ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ.ນ. Bachelet​ ຊະ​ນະ ການ​ເລືອກ​ຕັ້ງ ປະທານາທິບໍດີ ຮອບ​ທຳ​ອິດ ຂອງ​ຊີເລ


ທ່ານນາງ Michelle Bachelet ຊະນະການເລືອກຕັ້ງ ປະທານາທິບໍດີ ​ຮອ​ບ​ທຳ​ອິດ ໃນປະເທດ Chile
ທ່ານນາງ Michelle Bachelet ຊະນະການເລືອກຕັ້ງ ປະທານາທິບໍດີ ​ຮອ​ບ​ທຳ​ອິດ ໃນປະເທດ Chile
ອະດີດ​ປະທານາທິບໍດີ Chile ທ່ານ​ນາງ Michelle Bachelet
​ໄດ້​ຮັບ​ຄະ​ແນນ​ສຽງ ​ເກືອບ​ສອງ​ເທົ່າ​ ​ລື່ນຄູ່​ແຂ່ງທີ່ໃກ້ຊິດທີ່ສຸດ
ຂອງທ່ານ ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ Chile ​ໃນ​ວັນ
​ອາທິດ​ວານ​ນີ້ ​ແຕ່​ວ່າ ທ່ານ​ນາງ​ ບໍ່ໄດ້ຮັບ​ສຽງ​ສ່ວນ​ຫລາຍ​ທີ່
​ຕ້ອງການ ​ພໍທີ່ຈະ​ຫລີກ​ລ່ຽງ​ການ​ແຂ່ງ​ຂັນ​ບັ້ນ​ສຸດ​ທ້າຍ​ໃນ​ວັນ​ທີ
15 ​ເດືອນ​ທັນວາ.

ພັກ​ສັງ​ຄົມ​ນິຍົມ​ປານ​ກາງ ​ໄດ້ເກືອບ 47 ​ເປີ​ເຊັນ​ຂອງ​ການ​ລົງ
​ຄະ​ແນນ​ສຽງ ຕໍ່ 25 ​ເປີ​ເຊັນສຳລັບ ພັກ​ຈາຮີດ​ນິຍົມ ຂອງ
ທ່ານ​ນາງ Everlyn Matthei.

ທ່ານ​ນາງ Bachelet ​ໄດ້​ອອກ​ຈາກ​ໜ້າ​ທີ່​ໄປ​ດ້ວຍ​ຄະ​ແນນ
ສຽງເຫັນ​ດີ 84 ​ເປີ​ເຊັນຫລັງ​ຈາກ​ເປັນ ປະທານາທິບໍດີ​ ​ໃນ​ປີ
2006-2010. ປະ​ເທດ Chile ອະນຸຍາດ​ໃຫ້ ປະທານາທິ
ບໍດີ ຮັບ​ໃຊ້​ໄດ້​ຫລາຍ​ກວ່າ​ນຶ່ງສະ​ໄໝ ​ແຕ່​ບໍ່​ໃຫ້ຕິດ​ຕໍ່​ກັນ.

ທ່ານ​ນາງ Bachelet ​ໄດ້​ຮັບ​ການ​ໜູນ​ຫລັງ ສ່ວນ​ໃຫຍ່​ຈາກ​ພັນທະ​ມິດ​ໃໝ່ ພັກ​ສັງຄົມ​
ນິຍົມ ຄຣິສຕຽນ ປະຊາທິປະ​ໄຕ ​ແລະ​ພັກ​ຄອມ​ມິ​ວນິສ.

ທ່ານ​ນາງ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ​ທີ່​ຈະຮັດ​ແຄບ​ຊ່ອງ​ຫວ່າງ ລະຫວ່າງລາຍ​ໄດ້​ຂອງ​ປະ​ຊາຊົນ
ແລະ​ດັດແປງ​ລັດຖະທໍາ​ມະນູນ ທີ່​ມີ​ມາໄດ້ 17 ປີ​ກ່ອນ ພາຍໃຕ້​ການຜະເດັດ​ການຂອງ Augusto Pinochet.


XS
SM
MD
LG