ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະດີດ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ຂອງໄທ ພຳນັກ ຢູ່ປະ​ເທດ Dubai


ອະດີດນາຍົກລັດຖະມົນຕີ ​ຍິ່ງລັກ ຊິນນະ​ວັດ ໄປຮອດສານສູງ ເພື່ອໃຫ້ການຕໍ່ສານເທື່ອສຸດທ້າຍ ທີ່ບາງກອກ ປະເທດໄທ, 1 ສິງຫາ, 2017.
ອະດີດນາຍົກລັດຖະມົນຕີ ​ຍິ່ງລັກ ຊິນນະ​ວັດ ໄປຮອດສານສູງ ເພື່ອໃຫ້ການຕໍ່ສານເທື່ອສຸດທ້າຍ ທີ່ບາງກອກ ປະເທດໄທ, 1 ສິງຫາ, 2017.

ນາຍົກລັດຖະມົນຕີຂອງ​ໄທ ທ່ານ​ປຣະຍຸດ ຈັນ​ໂອຊາ ກ່າວ​ວ່າ ນາຍົກລັດຖະມົນຕີທີ່​
ກຳຕຳ​ແໜ່​ງກ່ອນໜ້າ​ທ່ານ ​ຄື ​ທ່ານນາງ​ຍິ່ງລັກ ຊິນນະ​ວັດ ​ແມ່ນ​ຢູ່​ທີ່​ປະ​ເທດ Dubai.

ທ່ານນາຍົກລັດຖະມົນຕີປຣະຍຸດ ​ໄດ້​ເປີດ​ເຜີຍທີ່ຢູ່​ຂອງ​ທ່ານ​ນາງຍິ່ງລັກ ​ໃນ​ວັນ​
ພະຫັດມື້​ນີ້ໃນ​ການ​ພົບ​ປະ​ກັບ​ພວກ​ນັກ​ຂ່າວ ທີ່​ກ່າວ​ເຖິງ​ລາຍ​ງານຈາກກະຊວງ​ການ​
ຕ່າງປະ​ເທດ​ກ່ຽວກັບການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ. ອ້າຍ​ຂອງ​ທ່ານ​ນາງ ອະດີດ
ນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ ​ກໍໄດ້ລີ້​ໄພ ຢູ່ປະ​ເທດ Dubai ​ເຊັ່ນ​ດຽວ​ກັນ
ນັບຕັ້ງ​ແຕ່​ທ່ານ​ໄດ້​ຖືກ​ໂຄ່ນ​ລົ້ມ ​ໃນ​ປີ 2006 ​ໂດຍການ​ກໍ່​ລັດຖະປະຫານ​ຂອງ​ພວກ
​ທະຫານ​ນັ້ນ.

ທ່ານ​ນາງ​ ຍິ່ງລັກ ​ແມ່ນ​ໄດ້​ຖືກ​ຕັດສິນ​ລົງ​ໂທດ ​ໂດຍສານ​ສູງ​ສຸດ​ຂອງ​ໄທ ​ໃນ​ວັນ
​ພຸດ​ວານ​ນີ້ ​ໃນ​ຖານ​ທີ່ບໍ່​ເອົາ​ໃຈ​ໃສ່ ໃນ​ໂຄງການ​ຈຳນຳ​ເຂົ້າທີ່​ປະສົບ​ບັນຫາ ​ແລະຖືກ
​ຕັດສິນ​ລົງ​ໂທດລັບຫລັງ ​ໃຫ້ຕິດ​ຄຸກ​ເປັນ​ເວລາ 5 ປີ​. ຜົນ​ຂອງ​ການ​ຕັດສິນຂັ້ນຕົ້ນມີ​
ໝາຍ​ກຳໜົດ​ທີ່ຈະ​ປະກາດ ໃນ​ເດືອນ​ແລ້ວ​ນີ້, ​ແຕ່​ວ່າ ທ່ານ​ນາງ​ ຍິ່ງລັກ ບໍ່​ໄດ້​ໄປ​ປາກົດ
​ຕົວ​ຟັງຄຳຕັດສິນ.

ລັດຖະບານ ​ໄດ້​ສູນ​ເສຍ​ເງິນ​ຈຳນວນ ຫຼາຍ​ກວ່າ 1 ພັນ​ລ້ານ​ໂດ​ລາ ​ໃນ​ແຜນການ​ຊື້
​ເຂົ້າສູງກວ່າ​ລາຄາ​ຕະຫລາດ ຈາກ​ພວກ​ຊາວນາ​ທີ່​ຍາກຈົນ ​ແລະ​ມີ​ຈຸດປະສົງ​ທີ່​ຈະ​
ນຳ​ເຂົ້າ​ອອກ​ມາ​ຂາຍ​ໃນ​ລາຄາ​ທີ່​ສູງ​ກວ່າ ​ໃນ​ເວລາ​ຕໍ່​ມາ.

ທ່ານ​ນາງ​ ຍິ່ງລັກ ​ໄດ້​ປະຕິ​ເສດ ຕໍ່​ຂໍ້​ກ່າວ​ຫາໃດ​ໆທັງ​ສິ້ນ ​ແລະ​ກ່າວ​ອ້າງ​ວ່າ ນີ້​ແມ່ນ
ມີຈຸດປະສົງ​ທາງ​ການ​ເມືອງ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG