ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະ​ດີດຄູ​ອາ​ຈານ ນັກ​ຮຽນ ແລະ​ຍາດ​ມິດ​​ແພດ​ສາດ ພົບ​ປະ​ກັນ​ທີ່​ນະ​ຄອນ​ຫຼວງປາ​ຣີ


​ບັນ​ດາ​ອະ​ດີດຄູ​ອາ​ຈານ ນັກ​ຮຽນ ແລະ​ເພື່ອນ​ຝູງ ​ແພດ​ສາດ ພົບ​ປະ​ກັນຫຼັງ​ຈາກ 40 ປີ ທີ​ນະ​ຄອນ​ຫຼວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ.
​ບັນ​ດາ​ອະ​ດີດຄູ​ອາ​ຈານ ນັກ​ຮຽນ ແລະ​ເພື່ອນ​ຝູງ ​ແພດ​ສາດ ພົບ​ປະ​ກັນຫຼັງ​ຈາກ 40 ປີ ທີ​ນະ​ຄອນ​ຫຼວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະ​ນຳ​ເອົາກາ​ນ​ສຳ​ພາດກັບ​ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ ແລະ​ອາຈານ
ແພດ​ສາດ​ ພ້ອມ​ດ້ວຍ​ເພື່ອນ​ຝູງ ​ທີ່​ໄດ້ໄປ​ເຕົ້າ​ໂຮມ​ກັນ​ຢ່າງ​ຄຶກ​ຄື້ນຢູ່ ນະ​ຄອນ​ຫຼວງ​
ປາ​ຣີ ໃນ​ເດືອນ​ກັນ​ຍາທີ່​ຜ່ານ​ມານີ້ ເພື່ອ​ຕຽມໄປ​ຂຶ້ນ​ກຳ​ປັ່ນ​ທ່ອງ​ທ່ຽ​ວ​ຢູ່​ປະ​ເທດ​ອີ​ຕາ​ລີ. ​
ເຂົາ​ເຈົ້າໄດ້​ໃຊ້ເວ​ລາ​ 8 ມື້ ​7 ຄືນ ກິນ​ຢູ່​ຮ່ວມ​ກັນ ໃນກຳ​ປັ່ນ ທີ່​ກັນ​ແວ່​ຢ້ຽມ​ຢາມ​ເມືອງ​
ຕ່າງໆ​ໃນ​ຫຼາຍ​ປະ​ເທດ ຢູ່​ແຄມທະ​ເລ​ເມ​ດີ​ເຕ​ຣາ​ເນ ແລະ​ຊົ​ມ​ທິວ​ທັດທຳ​ມະ​ຊາດທີ່​ສວຍ
​ງາ​ມ. ​ການ​ພົບ​ປະ​ສັງ​ສັນ​ນຳ​ທ່ຽວເປັນ ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ການ​ສຳ​ພາດ
ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບຕໍ່​ໄປ.​

ສະ​ບາຍ​ດີ​ທຸກໆ​ທ່ານ ຈາກ​ທະ​ເລ​ເມ​ດີ​ເຕ​ຣາ​ເນ
ສະ​ບາຍ​ດີ​ທຸກໆ​ທ່ານ ຈາກ​ທະ​ເລ​ເມ​ດີ​ເຕ​ຣາ​ເນ

ເປັນ​ເວ​ລາ 8 ​ມື້ 7 ​ຄືນ ໃນ​ທ້າຍ​ເດືອນ​ກັນ​ຍາ ​ທີ່​ຜ່ານມ​າ​ນີ້ ໄດ້​ມີບັນ​ດາ​ອະ​ດີດ​ນັກ​ສຶກ​ສາ
ແລະ ​ອາ​ຈານແພ​ດ​ສາດ ສະ​ໄໝ​ພະ​ລາດ​ຊະ​ອາ​ນາ​ຈັກ​ລາວ ພ້​ອມ​ດ້ວຍ​ເພື່ອນ​ຝູງຈຳ​
ນວນ​ທັງ​ໝົດ 200 ປາຍຄົນ​ໄດ້​ພາ​ກັນເດີນ​ທາງໄປຮ່ວມ ຈາກ ສ​ປ​ປ ລາວ ໄທ ອ​ອສ​ເຕ​ຣ
​ເລຍ ສະ​ຫະ​ລັດ ກາ​ນາ​ດາ ແບ​ລ​ຈ້ຽມ ນິວ​ຊີ​ແລນ ແລະຝ​ຣັ່ງ ​ຊຶ່ງ​ເຂົາ​ເຈົ້າໄດ້ເຕົ້າ​ໂຮມ​ກັນ
​ຢ່າງ​ຄຶກ​ຄື້ນ ຢູ່​ນະ​ຄອນ​ຫຼວງ​ປາ​ຣີ​ກ່ອນ​ອອກ​ເດີນ​ທາງ. ​ຫຼາຍໆ​ຄົນໄດ້ມາພົບ​ພໍ້​ກັນ ​ເປັນ
​ຄັ້ງ​ທຳ​ອິດ ຫຼັງ​ຈາກ 40 ກວ່າ​ປີ ທີ່ໄດ້​ພັດ​ພາກ​ຈາກ​ປະ​ເທດ​ລາວ​. ​ຄະ​ນະ​ກຳ​ມະ​ການຈັດ
ງານ​ທ່ອງ​ທ່ຽວທີ່​ຫ້າວ​ຫັນ ໄດ້​ຮັບ​ຕ້ອນເຂົາ​ເຈົ້າດ້ວຍ​ການທຳລາບາ​ສີ​ ກິນ​ລ້ຽງ ສະ​ແດງ
​ການ​ເດີນ​ແຟ​ຊັນເຄື່ອງພື້ນ​ເມືອງ​ລາວ ແລະ​ຟ້ອນພື້ນ​ເມືອ​ລາວ​ໃຫ້ບັນ​ດາ​ແຂກໄດ້ຊົມ
​ຢ່າງ​ຄຶກ​ຄື້ນ.

ຍາ​ນາງ​ສຸ​ຣິ​ສານ ແລະ​ສາ​ມີ ດ​ຣ. ຊົມ​ພູ ອຸ​ດົມ​ວິ​ໄລ
ຍາ​ນາງ​ສຸ​ຣິ​ສານ ແລະ​ສາ​ມີ ດ​ຣ. ຊົມ​ພູ ອຸ​ດົມ​ວິ​ໄລ

ເຂົ້າ​ຮ່ວມ​ຢູ່​ໃນ​ພິ​ທີກໍມີແຂກ​ກິດ​ຕິ​ມະ​ສັກ ຄືຍາ​ນາງ​ສຸ​ຣິ​ສານ ພ້ອມ​ດ້ວ​ສາ​ມີ​ ດ​ຣ. ຊົມ​ພູ
ອຸ​ດົມ​ວິ​ໄລ ທີ່​ໄດ້​ເດີນ​ທາງ​ມາ​ຈາກ​ປະ​ເທດອອ​ສ​ເຕ​ຣ​ເລຍ. ຍາ​ນາງ​ສຸ​ຣິ​ສານ ໄດ້​ມາ​ຟ້ອນ
ຕ້ອນ​ຮັບບັນ​ດາ​ແຂກ​ໄປ​ກັບ​ສຽງ​ເພງ “ປາ​ຣີເມືອງ​ງາມ” ຊຶ່ງມີ​ທຳ​ນອງ​ມາ​ຈາກ​ເພງ
“ວຽງ​ຈັນ​ເມືອງ​ງາມ.” ຍາ​ນາງ​ສຸ​ຣິ​ສານໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ໃນ​ຕອນ​ເຊົ້າວັນ​ຕໍ່​ມາ​ເຂົາ​ເຈົ້າ​ໄດ້ພ​າ​ກັນຂີ່​ລົດ​ໄຟ ລົດ​ບັ​ສ ແລະ​ເຮືອ​ບິນເດີນ​ທາງ​ໄປ
​ຂຶ້ນ​ກຳ​ປັ່ນໃຫຍ່ທີ່​ນະ​ຄອນ​ເວ​ນິ​ສ ປະ​ເທດ​ອີ​ຕາ​ລີ ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ໃຊ້​ເວ​ລາ 8 ມື້ 7
ຄືນກິນ​ຢູ່​ຮ່ວມ​ກັນ ແລະທ່ຽວ​ຊົມ​ບ້ານ​ເມືອງຕ່າງໆ​ທີ່ຢູ່ເລາະ​ຕາມທະ​ເລ​ເມ​ດີ​ເຕ​ຣາ​ເນ
ຢ່າງມ່ວນ​ຊື່ນ.

ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ຊຸມ​ໜຸ່ມແພ​ດ​ສາດ
ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ຊຸມ​ໜຸ່ມແພ​ດ​ສາດ

ຍາ​ນາ​ງ​ສິ​ຣິ​ກິດ ຕຽມ​ທິສັກ ກໍແມ່ນ​ຜູ້​ນຶ່ງ​ທີ່ເດີນ​ທາງ​ມາ​ຈາກ ສ​ປ​ປ ລາວ ​ເຂົ້າ​ຮ່ວມ​ຄະ
​ນະ​ໃນ​ຄັ້ງ​ນີ້ ຊຶ່ງ​ຍາ​ນາງ​ໄດ້​ເລົ່າ​ສູ່ ວີ​ໂອ​ເອ ຟັງວ່າ:

ຍາ​ນາງ​ສິ​ຣິ​ກິດ ຕຽມ​ທິ​ສັກ
ຍາ​ນາງ​ສິ​ຣິ​ກິດ ຕຽມ​ທິ​ສັກ

ບັນ​ດາປະ​ເທດ​ຢູ່​ໃນ​ທະ​ວີບ​ຢູໂຣບ ມີ​ເນື້ອ​ທີ່​ນ້ອຍ ແຕ່​ມີ​ຄວາມ​ງົດ​ງາມ ຕື່ນ​ເຕັ້ນ​ເປັນ​ພິ​
ເສດ ເຕັມ​ໄປ​ດ້ວຍ​ເຄ​ຫ​ະ​ສ​ະ​ຖານ ແລະວັດ​ຖຸ​ໂບ​ຮານ​ອັນເກົ່າ​ແກ່. ນອກ​ຈາກ​ນັ້ນແລ້ວ
​ກໍ​ມີ​ຮີດ​ຄອງ​ປະ​ເພ​ນີ ພາ​ສາ​ປາກ​ເວົ້າແຕກ​ຕ່າງ​ກັນ ພ້​ອມ​ດ້ວຍຊີ​ວິດ​ການ​ເປັນ​ຢູ່ ແລະ
​ອາ​ຫານ​ການ​ກິນ​ກໍແຕກຕ່າງກັນ. ການ​ທ່ອງ​ທ່ຽວ​ຄັ້ງ​ນີ້​ໄດ້ ເປັນ​ການ​ຮຽນ​ຮູ້​ເປີດ​ຫູ​ເປີດ​
ຕາໃຫ້ແກ່​ບັນ​ດາ​ນັກ​ທ່ອງ​ທ່ຽວເຊື້ອ​ສາຍ​ລ​າ​ວ. ດ​ອກ​ເຕີ ບຸນ​ຊ້ວຍ ຫລ່ຽມ​ທິ​ແກ້ວ ກໍ​ແມ່ນ
​ອີກ​ຜູ້​ນຶ່ງ​ທີ່​ໄດ້ເດີນ​ທາງ​ມາ​ຈາກ​ປະ​ເທດແບ​ລ​ຢ້ຽ​ມ ທ່ານ​ໄດ້​ເລົ່າ​ເຖິງ​ປະ​ສົບ​ການ​ສູ່​ຟັງ
​ດັ່​ງນີ້:

ດ​ຣ. ບຸນ​ຊ້ວຍ ຫລ່ຽມ​ທິ​ແກ້ວ
ດ​ຣ. ບຸນ​ຊ້ວຍ ຫລ່ຽມ​ທິ​ແກ້ວ

ການເດີນ​ທາງ​ທ່ອງ​ທ່ຽວແຫ່ງ​ໃດ​ແຫ່ງ​ນຶ່ງ​ໃນແຕ່​ລະ​ປີ ແມ່ນຮີດ​ຄອງ​ປະ​ເພ​ນີ​ຂອງ​ປະ
ຊາ​ຄົມປະ​ເທດ​ອຸດ​ສາ​ຫະ​ກຳ ເພື່ອເປັນ​ການພັກ​ຜ່ອນ​ຢ່ອນ​ອາ​ລົມ ແລະ​ເປັ​ນ​ກຳ​ໄລ​ຊີ​ວິດ​.
ຄະ​ນະ​ເດີນ​ທາງ​ໄດ້​ຮັບ​ຄວາມເບີກ​ບານມ່ວນ​ຊື່ນ ທີ່​ໄດ້​ພົບ​ພໍ້​ເພື່ອນ​ຝູງເກົ່​າທີ່​ໄດ້​ຫ່າງ
​ເຫີນ​ກັນ​ມາກວ່າ 40 ປີ ແລະບັດ​ນີ້​ທຸກ​ຄົນໄດ້​ເດີນ​ທາ​ງ​ກັບ​ຄືນ​ບ້ານດ້ວຍ​ຄວາມ​ປ​ອດ​
ໄພ ແລະເຕັມ​ໄປ​ດ້ວຍອະ​ນຸ​ສອນຮູບ​ພາບ ທີ່​ຈະ​ຮັກ​ສາ​ໄວ້ ເພື່ອຄວາມ​ຊົງ​ຈຳ.

XS
SM
MD
LG