ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ລມຕ ກະຊວງປ້ອງກັນປະເທດ Laird ເຖິງແກ່ມໍລະນະກຳ ຮວມອາຍຸໄດ້ 94 ປີ


ທ່ານ Melvin R. Laird, ອະດີດລັດຖະມົນຕີປ້ອງກັນປະເທດ. ກັນຍາ 1992.
ທ່ານ Melvin R. Laird, ອະດີດລັດຖະມົນຕີປ້ອງກັນປະເທດ. ກັນຍາ 1992.

ທ່ານ Melvin Laird, ຜູ້ທີ່ໄດ້ນຳພາທຳນຽບ 5 ແຈ ໃນລະຫວ່າງທີ່​ມີ ການ​ຫລຸດກອງກຳ ລັງ ສະຫະລັດ ລົງ​ຢ່າງ​ຫຼວງຫຼາຍ ໃນຊຸມປີທີ່ຊຸດໂຊມຂອງສົງຄາມ ຫວຽດນາມ, ໄດ້ເຖິງ ແກ່ມໍລະນະກຳ​ແລ້ວໃນວັນພຸດວານນີ້ ຮວມອາຍຸ​ໄດ້ 94 ປີ.

ມີກອງທະຫານ 500,000 ຄົນໃນ ຫວຽດນາມ ເວລາທ່ານໄດ້ເປັນລັດ ຖະມົນຕີປ້ອງກັນ ປະເທດເມື່ອປີ 1969, ​ເຊິ່ງ​ເປັນຕົວເລກທີ່ໄດ້ຫຼຸດລົງເຖິງ 69,000 ຄົນໃນເວລາທີ່ທ່ານໄດ້ ອອກຈາກຕຳແໜ່ງໃນປີ 1973.

ທ່ານ Laird ໄດ້ສ້າງຄຳເວົ້າວ່າ “Vietnamization” ເພື່ອອະທິບາຍຂັ້ນຕອນຂອງການ ຝຶກ​ແອບ ແລະ ການຈັດຕັ້ງກອງກຳລັງຂອງ ຫວຽດນາມໃຕ້ ເພື່ອຕໍ່ສູ້ກັບຫວຽດນາມເໜືອ ດ້ວຍຕົນເອງ ໃນຂະນະທີ່ກອງທັບສະຫະລັດ ຖອນຕົວອອກຈາກປະເທດ. ແຜນການນັ້ນ ໄດ້ຖືກພົບເຫັນຫຼາຍຂຶ້ນ ໃນການຕໍ່ສູ້ປະຈຸບັນນີ້ໃນປະເທດ ອີຣັກ ແລະ ອັຟການິສຖານ.

ລັດຖະມົນຕີປ້ອງກັນປະເທດ ທ່ານ Melvin R. Laird, ຊີ້ມືໃສ່ຕາຕະລາງ ສະແດງໃຫ້ເຫັນສະຖິຕິ Vietnamization ຂອງລັດຖະບານ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ. 11 ຕຸລາ 1972. ນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີປ້ອງກັນປະເທດ ທ່ານ Melvin R. Laird, ຊີ້ມືໃສ່ຕາຕະລາງ ສະແດງໃຫ້ເຫັນສະຖິຕິ Vietnamization ຂອງລັດຖະບານ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ. 11 ຕຸລາ 1972. ນະຄອນຫຼວງ ວໍຊິງຕັນ.

ແຜນການດັ່ງກ່າວໄດ້ລົ້ມແຫຼວຢ່າງຊິ້ນເຊີງໃນ ຫວຽດນາມ ໃນຂະນະທີ່ກອງກຳລັງຈາກ ຫວຽດນາມເໜືອ ໄດ້ຍຶດເອົາເມືອງຫຼວງ ໄຊງ່ອນ ໃນພາກໃຕ້ຂອງ ຫວຽດນາມ ໃນປີ 1975. ທ່ານ Laird ໄດ້ກ່າວຫາລັດ ຖະສະພາວ່ວາ ບໍ່ໃຫ້ຄວາມສະໜັບສະໜູນພຽງພໍຕໍ່ ພວກ ຫວຽດນາມໃຕ້.

ໃນໄລຍະການດຳລົງຕຳແໜ່ງຂອງທ່ານນັ້ນ ກໍຍັງລວມມີການສິ້ນສຸດການເກນທະຫານ ແລະ ການຫັນປ່ຽນໄປ​ໃຊ້ກອງກຳລັງອາສາສະໝັກທັງໝົດ.

ທ່ານ Laird ໄດ້ປະຕິບັດໜ້າທີ່ພາຍໃຕ້ປະທານາທິບໍດີ Richard Nixon ແລະ ໄດ້ຫຼິ້ນບົດ ບາດຜູ້ມີອຳນາດໃນການເລືອກເອົາທ່ານ Gerald Ford ມາແທນຕຳແໜ່ງຮອງປະທານາ ທິບໍດີ Spiro Agnew ຜູ້ທີ່ໄດ້ລາອອກຈາກຕຳແໜ່ງໃນປີ 1973. ທ່ານ Ford ໄດ້ກາຍ ເປັນປະທານາທິບໍດີ ເມື່ອທ່ານ Nixon ເອງໄດ້ລາອອກຈາກຕຳ ແໜ່ງໃນປີຖັດໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG