ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດເຈົ້າໜ້າທີ່ ຮັກສາຄວາມປອດໄພ ອ້າງເຖິງຄວາມລົ້ມແຫຼວ ຂອງການສືບລັບ ສຳລັບການກໍ່ຈະລາຈົນ ຢູ່ຫໍລັດຖະສະພາ


ພວກສະໜັບສະໜູນທ່ານ ທຣຳ ພະຍາຍາມທີ່ຈະທຳລາຍສິ່ງກີດຂວາງຂອງຕຳຫຼວດຢູ່ຫໍລັດຖະສະພາ ສະຫະລັດ. 6 ມັງກອນ 2021.
ພວກສະໜັບສະໜູນທ່ານ ທຣຳ ພະຍາຍາມທີ່ຈະທຳລາຍສິ່ງກີດຂວາງຂອງຕຳຫຼວດຢູ່ຫໍລັດຖະສະພາ ສະຫະລັດ. 6 ມັງກອນ 2021.

ອະດີດເຈົ້າໜ້າທີ່ໆຮັບຜິດຊອບສຳລັບການຮັກສາຄວາມປອດໄພຫໍລັດຖະສະພາ ສະຫະລັດ ໄດ້ໄປໃຫ້ການຕໍ່ສະພາໃນວັນອັງຄານວານນີ້ເປັນຄັ້ງທຳອິດ ນັບຕັ້ງແຕ່ການໂຈມຕີຕຶກດັ່ງກ່າວໃນວັນ ທີ 6 ມັງກອນທີ່ຜ່ານມາ, ໂດຍຖິ້ມໂທດໃສ່ຂໍ້ມູນລັບທີ່ບໍ່ພຽງພໍສຳລັບຄວາມລົ້ມແຫຼວໃນການປ້ອງ ກັນສິ່ງທີ່ເຂົາເຈົ້າອະທິບາຍວ່າ ເປັນການກໍ່ຈະລາຈົນ “ທີ່ຖືກວາງແຜນໄວ້ ແລະ ປະສານງານກັນ” ໂດຍພວກສະໜັບສະໜູນອະດີດປະທານາທິບໍດີ ດໍໂນລ ທຣຳ.

ພວກເຈົ້າໜ້າທີ່ດັ່ງກ່າວຄື ອະດີດຜູ້ບັນຊາການຕຳຫຼວດຫໍລັດຖະສະພາ ສະຫະລັດ ທ່ານ ສຕີຟ ຊັນ, ອະດີດຕຳຫຼວດສະພາຕໍ່າ ທ່ານ ພອລ ເອີວິງ, ແລະ ອະດີດຕຳຫຼວດສະພາສູງທ່ານ ໄມເກິລ ສເຕັງເງີ ໄດ້ໃຫ້ປາຄຳຕໍ່ຄະນະກຳມະການຮັກສາຄວາມປອດໄພພາຍໃນສະພາສູງ ແລະ ຄະນະກຳມະການກົດລະບຽບ ແລະ ການຄຸ້ມຄອງ.

ການໃຫ້ການດັ່ງກ່າວແມ່ນມີຂຶ້ນເປັນຄັ້ງທຳອິດຈາກຫຼາຍຄັ້ງ ກ່ຽວກັບ ຄວາມລົ້ມແຫຼວຂອງການຮັກສາຄວາມປອດໄພ ແລະ ການສືບລັບທີ່ໄດ້ນຳໄປສູ່ການໂຈມຕີນັ້ນ. ອາທິດໜ້າ, ບັນດາເຈົ້າ ໜ້າທີ່ຈາກອົງການ FBI, ກະຊວງປ້ອງກັນປະເທດ ແລະ ກະຊວງຮັກສາຄວາມປອດໄພພາຍໃນຈະໄປໃຫ້ການ.

ເຈົ້າໜ້າທີ່ຮັກສາຄວາມປອດໄພຫໍລັດຖະສະພາສາມຄົນດັ່ງກ່າວໄດ້ລາອອກຈາກຕຳແໜ່ງໃນທັນ ທີຫຼັງຈາກການຈະລາຈົນຢູ່ຫໍລັດຖະສະພາ ແລະ ໄດ້ປະເຊີນໜ້າກັບຫຼາຍຄຳຖາມ ກ່ຽວກັບ ການທຳລາຍການຮັກສາຄວາມປອດໄພຄັ້ງໃຫຍ່. ຄວາມຮຸນແຮງດັ່ງກ່າວໄດ້ເຮັດໃຫ້ 5 ຄົນເສຍຊີວິດ, ລວມທັງເຈົ້າໜ້າທີ່ຕຳຫຼວດຫໍລັດຖະສະພາຄົນນຶ່ງ, ແລະ ເຈົ້າໜ້າທີ່ຕຳຫຼວດຢ່າງໜ້ອຍ 140 ຄົນໄດ້ຮັບບາດເຈັບ.

ອະດີດເຈົ້າໜ້າທີ່ດັ່ງກ່າວໄດ້ໃຫ້ການວ່າ ໃນເວລາທີ່ເຂົາເຈົ້າໄດ້ກຽມພ້ອມສຳລັບການປະທ້ວງຂະ ໜາດໃຫຍ່ຢູ່ຫໍລັດຖະສະພາ ແລະ ຄວາມເປັນໄປໄດ້ ກ່ຽວກັບ ຄວາມຮຸນແຮງນັ້ນ, ເຂົາເຈົ້າບໍ່ມີຂໍ້ ມູນລັບທີ່ລະບຸວ່າພວກຝູງຄົນທີ່ສະໜັບສະໜູນ ທ່ານ ທຣຳ ຈະພະຍາຍາມໃຊ້ຄວາມຮຸນແຮງເຂົ້າຄວບຄຸມຫໍລັດຖະສະພາ.

ທ່ານ ຊັນ ກ່າວວ່າ “ການໂຈມຕີຫໍລັດຖະສະພາ ສະຫະລັດ ບໍ່ແມ່ນຜົນຂອງການວາງແຜນທີ່ບໍ່ດີ ຫຼື ການຄວບຄຸມການປະທ້ວງທີ່ລົ້ມແຫຼວ. ໂດຍປາສະຈາກຂໍ້ມູນລັບເພື່ອກະກຽມຢ່າງຖືກຕ້ອງ, ຕຳຫຼວດຫໍລັດຖະສະພາ ສະຫະລັດ ໄດ້ມີຈຳນວນໜ້ອຍກວ່າຫຼາຍ ແລະ ຖືກປ່ອຍໃຫ້ປ້ອງກັນຫໍລັດຖະສະພາຕ້ານພວກກໍ່ຈະລາຈົນຫົວຮຸນແຮງຈັດ.”

ພວກປະທ້ວງຂອງທ່ານ ທຣຳ ຫຼາຍພັນຄົນໄດ້ເຂົ້າຮ່ວມຟັງຄຳປາໄສໂດຍອະດີດປະທານາທິບໍດີໃນຕອນເຊົ້າຂອງວັນທີ 6 ມັງກອນ ກ່ອນເດີນຂະບວນໄປຫໍລັດຖະສະພາ ໃນຄວາມພະຍາຍາມທີ່ຈະຂັດຂວາງສະມາຊິກຂອງສະພາຈາກການຢັ້ງຢືນໄຊຊະນະຂອງປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງເມື່ອເດືອນພະຈິກຢ່າງເປັນທາງການ.

ພວກປະທ້ວງທ່ານ ທຣຳ ປະມານ 800 ຄົນຫຼັງຈາກນັ້ນ ໄດ້ທຳລາຍສິ່ງກີດຂວາງຫຼາຍອັນຂອງຕຳ ຫຼວດ ແລະ ໄດ້ບຸກເຂົ້າໄປໃນຕຶກບ່ອນທີ່ພວກເຂົາໄດ້ທຳລາຍຫ້ອງການ ແລະ ຂົ່ມຂູ່ສະມາຊິກຂອງສະພາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG