ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອະດີດຜູ້ພິມເຜີຍແຜ່ຂ່າວ ກ່າວວ່າ ທ່ານ ທຣໍາ ຮ້ອງຜູ້ຖືກກ່າວຫາເປັນຊູ້ຮັກ ວ່າ 'ຍິງສາວທີ່ດີງາມ'


ອະດີດປະທານາທິບໍດີ ດໍໂນລ ທຣໍາ, ຊ້າຍ, ນັ່ງເບິ່ງ ທ່ານເດວິດ ແພັກເກີ້ ໃຫ້ການເປັນພະຍານ, ຂວາສຸດ, ຈາກຜູ້ຊ່ວຍທະນາຍຄວາມ ທ່ານໂຈຊົວ ສເຕນກລາສ, ໃນສານອາຍາແມນຫັດຕັນ, ວັນທີ 23 ເມສາ 2024, ໃນລັດ ນິວຢອກ.
ອະດີດປະທານາທິບໍດີ ດໍໂນລ ທຣໍາ, ຊ້າຍ, ນັ່ງເບິ່ງ ທ່ານເດວິດ ແພັກເກີ້ ໃຫ້ການເປັນພະຍານ, ຂວາສຸດ, ຈາກຜູ້ຊ່ວຍທະນາຍຄວາມ ທ່ານໂຈຊົວ ສເຕນກລາສ, ໃນສານອາຍາແມນຫັດຕັນ, ວັນທີ 23 ເມສາ 2024, ໃນລັດ ນິວຢອກ.

ທ່ານເດວິດ ແພັກເກີ້ ອະດີດຜູ້ພິມເຜີຍແຜ່ຂ່າວ ໄດ້ເຂົ້າໃຫ້ການຕໍ່ການພິຈາລະນາຄະດີທາງອາຍາໃນລັດນິວຢອກຂອງ ທ່ານດໍໂນລ ທຣໍາ ວ່າປະທານາທິບໍດີໃນອະນາຄົດເມື່ອກ່ອນນັ້ນ ໄດ້ເຮັດໃຫ້ລາວຮູ້ສຶກວ່າ ທ່ານຮູ້ຈັກກັບນາງແບບ Playboy ຜູ້ທີ່ພະຍາຍາມຂາຍສິດ ເພື່ອອ້າງວ່ານາງມີຄວາມສໍາພັນກັບ ທ່ານ ທຣໍາ ເປັນເວລາຍາວຫຼາຍເດືອນ.

ທ່ານ ແພັກເກີ້ ໃຫ້ການເປັນພະຍານໃນວັນພະຫັດວານນີ້ວ່າ ໃນການສົນທະນາ ປີ 2016, ທ່ານ ທຣໍາ ໄດ້ອະທິບາຍວ່າ ນາງຄາເຣັນ ແມັກດູໂກລ “ເປັນຍິງສາວທີ່ດີງາມ.” ທ່ານ ແພັກເກີ້ ກ່າວວ່າ ນັ້ນໄດ້ເຮັດໃຫ້ທ່ານເຊື່ອວ່າ ທ່ານ ທຣໍາ “ຮູ້ວ່າ ນາງແມ່ນໃຜ,” ເຖິງແມ່ນ ທ່ານ ທຣໍາ ໄດ້ປະຕິເສດວ່າຕົນມີເພດສໍາພັນກັບນາງກໍຕາມ.

ນຶ່ງປີຕໍ່ມາ, ຫຼັງຈາກ ທ່ານ ທຣໍາ ກາຍມາເປັນປະທານາທິບໍດີ, ທ່ານ ແພັກເກີ້ ກ່າວວ່າ ທ່ານ ທຣໍາ ໄດ້ຖາມລາວວ່າ “ນາງ ຄາເຣັນ ເປັນແນວໃດ?” ໃນຂະນະທີ່ພວກເຂົາເຈົ້າພາກັນຍ່າງຢູ່ໃນເດີ່ນຂອງທໍານຽບຂາວ. ທ່ານ ແພັກເກີ້ ກ່າວວ່າ ທ່ານຕອບວ່ານາງສະບາຍດີ, ທ່ານທົບທວນຄວມຈໍາຂອງ ທ່ານ ທຣໍາ ວ່າ “ນາງເປັນຄົນບໍ່ປາກ.”

ແຟ້ມຮູບ-ທ່ານເດວິດ ແພັກເກີ້, ທີ່ເປັນປະທານ ແລະຜູ້ບໍລິຫານສູງສຸດຂອງສື່ສັງຄົມອາເມຣິກັນ (American Media), ກ່າວປາໄສຢູ່ໃນງານແຫ່ງນຶ່ງ, ວັນທີ 31 ມັງກອນ 2014 ໃນລັດນິວຢອກ.
ແຟ້ມຮູບ-ທ່ານເດວິດ ແພັກເກີ້, ທີ່ເປັນປະທານ ແລະຜູ້ບໍລິຫານສູງສຸດຂອງສື່ສັງຄົມອາເມຣິກັນ (American Media), ກ່າວປາໄສຢູ່ໃນງານແຫ່ງນຶ່ງ, ວັນທີ 31 ມັງກອນ 2014 ໃນລັດນິວຢອກ.

ທ່ານ ແພັກເກີ້, ຜູ້ທີ່ມາໃຫ້ການເປັນພະຍານພາຍໃຕ້ໝາຍສານ, ກ່າວຕໍ່ໄອຍະການ ທ່ານຈາຊົວ ສເຕນກລາສ (Joshua Steinglass) ວ່າ ທ່ານບໍ່ໄດ້ມີເຈດຕະນາຮ້າຍຕໍ່ ທ່ານ ທຣໍາ.

“ໃນທາງກົງກັນຂ້າມ,” ທ່ານ ແພັກເກີ້ ກ່າວວ່າ “ຂ້າພະເຈົ້າຮູ້ສຶກວ່າ ທ່ານ ດໍໂນລ ທຣໍາ ເປັນຄູສອນຂອງຂ້າພະເຈົ້າ. ທ່ານຊ່ວຍເຫຼືອຕະຫຼອດໄລຍະອາຊີບຂອງຂ້າພະເຈົ້າ.”

ທ່ານ ແພັກເກີ້ ກ່າວວ່າ ທ່ານເອງບໍ່ໄດ້ລົມກັບ ທ່ານ ທຣໍາ ນັບຕັ້ງແຕ່ປີ 2019, ແຕ່ວ່າ “ເຖິງແມ່ນວ່າພວກເຮົາບໍ່ໄດ້ລົມກັນ, ແຕ່ຂ້າພະເຈົ້າກໍຍັງຖືວ່າທ່ານ ທຣໍາ ເປັນເພື່ອນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG