ອະດີດເຈົ້າໜ້າທີ່ຂັ້ນສູງຝ່າຍວາງແຜນເສດຖະກິດຂອງຈີນ ໄດ້
ຖືກຕັດສິນວ່າ ມີຄວາມຜິດໃນຂໍ້ຫາຮັບສິນບົນ ແລະ ຖືກຕັດສິນ
ລົງໂທດຈຳຄຸກຕະຫລອດຊີວິດ ຊຶ່ງກາຍມາເປັນຄະດີ ທີ່ພົວພັນ
ກັບຜູ້ມີຊື່ສຽງຄົນຫຼ້າສຸດ ທີ່ໄດ້ຖືກປົດລົງຈາກຕຳແໜ່ງ ໂດຍການ
ປຸກລະດົມຕໍ່ຕ້ານການສໍ້ລາດບັງຫລວງຂອງຈີນ.
ອົງການຂ່າວ ຊີນຫົວ ຂອງທາງການຈີນ ກ່າວວ່າ ທ່ານ Liu
Tienan ຖືກພົບເຫັນວ່າ ມີຄວາມຜິດ ໃນການຮັບເອົາສິນບົນ
ມູນຄ່າ 5 ລ້ານ 8 ແສນດອລລ່າ ໃນລະຫວ່າງທີ່ດຳລົງຕຳແໜ່ງ
ຮອງຫົວໜ້າຄະນະກຳມະການ ພັດທະນາແລະປະຕິຮູບແຫ່ງຊາດ
ຊຶ່ງເປັນໜ່ວຍງານວາງແຜນ ເສດຖະກິດຂັ້ນສູງຂອງຈີນ.
ຂໍ້ກ່າວຫາຕ່າງໆ ຕໍ່ທ່ານ Liu Tienan ໄດ້ປາກົດອອກມາ ທຳອິດໃນ ເດືອນທັນວາ ປີ
2012 ເວລານັກຂ່າວຄົນໜຶ່ງຂອງວາລະສານສືບ ສວນ Caijing ໄດ້ລົງເລື້ອງລາວກ່ຽວ
ກັບ ທ່ານ Liu Tienan ໃນ blog ຂອງລາວ.
ໃນຕອນທຳອິດ ທ່ານ Liu ໄດ້ອອກມາປະຕິເສດຕໍ່ຂໍ້ກ່າວຫາຢ່າງໜັກແໜ້ນ. ແຕ່ຢູ່ໃນ
ການດຳເນີນຄະດີທ່ານ ເມື່ອເດືອນກັນຍານັ້ນ ທ່ານ Liu ໄວ 60 ປີ ໄດ້ສາລະພາບຜິດ
ພ້ອມກັບຫລັ່ງນ້ຳຕາອອກມາ ວ່າຕົນໄດ້ຮັບເອົາສິນບົນຫຼາຍໆຢ່າງ ລວມທັງ ເງິນສົດ
ລົດຍີ່ຫໍ້ Porsche ແລະ ເຮືອນວິລລາຫລູຫລາຫລັງໜຶ່ງ ຢູ່ປັກກິ່ງ.
ເລື່ອງທີ່ວ່າທ່ານ Liu ຈະຖືກພົບເຫັນວ່າ ມີຄວາມຜິດນັ້ນ ແມ່ນບໍ່ມີຂໍ້ສົງໄສໃດໆເລີຍ
ເນື່ອງຈາກວ່າ ສານທີ່ຄວບຄຸມໂດຍ ພັກຄອມມິວນິສ ນັ້ນ ມີອັດຕາການຕັດສິນຈຳເລີຍ
ວ່າມີຄວາມຜິດ ເກືອບເຖິງ 100 ເປີເຊັນ. ແຕ່ໄອຍະການໄດ້ຮ້ອງຂໍໂທດສະຖານເບົາ
ໂດຍອ້າງວ່າທ່ານ Liu ໄດ້ໃຫ້ການຮ່ວມມືກັບການສອບສວນ.
ແຕ່ວ່າ ຄຳຕັດສິນລົງໂທດໃນວັນພຸດມື້ນີ້ ໂດຍສານເມືອງ Langfang ທາງທິດເໜືອ
ຂອງນະຄອນຫລວງປັກກິ່ງນັ້ນ ແມ່ນເປັນການລົງໂທດທີ່ໜັກທີ່ສຸດ ຕາມກົດໝາຍ
ສຳຫລັບຄວາມຜິດດັ່ງກ່າວ.
ທ່ານ Liu ຜູ້ທີ່ໄດ້ດຳລົງຕຳແໜ່ງ ປະທານກົມພະລັງງານແຫ່ງຊາດອີກນັ້ນ ແມ່ນໜຶ່ງ
ໃນບັນດາເຈົ້າໜ້າທີ່ ຂັ້ນສູງ ຫຼາຍກວ່າ 50 ຄົນ ທີ່ກຳລັງປະເຊີນໜ້າກັບ ການກ່າວຟ້ອງ
ພາຍໃຕ້ການປຸກລະດົມຕໍ່ຕ້ານການສໍ້ລາດບັງຫລວງຂອງປະທານປະເທດຈີນ ທ່ານ ສີ
ຈິ້ນຜິງ. ເຈົ້າໜ້າທີ່ຂັ້ນຕ່ຳ ຫຼາຍໆຄົນ ກໍໄດ້ຖືກດຳເນີນຄະດີແລະຕົກຈາກດຳແໜ່ງເຊັ່ນກັນ.