ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດປະທານາທິບໍດີ ຂອງເກົາຫຼີໃຕ້ Park Geun-hye ຖືກກ່າວຟ້ອງ ຖານຮັບສິນບົນ


ອະດີດປະທານາທິບໍດີ ຂອງເກົາຫຼີໃຕ້ ທ່ານນາງ Park Geun-hye ຜູ້ຖືກຂັບໄລ່ອອກຈາກຕຳແໜ່ງ ໄປຮອດ ສານ
ລັດຖະບານກາງ ປະຈຳນະຄອນຫຼວງ ໂຊລ ເພື່ອຮັບຟັງ ກ່ຽວກັບ ຄຳຮ້ອງຂໍໃຫ້ຈັບກຸມທ່ານນາງ ຖານສໍ້ລາດບັງຫຼວງ ຂອງໄອຍະການ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້, ວັນທີ 30 ມີນາ 2017.
ອະດີດປະທານາທິບໍດີ ຂອງເກົາຫຼີໃຕ້ ທ່ານນາງ Park Geun-hye ຜູ້ຖືກຂັບໄລ່ອອກຈາກຕຳແໜ່ງ ໄປຮອດ ສານ ລັດຖະບານກາງ ປະຈຳນະຄອນຫຼວງ ໂຊລ ເພື່ອຮັບຟັງ ກ່ຽວກັບ ຄຳຮ້ອງຂໍໃຫ້ຈັບກຸມທ່ານນາງ ຖານສໍ້ລາດບັງຫຼວງ ຂອງໄອຍະການ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້, ວັນທີ 30 ມີນາ 2017.

ບັນດາໄອຍະການຂອງເກົາຫຼີໃຕ້ ໄດ້ຟ້ອງຮ້ອງຢ່າງເປັນທາງການ ອະດີດປະທານາທິບໍດີ
Park Geun-hye ຜູ້ຖືກປົດອອກຈາກຕຳແໜ່ງ ທີ່ໄດ້ຖືກຈຳຄຸກຢູ່ ໃນຂໍ້ຫາຮັບສິນບົນ
ຕ່າງໆ ໃນຄະດີການສໍ້ລາດບັງຫຼວງ ທີ່ນອງນັນ ແລະສົນໃຈຫຼາຍ ຂອງປະເທດ.

ສຳນັກງານຂອງໄອຍະການ ໄດ້ແຈ້ງການຟ້ອງຄະດີ ໃນວັນຈັນມື້ນີ້ ໂດຍນຳສົ່ງຄະດີ
ຄວາມຂອງຜູ້ກ່ຽວ ໄປໃຫ້ສານອາຍາ.

ທ່ານນາງ Park ເປັນປະທານາທິບໍດີ ທີ່ຖືກເລືອກຕາມແນວທາງປະຊາທິປະໄຕ ທີ່ໄດ້
ຖືກປົດອອກຈາກຕຳແໜ່ງ ຄົນທຳອິດຂອງປະເທດ ຊຶ່ງໄດ້ຖືກຈັບກຸມ ແລະ ໄດ້ຖືກ
ຄວບຄຸມໂຕໄວ້ ເມື່ອເດືອນແລ້ວນີ້ ຫຼັງຈາກສານເກົາຫຼີໃຕ້ ໄດ້ອະນຸມັດ ການສະເໜີ
ອອກໝາຍຈັບ ຂອງໄອຍະການ ໃນຂໍ້ຫາຕ່າງໆ ຂອງການຮັບສິນບົນ ການຂູ່ເຂັນ
ເອົາຊັບ ແລະ ການໃຊ້ອຳນາດ ໃນທາງທີ່ຜິດ.

ຂໍ້ກ່າວຫາຕ່າງໆທາງອາຍາ ຕໍ່ທ່ານນາງ Park ແມ່ນກ່ຽວຂ້ອງກັບເລື່ອງລາວນອງນັນ
ໃນວົງການໆເມືອງ ທີ່ໄດ້ກົດດັນໃຫ້ທ່ານນາງ ຕ້ອງໄດ້ອອກຈາກຕຳແໜ່ງ ໂດຍຖືກ
ກ່າວຫາວ່າ ສົມຮູ້ຮ່ວມຄິດ ກັບ ນາງ Choi Soon-sil ຜູ້ເປັນເພື່ອນມິດມາໄດ້ ເປັນ
ເວລາຍາວນານ ຂູ່ເຂັນໃຫ້ພວກເຈົ້າຂອງບໍລິສັດຍັກໃຫຍ່ ຂອງເກົາຫຼີໃຕ້ ບໍລິຈາກເງິນ
ຫຼາຍກວ່າ 69 ລ້ານໂດລາ ໃຫ້ແກ່ສອງມູນນິທິ ຂີ້ຕົວະສອງແຫ່ງ.

ເປັນເວລາຫຼາຍເດືອນຜ່ານມາ ເລື່ອງລາວການຟ້ອງຮ້ອງ ຂອງທ່ານນາງ Park ໄດ້ສ້າງ
ຄວາມແຕກແຍກໃນມະຫາຊົນຂອງເກົາຫຼີໃຕ້ຢ່າງໜັກ ໂດຍກໍ່ໃຫ້ເກີດການໂຮມຊຸມນຸມ
ປະທ້ວງຢ່າງໃຫຍ່ ຈາກພວກຝ່າຍຄ້ານຂອງນາງ ເພື່ອຮຽກຮ້ອງໃຫ້ມີການຟ້ອງຮ້ອງ
ໃຫ້ປົດທ່ານນາງ ຫຼື ໃຫ້ລາອອກ ແລະ ໂດຍມີພວກທີ່ສະໜັບສະໜູນ ກໍໄດ້ຈັດຕັ້ງການ
ປະທ້ວງ ເພື່ອພະຍາຍາມ ຮັກສາໄວ້ລັດຖະບານຂອງທ່ານນາງ ເຊັ່ນກັນ. ສອງຄົນ ຈາກ
ກຸ່ມທີ່ສະໜັບສະໜູນທ່ານນາງ Park ໄດ້ເສຍຊີວິດ ໃນການປະທະກັນກັບ ຕຳຫຼວດ
ຢູ່ນອກສານ ໃນມື້ຂອງການປະກາດ ຄຳຕັດສິນຂອງການຟ້ອງຮ້ອງ.

ທ່ານນາງ Park ຈະປະເຊີນກັບ ໂທດຈຳຄຸກ ຫຼາຍກວ່າ 10 ປີ ຖ້າຖືກພົບເຫັນວ່າມີ
ຄວາມຜິດ ໃນຖານຮັບສິນບົນ ຈາກພວກຜູ້ອຳນວຍການໃຫຍ່ ຂອງບໍລິສັດຍັກໃຫຍ່
ຕ່າງໆ ທີ່ລວມທັງ ຫົວໜ້າໃຫຍ່ຂອງ ບໍລິສັດ Samsung Group ທ່ານ Jay Y. Lee
ໃນການທີ່ຈະໄດ້ຮັບຄວາມເອື້ອອຳນວຍໃຫ້ໂດຍລັດຖະບານ ເປັນການຕອບແທນ.
ທ່ານ Lee ຜູ້ທີ່ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ທີ່ວ່າ ທ່ານໃຫ້ສິນບົນ ເພື່ອຈະໄດ້ຮັບ ການສະໜັບສະໜູນ ສຳລັບ ບໍລິສັດ Samsung ແລະ ທັງ ທ່ານ Choi ພ້ອມກັບ ທ່ານ
Lee ແມ່ນຖືກຄວບຄຸມໂຕຢູ່ ແລະ ຈະຖືກດຳເນີນຄະດີ ອີກຕ່າງຫາກ.

South Korea Politics
please wait
Embed

No media source currently available

0:00 0:01:45 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG