ກາຍມາເປັນນຶ່ງໃນອັນທີ່ເຊື່ອ​ກັນວ່າ ເປັນພວກນັກລົບສະຫະລັດໃນຈຳນວນຫລາຍພັນຄົນທີ່ໄດ້ເຂົ້າຮ່ວມກຳລັງກິຢິບ.

ແຕ່ໂຄສົກກະຊວງຕ່າງປະເທດ ທ່ານວີ​ແດນ ພາແຕລ ໃນຂະນະ ທີ່ຮັບຮູ້ວ່າທ້າວຣີດ ໄດ້ຮັບບາດເຈັບຢູ່ສະໜາມລົບ ແຕ່​ກ່າວ​ວ່າ ທ້າວຣິດ “ບໍ່ໄດ້ພົວພັນ
ຢູ່ໃນກິດຈະການໃດໆ ໃນ​ນາມລັດຖະບານຂອງສະຫະລັດ.”

ດ້ວຍການຊ່ວຍເຫລືອ ຂອງ​ອົງ​ການທີ່ບໍ່ຂຶ້ນກັບລັດຖະບານ ທ້າວຣີດ “ໄດ້​ຖືກສົ່ງໄປເຢຍຣະມັນ ແລະລາວກຳລັງໄດ້ຮັບການປິ່ນປົວ” ທ່ານ​ພາແຕລ ໄດ້ກ່າວ.

ສະພາບການຂອງທ້າວຣິດ ບໍ່ໄດ້ເປັນທີ່​ຈະແຈ້ງ​ເທື່ອ.

ທ້າວຣີດ ໄດ້ຖືກຈັບໃນປີ 2019 ໃນ​ການ​ຂັດ​ຂືນ​ຢ່າງ​ຮຸນ​ແຮງ​ຕໍ່ເຈົ້າໜ້າທີ່ຕຳ ຫລວດຣັດເຊຍ ແລະຕໍ່ມາໄດ້ຖືກຕັດສິນລົງໂທດ ໃຫ້​ຕິດ​ຄຸກເປັນເວລາເກົ້າປີ. ຫລັງຈາກການຈັບກຸມ ຄອບຄົວຂອງລາວໄດ້ພົວພັນຢ່າງກວ້າງຂວາງ ໃນຄວາມພະຍາຍາມເພື່ອໃຫ້​ມີ​ການປ່ອຍໂຕລາວ.

ໃນທີ່ສຸດ ລັດຖະບານຂອງທ່ານໂຈ ໄບເດັນ ໄດ້​ຮັບການ​ຄ້ຳປະ​ກັນ​ກ່ຽວ​ກັບ​ການປ່ອຍໂຕລາວ ​ເພື່ອແລກປ່ຽນທ້າວຣິດ ກັບທ້າວຄອນສະຕັນຕິນ ຢາໂຣເຊັນໂກ ນັກຄ້າຢາເສຍຕິດຣັດເຊຍທີ່ຖືກຕັດສິນລົງໂທດຕິດຄຸກເປັນເວລາ 20 ປີ ຢູ່ໃນສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG