ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດທະນາຍຄວາມຂອງທ່ານທຣໍາ ທ່ານຈູເລຍນີ ໄດ້ໄປໃຫ້ການ ຕໍ່ຄະນະຕຸລາການພິເສດ ໃນລັດຈໍເຈຍ


ທ່ານຣູບີ ຈູເລຍນີ ເດີນທາງມາຮອດສານໃນເຂດຟູລຕັນ ເມື່ອວັນທີ 17 ສິງຫາ 2022, ໃນນະຄອນແອັດແລນຕ້າ.
ທ່ານຣູບີ ຈູເລຍນີ ເດີນທາງມາຮອດສານໃນເຂດຟູລຕັນ ເມື່ອວັນທີ 17 ສິງຫາ 2022, ໃນນະຄອນແອັດແລນຕ້າ.

ອະດີດເຈົ້າເມືອງນະຄອນນິວຢອກ ທ່ານຣູບີ ຈູເລຍນີ (Ruby Giuliani), ໄດ້ໄປໃຫ້ການ ຕໍ່ໜ້າຄະນະຕຸລາການພິເສດ ຢູ່ໃນນະຄອນແອັດແລນຕ້າ ຂອງລັດຈໍເຈຍ, ຊຶ່ງເປັນການດໍາເນີນການສືບສວນ ຄວາມພະຍາຍາມໃນການຕ່າວປີ້ນຜົນການເລືອກຕັ້ງປະທານາທິບໍດີໃນປີ 2020 ຢູ່ໃນລັດນີ້ ຂອງອະດີດປະທານາທິບໍດີ ດໍໂນລ ທຣໍາ.

ລັດຈໍເຈຍ ແມ່ນນຶ່ງໃນ 6 ລັດ ທີ່ການແຂ່ງຂັນເລືອກຕັ້ງ ທີ່ທ່ານທຣໍາ ໄດ້ເສຍໄຊໃຫ້ຜູ້ທ້າຊິງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ, ແລະຈາກນັ້ນກໍໄດ້ກ່າວອ້າງແບບບໍ່ມີຄວາມເປັນຈິງວ່າ ທ່ານເອງໄດ້ຮັບໄຊຊະນະ, ເຊິ່ງທ່ານ ທຣໍາ ໄດ້ຍື່ນເອກະສານ ການທ້າທາຍທາງກົດໝາຍ ແລະກົດດັນບັນດາເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ຍົກເລີກຜົນການນັບຄະແນນຢ່າງເປັນທາງການນັ້ນ.

ໄອຍະການຂັ້ນສູງປະຈໍາເຂດຟູລຕັນ ຄາວຕີ (Fulton), ເຊິ່ງນອນຢູ່ໃນເຂດນະຄອນແອັດແລນຕ້າ, ໄດ້ດໍາເນີນການກວດສອບວ່າ ທ່ານທໍາ ແລະສະມາຊິກຂອງທ່ານ ໄດ້ເຂົ້າແຊກແຊງໃນການເລືອກຕັ້ງຂອງລັດຈໍເຈຍ ຫຼືບໍ່.

ທ່ານບີລ ໂທມັສ (Bill Thomas), ທະນາຍຄວາມຂອງທ່ານຈູເລຍນີ, ໄດ້ປະຕິເສດທີ່ຈະສະແດງຄວາມຄິດເຫັນໃດໆກ່ຽວກັບການໃຫ້ປາກຄໍາແບບປິດລັບ ເປັນເວລາ 6 ຊົ່ວໂມງຂອງທ່ານ ຈູເລຍນີ.

“ຂ້າພະເຈົ້າສາມາດບອກພວກທ່ານໄດ້ວ່າ ເຮົາມີຄໍາສັ່ງໃຫ້ມາຢູ່ທີ່ນີ້, ພວກເຮົາໄດ້ມາປາກົດໂຕ, ພວກເຮົາໄດ້ເຮັດໃນສິ່ງທີ່ພວກເຮົາຈໍາເປັນຕ້ອງເຮັດ,” ທ່ານ ໂທມັສ ບອກກັບບັນດານັກຂ່າວທີ່ຢູ່ດ້ານນອກສານຂອງເຂດ ຟູລຕັນ. “ຂັ້ນຕອນການດໍາເນີນງານຂອງຄະນະລູກຂຸນ ແມ່ນຂັ້ນຕອນທີ່ເປັນຄວາມລັບ, ແລະພວກເຮົາກໍໃຫ້ຄວາມເຄົາລົບຕໍ່ການດໍາເນີນງານດັ່ງກ່າວ.”

ກ່ອນການໃຫ້ປາກຄໍາ, ທະນາຍຄວາມອີກຄົນນຶ່ງຂອງທ່ານ ຈູເລຍນີ ໄດ້ລະບຸວ່າ ທ່ານຈູເລຍນີ ຈະປະຕິເສດຕອບຄໍາຖາມກ່ຽວກັບການສົນທະນາຕ່າງໆຂອງທ່ານ ກັບ ທ່ານທຣໍາ ໂດຍອ້າງສິດທິພິເສດຂອງທະນາຍຄວາມ ແລະລູກຄວາມ. ທ່ານ ຈູເລຍນີ ຍັງສາມາດຮຽກຮ້ອງສິດທິຕາມລັດຖະທໍາມະນູນ ເພື່ອບໍ່ໃຫ້ເປັນການປັກປຳຕົນເອງ.

ອະດີດທະນາຍຄວາມສ່ວນໂຕຂອງທ່ານທຣໍາ ໄດ້ຮັບຄໍາສັ່ງຈາກຜູ້ພິພາກສາໃນເດືອນແລ້ວນີ້ ໃຫ້ມາປາກົດໂຕຢູ່ສານ ເພື່ອເປັນພະຍານຢູ່ຕໍ່ໜ້າຄະນະລູກຂຸນໃຫຍ່ ທີ່ມີຈຸດປະສົງພິເສດ, ແຕ່ໄດ້ຮັບການແຈ້ງວ່າ ນະເວລານີ້ທ່ານໄດ້ເປັນເປົ້າໝາຍໃນການສອບສວນທີ່ດໍາເນີນໄປຢ່າງໄວວາ, ເຊິ່ງ ອະດີດທະນາຍຄວາມຂອງທ່ານໄດ້ເປີດເຜີຍໃນວັນຈັນທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG