ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຟ້ອງ ອະດີດນາຍຮ້ອຍ ທະຫານອາກາດ ໃນຂໍ້ຫາເປັນສາຍລັບ ໃຫ້ອີຣ່ານ


ນາງ ໂມນິກາ ວິຕ ອາຍຸ 39 ປີ, ອະດີດ ນາຍທະຫານ ກອງທັບອາກາດ ໄດ້ຖືກກ່າວຟ້ອງ ໃນຂໍ້ຫາ ໃຫ້ການຊ່ອຍເຫຼືອແກ່ ອີຣ່ານ, ແມ່ນເຫັນໄດ້ໃນ ພາບຖ່າຍນີ້ ທີ່ໄດ້ຖືກເປີດເຜີຍໂດຍອົງການສັນຕິບານກາງ FBI ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2019.
ນາງ ໂມນິກາ ວິຕ ອາຍຸ 39 ປີ, ອະດີດ ນາຍທະຫານ ກອງທັບອາກາດ ໄດ້ຖືກກ່າວຟ້ອງ ໃນຂໍ້ຫາ ໃຫ້ການຊ່ອຍເຫຼືອແກ່ ອີຣ່ານ, ແມ່ນເຫັນໄດ້ໃນ ພາບຖ່າຍນີ້ ທີ່ໄດ້ຖືກເປີດເຜີຍໂດຍອົງການສັນຕິບານກາງ FBI ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2019.

ອະດີດເຈົ້າໜ້າທີ່ຕໍ່ຕ້ານການສືບລັບຂອງກອງທັບອາກາດສະຫະລັດ ຜູ້ທີ່ໄດ້ ໂຕນໜີ
ໄປອີຣ່ານ ເກືອບ 6 ປີກ່ອນ ໄດ້ຖືກຟ້ອງ ດ້ວຍຂໍ້ຫາເປີດເຜີຍຂໍ້ມູນລັບ ຂອງກອງທັບ
ໃຫ້ແກ່ລັດຖະບານອີຣ່ານ ແລະໃຫ້ການຊ່ອຍເຫຼືອອີຣ່ານ ແນເປົ້າໝາຍໃສ່ ພວກອະດີດ
ຄູ່ຮ່ວມງານຂອງນາງ ອີງຕາມການປະກາດ ໃນວັນພຸດວານນີ້ ຂອງກະຊວງຍຸຕິທຳ.

​ມີ​ການ​ກ່າວ​ຫາ​ວ່າ ນາງໂມນິກາ ແອລຟຣີດ ວິຕ ອາຍຸ 39 ປີ ໄດ້ເປີດເຜີຍ ໂຄງການ
ເກັບກຳຂໍ້ມູນລັບດ້ານການທະຫານ ທີ່ສຳຄັນສູງ ຊຶ່ງມີຢູ່ໃນປັດຈຸບັນ ແລະລະບຸຊື່
ເຈົ້າໜ້າທີ່ສືບລັບສະຫະລັດ ໃຫ້ແກ່ອົງການສອດ​ແນມຂອງອີຣ່ານ.

ອີງຕາມສຳນວນຟ້ອງຂອງຄະນະຕຸລາການ ທີ່ຖືກເປີດ ໃນວັນພຸດວານນີ້ ຍັງໄດ້ກ່າວ
ຫາ ນາງວິຕ ວ່າ ໃຫ້ການຊ່ອຍເຫຼືອ ​ແກ່ໜ່ວຍສືບລັບຂອງອີຣ່ານ ແນເປົ້າໝາຍໃສ່
ສາຍລັບຂອງສະຫະລັດ ຢ່າງໜ້ອຍ 8 ຄົນ ຜູ້ທີ່ເຄີຍເຮັດວຽກ ຮ່ວມກັບນາງ.

​ມີ​ການ​ອອກໝາຍຈັບນາງ​ວິຕ ​ແລ້ວ ຜູ້ທີ່​ຍັງຄົງຫລົບໜີການຈັບກຸມ ແລະເຊື່ອກັນວ່າ
ອາໄສຢູ່ໃນອີຣ່ານ ເວ​ລານີ້.

ຊາວອີຣ່ານ 4 ຄົນ ທີ່ເຮັດວຽກໃຫ້​ແກ່ໜ່ວຍພິທັກປະຕິວັດອິສລາມ ຫຼື IRGC ຍັງໄດ້
ຖືກລະບຸຊື່ ຢູ່ໃນສຳ​ນວນຟ້ອງ ແລະຈະປະເຊີນກັບຂໍ້ກ່າວຫາ ຂອງການສົມຮູ້ຮ່ວມຄິດ
ໃນການໂຈມ​ຕີ​ທາງຄອມພິວເຕີ ແລະ ການລັກຂະໂມຍຂໍ້ມູນສ່ວນຕົວ ທີ່ເຊື່ອມໂຍງກັບ
ການແນເປົ້າໝາຍໃສ່ ພວກອະດີດຄູ່ຮ່ວມງານຂອງນາງ ວິຕ ໃນລະຫວ່າງ ປີ 2014
ແລະ 2015.

ໂດຍການໃຊ້ ບັນຊີປອມໃນສື່ສັງຄົມ ພວກຜູ້ຊາຍຈຸດັ່ງກ່າວ ​ພະ​ຍາ​ຍາມທີ່​ຈະນຳໃຊ້
ໂປແກຣມມາ​ລແວຣ ເພື່ອ​ຈະເຂົ້າຫາພວກຄອມພິມເຕີ ຂອງເປົ້າໝາຍຕ່າງໆຢ່າງ
ປິດລັບ. ພວກເຂົາເຈົ້າຖືກລະບຸຊື່ວ່າ ປະ​ກອບ​ດ້ວຍ ທ້າວ ໂມຈທາບາ ມາຊູມພົວຣ໌
ທ້າວ ບີຊາດ ເມສຣີ ທ້າວ ໂ​ຮ​ສເຊນ ປາຣວາຣ ແລະ ທ້າວໂມຮາ ມາດ ປາຣຢາຣ.

ທ່ານ ຈອນ ເດເມີຣສ໌ ຜູ້ຊ່ວຍລັດຖະມົນຕີວ່າການກະຊວງຍຸຕິທຳ ຮັບຜິດຊອບ ດ້ານ
ຄວາມໝັ້ນຄົງແຫ່ງຊາດ ກ່າວວ່າ “ຄະດີນີ້ ສະແດງໃຫ້ເຫັນເຖິງໄພອັນຕະລາຍ ຕໍ່
ພວກພະນັກງານສືບລັບທັງຫຼາຍ ແລະ ຄວາມໝຸ້ງໝັ້ນຂອງພວກຝ່າຍກົງກັນຂ້າມ
ຂອງພວກເຮົາ ທີ່ພະຍາຍາມ ຈະລະບຸໂຕ ເພື່ອເຜີຍແບ ແລະ ແນເປົ້າໝາຍໃສ່
ພວກເຂົາເຈົ້າ ແລະ ພຽງບໍ່ເທົ່າໃດກໍລະນີ ທີ່ບໍ່ຄ່ອຍເກີດຂຶ້ນ ໃນຫຼາຍໆກໍລະນີ
ໃນທີ່ສຸດ ກໍຈະຫັນປ່ຽນພວກເຂົາເຈົ້າ ມາຕໍ່ຕ້ານປະເທດຊາດ ທີ່ ພວກເຂົາເຈົ້າ
ສາບານທີ່ຈະປົກປ້ອງ.”
ທ່ານກ່າວຕື່ມວ່າ “ໃນເມື່ອພວກພະນັກ ງານສືບລັບມື​ອາ
​ຊີບໄດ້ຕົກເປັນເປົ້າໝາຍ ຫຼື​ຖືກທໍລະຍົດ ​ພະ​ແນກຄວາມໝັ້ນ ຄົງແຫ່ງຊາດຈະ
ຕ້ອງ​ໄດ້​ຕາມລ່າຢ່າງບໍ່ລົດລະ ເພື່ອນຳ​ເອົາພວກທີ່ກະທຳຄວາມຜິດ ມາລົງໂທດ
ຕາມກົດໝາຍ.”

ນາງ ວິຕ ຜູ້ທີ່ເກີດ ແລະໄດ້ເຕີບໃຫຍ່ ຢູ່ໃນລັດເທັກຊັສ ໄດ້ເປັນເຈົ້າໜ້າທີ່ຕໍ່ຕ້ານ
ການສືບ ລັບຂອງກອງທັບອາກາດ ມາ​ແຕ່ ປີ 1997 ຫາ 2008. ​ນາງ ໄດ້ຮຽນ​ພາ​ສາ
ເປີເຊຍ ຢູ່ໃນສະຖາບັນພາສາຂອງກະຊວງປ້ອງກັນປະເທດສະ ຫະລັດ ທີ່ເມືອງ
ມອນເຕີເຣ ​ໃນລັດຄາລີຟໍເນຍ ຈາກ ປີ 1998 ຫາ 1999 ນາງໄດ້ຖືກມອບ​ໝາຍໃຫ້
ເປັນເຈົ້າໜ້າທີີ່ພິເສດ ປະຈຳສຳນັກງານສືບສວນພິເສດ ຂອງກອງທັບອາກາດ ແລະ
ຕໍ່ຈາກນັ້ນມາ ໄດ້ຖືກສົ່ງໄປປະຈຳການຢູ່ ຫຼາຍ​ບ່ອນ​ໃນຕ່າງປະເທດ ທີ່ລວມທັງ ​ພາກ
ຕາເວັນອອກກາງ ໃນການດຳເນີນ ການປະຕິບັດງານເກັບກຳສັນຍານ ດ້ານສືບລັບ
ຂອງຝ່າຍກົງກັນຂ້າມ ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG