ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Mikhail Lesin ອະດີດ ຜູ້ຊ່ວຍ ຂອງທ່ານ ປູຕິນ ຖືກພົບວ່າ ເສຍຊີວິດຢູ່ໃນໂຮງແຮມ.


ທ່ານ Mikhail Lesin ເປັນລັດຖະມົນຕີກະຊວງ ຖະແຫຼງຂ່າວ ຈາກປີ 1999 ຫາ 2004 ແລະ ເປັນຜູ້ຊີ້ນຳດ້ານ ສື່ມວນຊົນໃຫ້ປະທານາທິບໍດີຈາກປີ 2004 to 2009.
ທ່ານ Mikhail Lesin ເປັນລັດຖະມົນຕີກະຊວງ ຖະແຫຼງຂ່າວ ຈາກປີ 1999 ຫາ 2004 ແລະ ເປັນຜູ້ຊີ້ນຳດ້ານ ສື່ມວນຊົນໃຫ້ປະທານາທິບໍດີຈາກປີ 2004 to 2009.

ນັກທຸລະກິດທີ່ມີອິດທິພົນຂອງ ຣັດເຊຍ ຄົນໜຶ່ງ ທັງ ເປັນອະດີດ ຜູ້ຊ່ວຍຜູ້ນຳວັງ Kremlin ທ່ານ Vladimir Putin ໄດ້ຖືກພົບເຫັນ ວ່າໄດ້ເສຍຊີວິດຢູ່ໃນໂຮງແຮມທີ່ນະຄອນຫຼວງ ຂອງ ສະຫະລັດ.

ເຈົ້າໜ້າທີ່ ອາເມຣິກາ ແລະ ຣັດເຊຍ ທັງສອງແມ່ນກຳລັງພະຍາ ຍາມຊອກຫາສິ່ງທີ່ເປັນ ສາເຫດຂອງການເສຍຊີວິດຂອງທ່ານ Mikhail Lesin ອະດີດລັດຖະມົນຕີ ຣັດເຊຍ ແລະ ຜູ້ກໍ່ຕັ້ງບໍລິສັນ RT ສື່ມວນຊົນສາກົນ, ໂດຍດັ້ງເດີມເປັນທີ່ຮູ້ຈັກກັນວ່າ Russia Today​ ນັ້ນ.

ທ່ານ ປູຕິນ ໄດ້ໄວ້ອາໄລໃຫ້ກັບທ່ານ Lesin ໃນວັນເສົາວານນີ້, ໂດຍກ່າວວ່າທ່ານໄດ້ປະ ກອບສ່ວນອັນຍິ່ງໃຫຍ່ຕໍ່ “ສື່ມວນຊົນຊົນຂອງ ຣັດເຊຍ.”

ໂທລະພາບ RT ພາກພາສາອັງກິດ ກ່າວວ່າທ່ານ Lesin ໄດ້ເສຍຊີວິດຍ້ອນຫົວໃຈລົ້ມແຫຼວ.

ສະຖານທູດ ຣັດເຊຍ ໃນນະຄອນຫຼວງ ວໍຊິງຕັນ ໄດ້ຢືນຢັນຫຼັກຖານຂອງທ່ານ Lesin. ທ່ານ ໄດ້ຮັບໃຊ້ໜ້າທີ່ເປັນລັດຖະມົນຕີຖະແຫຼງຂ່າວຂອງ ຣັດເຊຍ ແຕ່ປີ 1999 ຫາ 2004 ແລະ ເຄີຍເປັນປະທານຜູ້ຊີ້ນຳສື່ມວນຊົນຈາກປີ 2004 ຫາ 2009. ນອກນັ້ນ ທ່ານຍັງໄດ້ເປັນຜູ້ບໍ ລິຫານງານອາວຸໂສທີ່ບໍລິສັດສື່ມວນຊົນ Gazprom ເຊິ່ງເປັນບໍລິສັດສື່ມວນຊົນຜູ້ຖືຮຸ້ນທີ່ ໃຫຍ່ທີ່ສຸດຂອງ ຣັດເຊຍ, ຈາກປີ 2013 ຫາ 2014.

ຕຳຫຼວດນະຄອນຫຼວງ ວໍຊິຕັນ ບໍ່ຍອມເປີດເຜີຍຂໍ້ມູນຫຼາຍກວ່າຄຳຢືນຢັນວ່າ ພວກເຂົາເຈົ້າໄດ້ ສືບສວນສອບສວນການຕາຍຂອງຊາຍຄົນດັ່ງກ່າວໃນໂຮງແຮມຄຸ້ມ Dupont Circle ທີ່ມີ ຄວາມທັນສະໄໝໃນນະຄອນຫຼວງ ວໍຊິງຕັນ.

Russian Aide Dead
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG