ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ນັກ​ການ​ທູດ ສະ​ຫະ​ລັດ ຖືກ​ຕັ້ງ​ຂໍ້​ຫາ​ ​ສອດ​ແນມ​ໃຫ້ ຄິວ​ບາ ຫຼາຍ​ທົດ​ສະ​ວັດ


ຕຶກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 26 ມັງ​ກອນ 2017.
ຕຶກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 26 ມັງ​ກອນ 2017.

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ປະ​ເທດ ໂບ​ລີ​ເບຍ, ທ່ານ ມາ​ນູ​ແອ​ລ ໂຣ​ຊາ, ຖືກ​ຕັ້ງ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​ສອດ​ແນມ​ໃຫ້​ແກ່ ຄິວ​ບາ ນັບ​ຕັ້ງ​ແຕ່​ຢ່າງ​ໜ້ອຍ​ປີ 1981 ເປັນ​ຕົ້ນ​ມາ.

ທ່ານ​ ໂຣ​ຊາ, ອາ​ຍຸ 73 ປີ, ຖືກ​ຈັບ​ໃນ​ນະ​ຄອນ ໄມ​ອາ​ມີ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ ແລະ ຖືກ​ຕັ້ງ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ອາ​ຊະ​ຍາ​ກຳ​ລັດ​ຖະ​ບານ​ກາງຫຼາຍ​ກະ​ທົງ, ລວມ​ທັງ​ການ​ດຳ​ເນີນ​ການ​ດັ່ງ​ກັບ​ເຈົ້າ​ໜ້າ​ທີ່​ຕ່າງ​ປະ​ເທດ​ທີ່​ຜິດ​ກົດ​ໝາຍ ແລະ ໃຊ້​ໜັງ​ສື​ຜ່ານ​ແດນ ​ທີ່​ໄດ້​ມາ​ແບບ​ສໍ້​ໂກງ.

ອີງ​ຕາມ​ການ​ຮ້ອງ​ທຸກ​ນັ້ນ, ທ່ານ ໂຣ​ຊາ ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ສືບ​ລັບ ຄິວ​ບາ ແລະ ໃຫ້​ຂໍ້​ມູນ​ທີ່​ຜິດ​ຕໍ່​ລັດ​ຖະ​ບານ ສະ​ຫະ​ລັດ ກ່ຽວ​ກັບ ການ​ເດີນ​ທາງ​ຂອງ​ລາວ. ບັນ​ດາ​ໄອ​ຍະ​ການ​ໄດ້​ກ່າວ​ວ່າ​ທ່ານ ໂຣ​ຊາ ໄດ້​ປິດ​ບັງ​ສະ​ຖາ​ນະ​ຂອງ​ລາວ​ທີ່​ເປັນ​ຜູ້​ຕາງ​ໜ້າ​ຕ່າງ​ປະ​ເທດ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປົກ​ປ້ອງ​ຕົນ​ເອງ, ສະ​ນັ້ນ​ລາວ​ຈຶ່ງ​ສາ​ມາດ​ສືບ​ຕໍ່​ພົວ​ພັນ​ໃນ “ກິດ​ຈະ​ກຳ​ລັບ​” ສຳ​ລັບ​ລັດ​ຖະ​ບານ ຄິວ​ບາ.

ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງ​ໃຫ້​ບຸກ​ຄົນ​ທີ່​ດຳ​ເນີນ​ການ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ອົງ​ການ​ຕ່າງ​ປະ​ເທດ​ທັງຫຼາຍ ​ລົງ​ທະ​ບຽນ​ກັບ​ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ.

ທ່ານ ໂຣ​ຊາ, ເຊິ່ງ​ເກີດ​ໃນ​ປະ​ເທດ ໂຄ​ລອມ​ເບຍ ແລະ ​ປ່ຽນ​ເປັນ​ສັນ​ຊາດ ມາ​ເປັນ ອາ​ເມ​ຣິ​ກັນ, ໄດ້​ກຳ​ຫຼາຍ​ຕຳ​ແໜ່ງ​ພາຍ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ, ທີ່​ໄດ້​ເຮັດ​ໃຫ້​ລາວ “ໄດ້​ຮັບ​ການ​ເຂົ້າ​ຫາ​ທີ່​ພິ​ເສດ,” ຕໍ່​ຂໍ້​ມູນ​ລັບ​ຂອງ​ລັດ​ຖະ​ບານ, ອີງ​ຕາມ​ການ​ກ່າວ​ຂອງ​ໄອ​ຍະ​ການ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG