ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເອກກະສານລັບ ຂອງການ​ໂຈມ​ຕີ ​ກໍ່​ການ​ຮ້າຍ​ 11 ກັນຍາ ຄວນຈະຖືກ ນຳມາເປີດເຜີຍ


ຄວັນໄຟພຸ່ງຂຶ້ນສູ່ທ້ອງຟ້າຈາກຕຶກ World Trade Center ໃນຂະນະທີ່ພວກຈີ້ເຮືອບິນບັງຄັບ ເຮືອບິນບິນຕຳເຂົ້າໃສ່ຕຶກ ໃນນະຄອນ New York City.
ຄວັນໄຟພຸ່ງຂຶ້ນສູ່ທ້ອງຟ້າຈາກຕຶກ World Trade Center ໃນຂະນະທີ່ພວກຈີ້ເຮືອບິນບັງຄັບ ເຮືອບິນບິນຕຳເຂົ້າໃສ່ຕຶກ ໃນນະຄອນ New York City.

ອະດີ​ດສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ Bob Graham ກ່າວ​ວ່າ ຊາວອາ​ເມຣິກັນ ນັ້ນ​ແມ່ນ “ມີ​ຄວາມ​ສາມາດ” ທີ່​ຕັດສິນດ້ວຍ​ຕົວເອງ ກ່ຽວ​ກັບ​ເອກ​ກະສາ​ນລັບປະມານ 28 ໜ້າ​ ທີ່​ບັນ​ລະ​ຍາຍ​ເຖິງຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ໃຫ້ການສະໜັບສະ​ໜຸນໂດຍ​ຕ່າງປະ​ເທດ ​ເພື່ອທຳ​ການ​ໂຈມ​ຕີການ​ກໍ່​ການ​ຮ້າຍ​ ​ຄັ້ງ​ວັນ​ທີ 11 ກັນຍາ 2001.

​ເອກ​ກະສາ​ນດັ່ງກ່າວ ນັ້ນ​ແມ່ນ​ມາ​ຈາກລາຍ​ງານ​ຂອງ​ຄະນະ​ກຳມະການລັດຖະສະພາ​ຮ່ວມ ທີ່​ນຳ​ອອກ​ເຜີຍ​ແຜ່ ​ເມື່ອ 14 ປີ​ກ່ອນ ​ແຕ່​ວ່າ ຕອນ​ນັ້ນ ປະທານາທິ George W. Bush ໄດ້​ສັ່ງ​ການ​ບໍ່​ໃຫ້​ເປີດ​ເຜີຍ​ບົດ​ດັ່ງກ່າວ​ຂອງ​ລາຍ​ງານ​ທີ່​ມີ​ 800 ໜ້າ ທີ່​ຈະ​ນຳ​ອອກ​ສູ່​ສາຍ​ຕາ​ປະຊາຊົນ. ບັນດາ​ເຈົ້າ​ໜ້າ​ທີ່​ບາງ​ທ່ານ ທີ່​ສາມາດ​ເຂົ້າ​ເຖິງ​ເອກກະ​ສານ​ພວກ​ນີ້ ​ແລະ​ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ເຫັນ ທີ່​ພາດ​ພິງ​ເຖິງ Saudi Arabia ​ແຕ່​ວ່າ ບໍ່​ໄດ້​ພາດ​ພິງ​ເຖິງ​ລາຍ​ລະອຽດ​ຕ່າງໆ ກ່ຽວ​ກັບ​ກັບ​ການ​ພົວພັນ​ໂດຍ​ກົງ ທີ່​ຊີ້​ໃຫ້​ເຫັນ​ວ່າມັນ​ຍັງ​ເປັນ​ປິດສະໜາ​ຢູ່ໃນບັນດາ​ປະ​ເທດ​ສ່ວນ​ໃຫຍ່ນັ້ນ. ​

ທ່ານ Graham ​ໄດ້​ຂຽນ​ລົງໃນ​ບົດ​ຄວາມ​ເຫັນຂອງ Washington Post ​ໃນ​ວັນ​ພຸດ​ວານ ​ນີ້​ວ່າ “ຄຳ​ສາບານ​ຂອງ​ຂ້າພະ​ເຈົ້າ​ທີ່ຮັບປາກ​ທີ່​ຈະ​ບໍ່​ເປີດ​ເຜີຍ ນີ້ ບໍ່​ອະນຸຍາດ​ໃຫ້​ຂ້າພະ​ເຈົ້າ ກ່າວ​ເຖິງ​ລາຍ​ລະອຽດ​ຕ່າງໆ​ຂອງ​ເອກ​ກະສາ​ນພວກ​ນີ້. ​ແຕ່​ວ່າ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ບໍ່​ສາມາດ​ເປີດ​ເຜີຍ​ລາຍ​ລະອຽດ​ຕ່າງໆ ຂ້າພະ​ເຈົ້າເຊື່ອ​ວ່າ ຊາວອາ​ເມຣິກັນທັງ ຫຼາຍ ​ແມ່ນ​ມີສິດ​ທີ່​ຈະ​ຮູ້​ເຖິງ ຄວາມ​ສຳຄັນ​ຂອງ​ບັນຫາ​ເຫຼົ່າ​ນີ້.”

11 ທັນວາ, 2008, ອະດີດສະມາຊິກສະພາຕ່ຳຈາກລັດ Florida ທ່ານ Bob Graham ໃຫ້ການຕໍ່ ຄະນະກຳມະການກອງທັບສະພາສູງ
11 ທັນວາ, 2008, ອະດີດສະມາຊິກສະພາຕ່ຳຈາກລັດ Florida ທ່ານ Bob Graham ໃຫ້ການຕໍ່ ຄະນະກຳມະການກອງທັບສະພາສູງ

ທ່ານ​ແ​ມ່ນຜູ້​ນຶ່ງ​ທີ່ເຂັ້ມ​ແຂງ​ໃນ​ການ​ພັກ​ດັນ​ໃຫ້​ເອກ​ກະສາ​ນດັ່ງກ່າວ​ນີ້ ອອກ​ສູ່​ສາຍຕາ​ສາທາລະນະ. ທ່ານ​ຍັງ​ໄດ້​ກ່າວວ່າ ​ເຈົ້າ​ໜ້າ​ທີ່ທຳນຽບຂາວ ​ໄດ້ບອກ​ກັບ​ວ່າ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຈະ​ຕັດສິນ​ໃຈ​ໃນ​ເດືອນ​ມິຖຸນາ​ທີ່​ຈະ​ມາ​ເຖິງ​ນີ້ ຊຶ່ງ​ທ່ານ​ໄດ້​ເຫັນ​ເຖິງ​ເລື້ອງ​ນີ້​ວ່າ ​“ເປັນ​ການ​ເອົາຂັ້ນຕອນ​ໄປ​ໃນ​ທາງ​ທີ່​ຖືກຕ້ອງ​ແລ້ວ.”

ທ່ານ Graham ​ໄດ້​ຂຽນ​ວ່າ ທ່ານມີ​ຄວາມ​ຫວັງ​ໄປ​ໃນ​ທາງ​ບວກ ຈາກ​ການ​ສົນທະນາ​ທີ່ ຢ່າງ​ລົງ ຫຼັງ​ຈາກ​ໄດ້​ເຫັນ​ການ​ໃຫ້​ສຳພາດ​ຂອງ​ຫົວໜ້າ​ອົງການສືບ​ລັບ CIA ທ່ານ John Brennan ກັບລາຍການ “Meet The Press” ຂອງ​ຕາໜ່າງ​ໂທລະພາບ NBC ​ໃນ​ວັນ​ທີ 1 ພຶດສະພາ​ຜ່ານ​ມາ​ນີ້.

ທ່ານ John Brennan ຜູ້ອຳນວຍການ ໜ່ວຍສືບລັບ CIA ໃຫ້ຄຳຖະແຫຼງການ ທີ່ Capitol Hill ໃນ Washington.
ທ່ານ John Brennan ຜູ້ອຳນວຍການ ໜ່ວຍສືບລັບ CIA ໃຫ້ຄຳຖະແຫຼງການ ທີ່ Capitol Hill ໃນ Washington.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG