ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຮ້ອງໂຮ ບໍ່ພໍໃຈ ຕໍ່ທ່ານ Cruz ອະດີດ ຄູ່ແຂ່ງຂອງທ່ານ Trump ທີ່ກອງປະຊຸມໃຫຍ່ ຂອງພັກ


US Presidential Politics
please wait

No media source currently available

0:00 0:02:36 0:00

ສະມາຊິກສະພາສູງ ຈາກລັດ Texas ທ່ານ Ted Cruz ໄດ້ຮັບສຽງຮ້ອງໂຮສະ​ແດງ​ຄວາມ​ບໍ່ພໍ​ໃຈ ຈາກຝູງຄົນ ຢູ່ທີ່ກອງປະຊຸມໃຫຍ່ພັກຣີພັບບລີກັນແຫ່ງຊາດ ໃນວັນພຸດ ວານນີ້ ເວລາການກ່າວຄຳປາໄສຂອງທ່ານ ບໍ່ໄດ້ມີ ການປະກາດ​ໃຫ້ການ​ສະໜັບສະໜຸນ​ຢ່າງ​ຈະ​ແຈ້ງ​ ແກ່ຜູ້ສະໝັກແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີຂອງພັກ ທ່ານ Donald Trump.

ທ່ານ Cruz ແມ່ນເປັນຄູ່ແຂ່ງຂັນຄົນສຸດທ້າຍ ໃນການແຂ່ງຂັນ ທີ່​ດຸ​ເດືອດ ເພື່ອຈະໄດ້ ຖືກສະເໜີຊື່ ໃນລະຫວ່າງທີ່ທ່ານ Trump ໄດ້ຕັ້ງຊື່ຫລິ້ນໃຫ້ທ່ານ ວ່າ “Lying Ted ຫຼື Ted ຂີ້ຕົວະ.” ແຕ່ກໍ​ຄື​ກັນ ​ກັບ​ສ່ວນ​ໃຫຍ່​ຂອງຜູ້ສະໝັກຈາກພັກຣີພັບບລີກັນຫຼາຍຄົນ ທ່ານ Cruz ໄດ້ໄປປາກົດຕົວ ຢູ່ທີ່ກອງປະຊຸມ ໃນນະຄອນ Cleveland ລັດ Ohio ເພື່ອກ່າວຖະແຫລງ ຕໍ່ບັນດາເຈົ້າໜ້າທີ່ພັກ ແລະ ຕໍ່ປະຊາຊົນຫຼາຍລ້ານຄົນ ຜູ້ທີ່ຊົມ ລາຍການຢູ່ທາງບ້ານ.

ທ່ານ Cruz ໄດ້ກ່າວວ່າ “ເຖິງບັນດາທ່ານ ທີ່ຮັບຟັງຢູ່ ກະລຸນາ ຢ່າຢູ່ໃນເຮືອນ ໃນ ເດືອນພະຈິິກ ຢືນຂຶ້ນ ແລະ ເວົ້າ ແລະ ລົງຄະແນນສຽງດ້ວຍຈິດສຳນຶກຂອງທ່ານ. ລົງຄະແນນ ສຽງໃຫ້ບັນດາຜູ້ສະໝັກ ຢູ່ໃນບັດ ຈາກເທິງຫາລຸ່ມ ຜູ້ທີ່ທ່ານເຊື່ອຖືວ່າ ຈະປົກປ້ອງສິດ ເສລີພາບຂອງພວກເຮົາ ແລະ ຈະຊື່ສັດຕໍ່ລັດຖະທຳມະນູນ.”

ຊົມ ການອອກສຽງບໍ່ພໍໃຈ ຂອງບັນດາຜູ້ແທນ ຈາກລັດຕ່າງໆ ຕໍ່ທ່ານ Cruz

RNC: Some Delegates Boo Cruz After He Fails to Endorse Trump
please wait

No media source currently available

0:00 0:00:13 0:00

ຫຼັງຈາກນັ້ນບໍ່ດົນ ພວກທີ່ເປັນຕົວແທນຂອງລັດ New York ໄດ້ຮ້ອງໂຮຂຶ້ນທັບຖົມ ທ່ານ Cruz ໃນຂະນະທີ່ທ່ານກຳລັງເວົ້າຢູ່ ໂດຍຮຽກ ຮ້ອງໃຫ້ທ່ານປະກາດການສະໜັບສະໜູນ ຜູ້ທີ່ພວກເຂົາເຈົ້າເລືອກເອົາ.

ທ່ານ Cruz ໄດ້ຕອບໂຕ້ວ່າ “ຂ້າພະເຈົ້າ ຂອບໃຈໃນຄວາມກະຕືລືລົ້ນ ຂອງຜູ້ແທນ ຈາກລັດ New York.” ການກ່າວຄຳປາໄສ ສ່ວນທີ່ເຫຼືອ ຂອງທ່ານ Cruz ແມ່ນຍາກ ທີ່ຈະໄດ້ຍິນ ທ່າມກາງສຽງຂອງພວກຝູງຄົນ. ສຽງຮ້ອງ​ໂຮ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ ໄດ້ຫັນ ປ່ຽນເປັນສຽງເຊຍ ອີກເທື່ອໜຶ່ງ ໃນຂະນະທີ່ທ່ານ Cruz ໄດ້ຍ່າງອອກໄປຈາກເວທີບໍ່ດົນ ໃນຂະນະທີ່ທ່ານ Trump ປາກົດໂຕອອກມາ ຢູ່​ເທິງ​ເວທີ ພາຍໃນກອງປະຊຸມ.

ການກ່າວຄຳປາໄສທີ່ສຳຄັນ ຢູ່ກອງປະຊຸມ ໃນຄ່ຳຄືນວັນພຸດວານນີ້ ແມ່ນເປັນຂອງ ຜູ້ປົກ ຄອງລັດ Indiana ທ່ານ Mike Pence ທີ່ທ່ານ Trump ເລືອກເປັນຮອງປະທານາທິບໍດີ ຜູ້ທີ່ໄດ້ເອີ່ຍວ່າ ທ່ານເປັນບຸກ ຄົນ ທີ່ຈະເຮັດການ​ສະໝັກເລືອກຕັ້ງນັ້ນ ສົມດຸນກັບທ່ານ Trump.

ທ່ານໄດ້ກ່າວວ່າ “ທ່ານ Trump ເປັນຜູ້ທີ່ຮູ້ຈັກກັນ ວ່າເປັນບຸກຄົນທີ່ກວ້າງຂວາງ ມີ ເອກະລັກທີ່ມີສີສັນ ແລະ ມີພອນສະຫວັນດຶງດູດຈິດໃຈຫຼາຍ ແລະ ດັ່ງນັ້ນ ຂ້າພະເຈົ້າ ຄາດເດົາວ່າ ທ່ານພຽງຊອກຫາຜູ້​ສະໝັກ​ເພື່ອ​ໃຫ້​ມີ​ຄວາມ​ສົມ​ດຸ​ນ​ເທົ່າ​ນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ຊົມ ການລາຍງານ ລວບລວມ ກອງປະຊຸມ ໃນ 3 ມື້ ດ້ານການເມືອງ ຂອງຜູ້ສື່ຂ່າວ Jim Malone

Mike Pence Accepts Nomination as Republican Vice Presidential Candidate
please wait

No media source currently available

0:00 0:03:01 0:00

XS
SM
MD
LG