ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະດີດຜູ້ນໍາປະ​ເທດ Chad ຖືກຈັບກຸມ ໃນຂໍ້ຫາ ກໍ່​ອາ​ຊະ​ຍາ​ກໍາ ​ຕ້ານມວນມະນຸດ


Mbacke Fall (ຂ), ຫົວໜ້າຂອງຫ້ອງການ Extraordinary African ທີ່ກໍາກັບການດໍາເນີນຄະດີ ຂອງທ່ານ Habre.
Mbacke Fall (ຂ), ຫົວໜ້າຂອງຫ້ອງການ Extraordinary African ທີ່ກໍາກັບການດໍາເນີນຄະດີ ຂອງທ່ານ Habre.
ເຈົ້າ​ໜ້າ​ທີ່ Senegal ໄດ້ທໍາ​ການ​ກ່າວ​ຫາຢ່າງເປັນທາງການຕໍ່
ອະດີດຜູ້ນໍາຜະເດັດການ ຂອງ​ປະ​ເທດ Chad ທ່ານ Hissene
Habre ວ່າ ກໍ່​ອາ​ຊະ​ຍາ​ກໍາສົງຄາມ ທາລຸນນະກໍາ ແລະກໍ່​ອາ​ຊະ
​ຍາ​ກໍາ​ຕ້ານມວນມະນຸດ.

ທ່ານ Habre ທີ່​ໄດ້ປົກຄອງ Chad ຈາກປີ 1982 ຈົນ​ຖືກ​ໂຄ່ນ
​ລົ້ມ ໂດຍ​ການ​ກໍ່​ລັດຖະປະຫານ​ໃນ 1990 ນັ້ນ ຖືກກ່າວຫາວ່າ
ໄດ້​ເປັນຜູ້​ກໍາກັບ​ນໍາ​ການສັງຫານປະຊາຊົນ ຫຼາຍກວ່າ 40 ພັນ
ຄົນ​ຍ້ອນ​ເຫດຜົນທາງການເມືອງ ​ໄດ້ທໍາການທາລຸນນະກໍາຢ່າງ
​ເປັນລະບົບ ແລະລະເມີດສິດທິມະນຸດຫລາຍໆ​ຢ່າງ.

ທ່ານໄດ້ຖືກຈັບກຸມໃນວັນອາທິດຜ່ານມານີ້ ຢູ່​ເຮືອນຂອງທ່ານໃນນະຄອນຫຼວງ Dakar
ປະ​ເທດ​ເຊ​ເນ​ກາລ ບ່ອນທີ່ທ່ານໄດ້ໃຊ້ຊີວິດຢ່າງເສລີ ເປັນອິດສະລະຕະຫຼອດມາ​ຫຼັງຈາກ
ທີ່ທ່ານໄດ້​ໂຄ່ນ​ລົ້ມຈາກຕໍາແໜ່ງແລ້ວ. ສານພິ​ເສດ​ທີ່ໄດ້ອອກ​ຄໍາ​ກ່າວ​ຫາ​ເຫລົ່າ​ນັ້ນ
ໃນວັນອັງຄານວານ​ນີ້ ​ໄດ້​ສັ່ງ​ໃຫ້​ຕໍາຫລວດຄວບຄຸມ​ໂຕ​ທ່ານ​ໄວ້ ຈົນ​ກ່ວາ​ຈະ​ມີ​ຄໍາ​ສັ່ງ​ໃໝ່.
XS
SM
MD
LG