ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດທະນາຍຄວາມ ສ່ວນຕົວ ຂອງ ປ. ທຣຳ ຖືກສານ ຕັດສິນລົງໂທດ ຈຳຄຸກ 3 ປີ


ທ່ານ ໄມເກີລ ໂຄເຮັນ, ກາງ, ອະດີດທະນາຍຄວາມສ່ວນຕົວ ຂອງປະທານາທິບໍດີ ດໍໂນລ ທຣຳ, ຄຽງຂ້າງດ້ວຍລູກສາວ
ຂອງທ່ານ ນາງ ຊາແມນຕາ, ຊ້າຍ, ແລະ ລູກຊາຍ ທ້າວ ເຈກຄ໌, ຂວາ, ເດີນທາງໄປຮອດ ສານລັດຖະບານກາງ ເພື່ອຮັບຟັງ ການພິຈາລະນາຄະດີ ໃນນະຄອນ ນິວຢອກ, ວັນທີ 12 ທັນວາ 2018.
ທ່ານ ໄມເກີລ ໂຄເຮັນ, ກາງ, ອະດີດທະນາຍຄວາມສ່ວນຕົວ ຂອງປະທານາທິບໍດີ ດໍໂນລ ທຣຳ, ຄຽງຂ້າງດ້ວຍລູກສາວ ຂອງທ່ານ ນາງ ຊາແມນຕາ, ຊ້າຍ, ແລະ ລູກຊາຍ ທ້າວ ເຈກຄ໌, ຂວາ, ເດີນທາງໄປຮອດ ສານລັດຖະບານກາງ ເພື່ອຮັບຟັງ ການພິຈາລະນາຄະດີ ໃນນະຄອນ ນິວຢອກ, ວັນທີ 12 ທັນວາ 2018.

ທ່ານ ໄມເກີລ ໂຄເຮັນ ຜູ້ເປັນທະນາຍຄວາມສ່ວນຕົວຂອງປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ມາຍາວນານ ໄດ້ຖືກສານຕັດສິນລົງໂທດ ໃນວັນພຸດວານນີ້ ໃຫ້ຈຳ
ຄຸກ 3 ປີ ຫຼັງຈາກທ່ານກ່າວຕໍ່ຜູ້ພິພາກສາ ຂອງນະຄອນນິວຢອກ ວ່າ ເປັນ “ຄວາມຈົງ
ຮັກພັກດີ ທີ່ຫລົງຜິດ”
ຂອງທ່ານຕໍ່ຜູ້ນຳສະຫະລັດ ທີ່ໄດ້ສົ່ງຜົນໃຫ້ທ່ານ “ປົກປິດການ
ກະທຳທີ່ບໍ່ດີທັງຫຼາຍ ຂອງທ່ານ.”

ຜູ້ພິພາກສາ ສະຫະລັດ ທ່ານ ວິລລ້ຽມ ພໍລີ ໄດ້ຕັດສິນລົງໂທດ ທ່ານໂຄເຮັນ ຍ້ອນ
ອາຊະກຳຫຼາຍຢ່າງ ທີ່ລວມທັງ ບົດບາດຂອງທ່ານ ໃນການຈັດແຈງ ຈ່າຍເງິນປິດປາກ
ຈຳນວນ 280,000 ໂດລາ ໃຫ້ແກ່ແມ່ຍິງສອງຄົນ ຜູ້ທີ່ໄດ້ອ້າງວ່າ ພວກເຂົ້າເຈົ້າໄດ້ມີ
ເພດສຳພັນກັບ ທ່ານ ທຣຳ ແລະ ສຳລັບການໃຫ້ຄວາມເທັດ ຕໍ່ລັດຖະສະພາ ກ່ຽວກັບ
ຄວາມພະຍາຍາມຂອງ ທ່ານ ທຣຳ ທີ່ຈະກໍ່ສ້າງຕຶກສູງ ຢູ່ໃນນະຄອນຫຼວງ ມົສກູ ຂອງ
ຣັດເຊຍ.

ຜູ້ພິພາກສາທ່ານນີ້ ໄດ້ກ່າວບອກທ່ານໂຄເຮັນ ອາຍຸ 52 ປີ ວ່າ ໃນລະຫວ່າງຈຸດໃດຈຸດ
ນຶ່ງນັ້ນ ລາວ ໄດ້ “ສູນເສຍຫຼັກຢືນ ທາງດ້ານສິນທຳຂອງລາວ.”

Former Trump Lawyer Sentenced to Three Years in Prison
please wait

No media source currently available

0:00 0:02:29 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG