ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດ ເຈົ້າໜ້າທີ່ຂັ້ນສູງຈີນ ປະເຊີນກັບ ການສືບສວນ ໃນຖານ ຮັບສິນບົນ


​ທ່ານ Su Rong ອະ​ດີດ​ຜູ້ນຳ​ພັກ ​ໃນ​ແຂວງ Jiangxi ​ແລະ​ຮອງ​ປະທານສະພາ ​ທີ່ປຶກສາປະຊາຊົນ​ຈີນ.
​ທ່ານ Su Rong ອະ​ດີດ​ຜູ້ນຳ​ພັກ ​ໃນ​ແຂວງ Jiangxi ​ແລະ​ຮອງ​ປະທານສະພາ ​ທີ່ປຶກສາປະຊາຊົນ​ຈີນ.

ບັນດາ​ໄອ​ຍະ​ການ​ຈີນ ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ອະດີດ​ເຈົ້າ​
ໜ້າ​ທີ່​ຂັ້ນ​ສູງຄົນນຶ່ງ ຂອງ​ພັກ​ຄອມ​ມິ​ວນິສ ຈະ​ປະ​ເຊີນ​ໜ້າ​ກັບ​
ການ​ສືບສວນຄວາມ​ຜິດກ່ຽວກັບການ​ກ່າວ​ຫາ​ວ່າ​ ທ່ານ​ໄດ້​ຮັບ
​ເອົາ​ສິນ​ບົນ.

​ການເຄື່ອນໄຫວດັ່ງກ່າວມີຂື້ນນຶ່ງ​ມື້ ຫລັງ​ຈາກ​ທ່ານ Su Rong
​ໄດ້​ຖືກ​ໄລ່​ອອກ​ຈາກ​ພັກ​ ແລະ​ປົດໜ້າ​ທີ່​ທ່ານທັງ​ໝົດ​ອອກ​ຈາກ
ລັດຖະບານ ຊຶ່ງເຮັດໃຫ້ທ່ານກາຍ ເປັນ​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ
ຄົນຫຼ້າສຸດ ທີ່​ຖືກ​ປົດ​ອອກ​ຈາກຕຳ​ແໜ່​ງ​ໂດຍການປຸກ ລະດົມ
ຕໍ່ຕ້ານການ​ສໍ້​ລາດ​ບັງຫຼວງຂອງປະທານປະ​ເທດຈີນ ທ່ານ Xi
Jinping.

ທ່ານ Su ແມ່ນ​ອະ​ດີດ​ຜູ້ນຳ​ພັກ ​ໃນ​ແຂວງ Jiangxi ​ແລະ​ຮອງ​ປະທານສະພາ ​ທີ່ປຶກສາ
ປະຊາຊົນ​ຈີນ ຊຶ່ງເປັນ​ສະພາທີ່​ປຶກສາ​ດ້ານການ​ເມືອງ​ສູງ​ສຸດ​ຂອງປະ​ເທດ.

​ໃນ​ວັນ​ຈັນ​ວານ​ນີ້ ກຸ່ມ​ຄຸ້ມຄອງກ່ຽວກັບການສໍ້ລາດບັງຫຼວງ ພາຍ​ໃນພັກ​ຄ​ອມມິ​ວນິສ ຊຶ່ງ
ໄດ້ແກ່ຄະນະ​ກຳມາທິການ​ສູນ​ກາງ​ເພື່ອກວດກາ​ກ່ຽວກັບດ້ານລະບຽບວິ ໄນກ່າວ​ວ່າ ​ຕົນ
ໄດ້​ພົບ​ເຫັນທ່ານ Su “ຮັບ​ເອົາ​ສິນ​ບົນ​ຢ່າງ​ຫລວງຫລາຍ” ​ເພື່ອ​ແລກປ່ຽນກັບ​ການແຕ່ງ
ຕັ້ງໜ້າ​ທີ່​ການ​ຕ່າງ​ໆຂອງ​ລັດຖະບານ.

ຖະ​ແຫລ​ງການ​ກ່າວ​ວ່າ “​ໃນ​ນາ​ມ​ທີ່ເປັນເຈົ້າໜ້າ​ທີ່​ຂັ້ນ​ສູງ​ຄົນນຶ່ງຂອງສະພາທີ່ ປຶກສາຂອງ
ປະຊາຊົນຈີນ ທ່ານ Su ​ໄດ້​ທ້າ​ທາຍ​ຕໍ່​ກົດລະບຽບຂອງ​ພັກ​ ລະເມີດ ຢ່າງ​ຮ້າຍ​ແຮງ​ຕໍ່​ລະ
ບຽບ​ຂອງ​ອົງການການຈັດ​ຕັ້ງ ​ແລະ​ໄດ້​ພົວພັນ​ກັບ​ການຂາຍ ຕຳແໜ່ງຂອງທາງການ ຊຶ່ງ​ໄດ້ກໍ່ໃຫ້ເກີດຜົນກະທົບໃນທາງທີ່ບໍ່ດີຕໍ່ຖັນແຖວຂອງ ສະມາຊິກພັກ ​ແລະ​ພື້ນຖານການ
ນຳພາດ້ານສັງຄົມ.”

XS
SM
MD
LG