ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ເອກອັກຄະລັດຖະທູດ ສະຫະລັດ ຖືກຫ້າມ ບໍ່ໃຫ້ເດີນທາງ ໄປຣັດເຊຍ


ພາບທ່ານ Michael McFaul ຊຶ່ງໃນເວລານັ້ນ ຍັງເປັນ ເອກອັກຄະລັດຖະທູດ ສະຫະລັດ ທີ່ກຳລັງອອກຈາກ ກະຊວງຕ່າງປະເທດຣັດເຊຍ ທີ່ນະຄອນມົສກູ ວັນທີ 15 ພຶດສະພາ, 2013.
ພາບທ່ານ Michael McFaul ຊຶ່ງໃນເວລານັ້ນ ຍັງເປັນ ເອກອັກຄະລັດຖະທູດ ສະຫະລັດ ທີ່ກຳລັງອອກຈາກ ກະຊວງຕ່າງປະເທດຣັດເຊຍ ທີ່ນະຄອນມົສກູ ວັນທີ 15 ພຶດສະພາ, 2013.

ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳຣັດ​ເຊຍ ທ່ານ Michael McFaul ກ່າວ​ວ່າ ມົສກູ​ໄດ້​ຫ້າມ​ບໍ່​ໃຫ້​ທ່ານ​ເດີນທາງ​ເຂົ້າປະ​ເທດ.

ທ່ານ McFaul ຜູ້​ທີ່ເຄີຍ​ຮັບ​ຕຳ​ແໜ່​ງ​ເປັນເອກ​ອັກຄະ​ລັດຖະທູດ​ປະຈຳ​ຣັດ​ເຊຍ ​ແຕ່​ປີ 2012 ຫາ 2014 ​ໄດ້​ຂຽນ​ລົງ​ໃນ Facebook ໃນ​ວັນ​ສຸກ​ວານ​ນີ້​ວ່າ ຣັ​ດ​ເຊຍໄດ້​ຫ້າມ​ທ່ານ​ເພາະວ່າທ່ານມີ​ຄວາມ​ໃກ້ຊິດ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ Barack Obama.

ທ່ານ​ຂຽນຕື່ມ​ວ່າ “ຂ້າພະ​ເຈົ້າ​ໄດ້ຖືກ​ບອກ​ວ່າ ຂ້າພະ​ເຈົ້າ​ຢູ່​ໃນ​ບັນຊີລາຍ​ຊື່​ການລົງ​ໂທດ​ຂອງ​ວັງ Kremlin ​ເພ​າະວ່າມີ​ຄວາມ​ສຳພັນໃກ້ຊິດ​ກັບທ່ານ Obama ຂ້າພະ​ເຈົ້າ​ຈະ​ຖື ເລື້ອງ​ດັ່ງກ່າວ​ນີ້ວ່າ ເປັນ​ການສັນລະ​ເສີນ.”

ທ່ານ McFaul ກ່າວ​ວ່່າ ການເຄື່ອນ​ໄຫວ​ນີ້​ແມ່ນ​ເປັນ​ການ​ຕອບ​ໂຕ້​ຕໍ່ການ​ຫ້າມ ອອກ​ວີ​ຊ່າ​ຂອງ​ສະຫະລັດ ​ແກ່ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຣັດ​ເຊຍ ຫລັງ​ຈາກຣັດ​ເຊຍ​ໄດ້ປະກາດ​ຮວມ​ເອົາ​ເຂດ Crimea ​ເປັນສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຂອງ​ຕົນໃນ​ປີ 2014.

ທ່ານ​ກ່າວ​ວ່າ ທ່ານ​ໄດ້​ພົບ​ເຫັນ​ກ່ຽວ​ກັບ​ການ​ຫ້າມນີ້ ​ເວລາ​ທ່ານ​ຍືນ​ຄຳ​ຮ້ອງ​ຂໍ​ວີ​ຊ່າຣັດ​ເຊຍເພື່ອ​ຈະ​ເດີນທາງ​ໄປຍັງ​ປະ​ເທດດັ່ງກ່າວ​ໃນ​ເດືອນ​ທັນ​ວາ​ຈະ​ມາ​ເຖິງ ນີ້ ສຳລັບ​ເຮັດ​ວຽກ​ກ່ຽວ​ກັບການ​ໂອນ​ອຳນາດຂອງປະທານາທິບໍດີ ຖ້າທ່ານ​ນາງ Hillary Clinton ຫາກຊະນະ​ການ​ເລືອກ​ຕັ້ງ.

ທ່ານ McFaul ຊຶ່ງ​ໃນປັດຈຸບັນ​ນີ້​ເປັນ​ອາຈານ​ສອນ ​ຢູ່​ມະຫາວິທະຍາ​ໄລ Stanford ​ໄດ້​ຂຽນ​ຢູ່​ໃນ​ໜ້າ Facebook ວ່າ ທ່ານ​ຫວັງ​ວ່າ​ທ່ານ​ຈະ​ບໍ່​ຢູ່ໃນ​ບັນຊີ​ຫ້າມ​ບໍ່​ໃຫ້ເດີນທາງ ​ເຂົ້າ​ໄປຣັດ​ເຊຍ ​ຕະຫລອດ​ໄປ. “ນັບ​ແຕ່​ປີ 1983 ​ເປັນຕົ້ນມາ ຂ້າພະ​ເຈົ້າ​ເຄີຍ​ໄດ້​ຢູ່ ​ແລະກໍເດີນທາງ​ໄປ​ປະ​ເທດ​ດັ່ງກ່າວ."

​ໃນ​ວັນ​ສຸກ​ວານ​ນີ້ ທ່ານ​ຍັງໄດ້​ສົ່ງ​ຂໍ້ຄວາ​ມຜ່ານ​ທາງ Tweeter ວ່າ “ຂ້າພະ​ເຈົ້າ​ອາດຢູ່​ໃນ​ບັນຊີ​ຫ້າມບໍ່ໃຫ້​ເດີນທາງ ​ມາຕັ້ງ​ແຕ່​ປີ 2014 ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ລົງ​ໂທດ​ຂອງ​ສະຫະລັດ. ຂ້າພະ​ເຈົ້າຫາ​ກໍ່​ຮູ້​ດຽວ​ນີ້​ ​ເພາະວ່າ​ຂ້າພະ​ເຈົ້າ​ໄດ້​ ຍື່ນຂໍ​ວີ​ຊ່າ.”

ອ່ານຂ່າວນີ້ິເພີ້ມເປັນພາສາອັງກິດ

XS
SM
MD
LG