ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ອະ​ດີດ ປະ​ທາ​ນາ​ທິ​ບໍ​ດີ ຂອງ​ຊູ​ດານ ຖືກ​ສານ​ຕັດ​ສິນ​ລົງ​ໂທດ ໃຫ້​ຈຳ​ຄຸກ 2 ປີ ຖານ​ສໍ້​ລາດ​ບັງຫຼວງ


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານ ທ່ານ​ໂອ​ມາ​ຣ ຮາ​ສານ ອາ​ລ-ບາ​ເຊຍ ນັ່ງ​ຢູ່​ໃນ​ກົງ​ເຫຼັກ ມີ​ຕຳຫຼວດ​ຢືນ​ຄຸມ​ກັນ ຢູ່​ໃນ​ຫ້ອງ​ສານ ບ່ອນ​ທີ່​ທ່ານ​ປະ​ເຊີນ​ກັບຂໍ້​ກ່າວ​ຫາ ການ​ສໍ້​ລາດ​ບັງຫຼວງ, ໃນ​ນະ​ຄອນຫຼວງ ຄາ​ຣ໌ທູມ, ວັນ​ທີ 19 ກັນ​ຍາ 2019.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຊູ​ດານ ທ່ານ​ໂອ​ມາ​ຣ ຮາ​ສານ ອາ​ລ-ບາ​ເຊຍ ນັ່ງ​ຢູ່​ໃນ​ກົງ​ເຫຼັກ ມີ​ຕຳຫຼວດ​ຢືນ​ຄຸມ​ກັນ ຢູ່​ໃນ​ຫ້ອງ​ສານ ບ່ອນ​ທີ່​ທ່ານ​ປະ​ເຊີນ​ກັບຂໍ້​ກ່າວ​ຫາ ການ​ສໍ້​ລາດ​ບັງຫຼວງ, ໃນ​ນະ​ຄອນຫຼວງ ຄາ​ຣ໌ທູມ, ວັນ​ທີ 19 ກັນ​ຍາ 2019.

ໃນ​ວັນ​ເສົາ​ວານນີ້ ສານ​ຂອງ​ຊູ​ດານ ໄດ້​ຕັດ​ສິນ​ວ່າ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂອ​ມາ​ຣ ອາ​ລ-ບາ​ເຊຍ ມີ​ຄວາມ​ຜິດ​ໃນ​ຖານ​ການ​ສໍ້​ລາດ​ບັງຫຼວງ ແລະ​ການ​ຟອກ​ເງິນ ແລະ​ໄດ້​ຕັດ​ສິນ​ລົງ​ໂທດ​ທ່ານ ​ໃຫ້​ຈຳ​ຄຸກ 2 ປີ ຢູ່​ໃນ​ສະ​ຖານ​ທີ່ດັດ​ສ້າງ.

ການ​ຕັດ​ສິນ​ຄວາມ​ຜິດ​ດັ່ງ​ກ່າວ ແມ່ນ​ເປັນ​ເທື່ອ​ທຳ​ອິດສຳ​ລັບ ​ທ່ານ​ບາ​ເຊຍ ອາ​ຍຸ 75 ປີ ຜູ້​ທີ່ກອງ​ທັບ​ໄດ້​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ ໃນ​ເດືອນ​ເມ​ສາ ຫຼັງ​ຈາກ​ໄດ້​ມີ​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ໃນທ້ອງ​ຖະ​ໜົນ​ມາ​ເປັນ​ເວ​ລາຫຼາຍ​ເດືອນ ເພື່ອ​ຕໍ່​ຕ້ານ​ການ​ປົກ​ຄອງ​ແບບ​ຜະ​ເດັດ​ຂອງ​ຜູ້​ກ່ຽວ ​ມາ​ໄດ້​ສາມ​ທົດ​ສະ​ວັດ​ຜ່ານ​ມາ.

ສານ​ດັ່ງ​ກ່າວ ຍັງ​ໄດ້​ສັ່ງ​ໃຫ້​ຢຶດ​ເງິນ​ຈຳ​ນວນຫຼາຍ​ລ້ານ​ໂດ​ລາ ລວມ​ທັງ​ເງິນ​ສະ​ກຸນ​ຢູ​ໂຣ ແລະ​ເງິນ​ປອນ​ຂອງ​ຊູ​ດານ​ນຳ​ດ້ວຍ ທີ່​ໄດ້​ພົບ​ເຫັນ​ຢູ່​ໃນ​ເຮືອນ​ຂອງ​ທ່ານ​ບາ​ເຊຍ ໃນ​ເວ​ລາ​ທີ່​ທ່ານ​ໄດ້​ຖືກ​ໂຄ່ນ​ລົ້ມ​ນັ້ນ.

ທ່ານ​ບາ​ເຊຍ ໄດ້​ນຸ່ງ​ເຄື່ອງຕາມ​ປະ​ເພ​ນີ​ທີ່​ເປັນ​ເສື້ອ​ຄຸມ​ສີ​ຂາວ ແລະ​ຜ້າ​ພັນ​ຫົວ ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີ​ເມື່ອ​ວັນ​ເສົາ​ວານນີ້ ແລະ​ທ່ານ​ໄດ້​ແນມ​ເບິ່ງ​ຈາກ​ພາຍ​ໃນ​ກົງ​ເຫຼັກ​ຢ່າງ​ມິດ​ງຽບ ໃນ​ຂະ​ນະ​ທີ່​ຜູ້​ພິ​ພາກ​ສາ ໄດ້​ອ່ານ​ຄຳ​ຕັດ​ສິນ.

ພວກ​ຜູ້​ສະ​ໜັບ​ສະ​ໜຸນ​ທ່ານ​ບາ​ເຊຍ​ຈຳ​ນວນ​ສາວ​ຫາ​ສາມ​ສິບກວ່າ​ຄົນ ໄດ້​ປະ​ທ້ວງ​ຢູ່​ຖະ​ໜົນ​ສາຍ​ຕ່າງໆ​ຂອງ​ນະ​ຄອນຫຼວງ​ຄາ​ຣ໌​ທູມ ຫຼັງ​ຈາກ​ການ​ດຳ​ເນີນ​ຄະ​ດີ​ໄດ້​ສິ້ນ​ສຸດ ຊຶ່ງ​ພວກ​ປະ​ທ້ວງຫຼາຍ​ຄົນ​ໄດ້​ກ່າວ​ວ່າ ມີ​ແຮງ​ຈູງ​ໃຈ​ດ້ານ​ການ​ເມືອງ.

ສະ​ມາ​ຄົມ​ນັກວິ​ຊາ​ຊີບ​ຂອງ​ຊູ​ດານ ທີ່​ເປັນ​ພື້ນ​ຖານ​ຂອງຂະ​ບວນການ​ປະ​ທ້ວງ​ຕໍ່​ຕ້ານ​ທ່ານ​ບາ​ເຊຍ ມາ​ໄດ້​ນຶ່ງ​ປີນັ້ນ ໄດ້​ຍ້ອງ​ຍໍ​ການ​ຕັດ​ສິນ​ຄວາມ​ຜິດ​ວ່າ “ເປັນ​ທຳ ແລະເປັນ​ຄວາມມຸ້ງໝັ້ນ​ທາງ​ການ​ເມືອງ” ໃນ​ການ​ຕໍ່​ຕ້ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ທ່ານນີ້.

ທ່ານ​ບາ​ເຊຍ ກໍຍັງຈະ​ປະ​ເຊີນ​ກັບ​ຂໍ້​ກ່າວຫາອື່ນໆ​ອີກ​ຢູ່​ໃນ​ຊູ​ດານ ທີ່​ປະ​ກອບ​ດ້ວຍ ການ​ຍຸ​ແຍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ ແລະ​ພົວ​ພັນ​ໃນ​ການ​ຄາດ​ຕະ​ກຳ​ພວກ​ປະ​ທ້ວງ. ເມື່ອ​ຕົ້ນ​ສັບ​ປະ​ດານີ້ ທາງ​ການ​ຊູ​ດານ ໄດ້​ສອບ​ຖາ​ມ​ທ່ານ​ບາ​ເຊຍ ກ່ຽວ​ກັບບົດ​ບາດ​ຂອງ​ທ່ານ ໃນ​ການກໍ່​ລັດ​ຖະ​ປະ​ຫານ​ໃນ​ປີ 1989 ໂດຍ​ທະ​ຫານ ທີ່​ໄດ້​ນຳ​ມາ​ຊຶ່ງ​ການ​ຂຶ້ນ​ກຳ​ອຳ​ນາດ​ຂອງ​ທ່ານນັ້ນ.


​ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG