ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ ປະ​ທາ​ນາ​ທິ​ບໍ​ດີ ບອ​ສວາ​ນາ ເປັນ​ຫ່ວງ ກ່ຽວ​ກັບ ປະ​ຊາ​ທິ​ປະ​ໄຕ​ທີ ​ກຳ​ລັງຫຼຸດ​ລົງ


ປະ​ທາ​ນາ​ທິ​ບໍ​ດີ ບອ​ສວາ​ນາ ທ່ານ ອຽນ ຄາ​ມາ ເດີນ​ທາງ​ຮອດ​ຄະ​ນະ​ກຳ​ມາ​ທິ​ການ ສອງ​ຊາດ ບອສວາ​ນາ-ອາ​ຟ​ຣິ​ກາ​ໃຕ້, ນະ​ຄອນ​ປ​ຣີ​ໂຕ​ເຣຍ, ອາ​ຟ​ຣິ​ກາ​ໃຕ້. 11 ພະ​ຈິກ, 2016. REUTERS/Siphiwe Sibeko
ປະ​ທາ​ນາ​ທິ​ບໍ​ດີ ບອ​ສວາ​ນາ ທ່ານ ອຽນ ຄາ​ມາ ເດີນ​ທາງ​ຮອດ​ຄະ​ນະ​ກຳ​ມາ​ທິ​ການ ສອງ​ຊາດ ບອສວາ​ນາ-ອາ​ຟ​ຣິ​ກາ​ໃຕ້, ນະ​ຄອນ​ປ​ຣີ​ໂຕ​ເຣຍ, ອາ​ຟ​ຣິ​ກາ​ໃຕ້. 11 ພະ​ຈິກ, 2016. REUTERS/Siphiwe Sibeko

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ບອ​ສວາ​ນາ ທ່ານ ອຽນ ຄາ​ມາ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ ກ່ຽວ​ກັບ ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ຮຸນ​ແຮງ ແລະ ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ທ່ານ ກ່ຽວ​ກັບ ທິດ​ທາງ​ຂອງ​ປະ​ເທດ.

ໃນ​ການ​ສຳ​ພາດ​ກັບ​ລາຍ​ການວິ​ທະ​ຍຸ​ Nightline Africa ຂອງວີ​ໂອ​ເອ, ທ່ານ ຄາ​ມາ ໄດ້​ກ່າວ​ວ່າ ການ​ກ່າວ​ອ້າງ​ໂດຍ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ ທ່ານ ມົກ​ວີດ​ຊີ ມາ​ຊີ​ຊີ (Mokgweetsi Masisi) ວ່າ​ທ່ານ​ໄດ້​ຍັກ​ຍອກ​ເງິນ​ຂອງ​ປະ​ເທດຫຼາຍ​ຕື້​ແມ່ນ “​ເປັນ​ຕາ​ຫົວ”. ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ມີ​ແຜນ​ຈະ​ເອົາ​ບັນ​ຫາ​ດັ່ງ​ກ່າວ​ຂຶ້ນ​ສານ.

ທ່ານ ຄາ​ມາ ໄດ້​ກ່າວ​ວ່າ ການ​ກ່າວ​ຫາ​ໃນ​ທາງ​ທີ່​ຜິດ ແມ່ນ​ການ​ແກ້​ແຄ້ນ​ຂອງ​ພັກລັດ​ຖະ​ບານ ສຳ​ລັບ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ທີ່​ຈະ​ໂຄ​ສະ​ນາ​ຫາ​ສຽງ​ສູ້​ກັບ​ເຂົາ​ເຈົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ເມື່ອບໍ່​ດົນ​ມານີ້. ພັກ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ພັກ​ປະ​ຊາ​ທິ​ປະ​ໄຕ ບອ​ສວາ​ນາ, ໄດ້​ຖືກ​ຕັ້ງ​ຂຶ້ນ​ໂດຍ​ພໍ່​ຂອງ​ທ່ານ ຄາ​ມາ.

ທ່ານ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ມີ​ພຽງ​ເຫດ​ຜົນ​ດຽວ​ທີ່​ມັນ​ໄດ້​ເກີດ​ຂຶ້ນ​ກໍ​ຍ້ອນ​ເມື່ອ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ ຂ້າ​ພະ​ເຈົ້າ​ໄດ້​ລາ​ອອກ​ຈາກ​ພັກ​ລັດ​ຖະ​ບານນັ້ນ. ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ປະ​ຖິ້ມທິດ​ທາງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ ທີ່​ພວກ​ເຮົາ​ມີ​ຊື່​ສຽງ​ທີ່​ດີຈົນ​ຮອດ​ເວ​ລານີ້. ບອສວາ​ນາ ໄດ້​ຈັດ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ ເຊິ່ງ​ທ່ານ ຄາ​ມາ ໄດ້​ໂຄ​ສະ​ນາ​ຫາ​ສຽງ ສູ້​ກັບ​ພັກ​ລັດ​ຖະ​ບານ. ທ່ານ​ເວົ້າ​ວ່າ “ເຂົາ​ເຈົ້າ​ສັນ​ຍາ​ວ່າ ເຂົາ​ເຈົ້າ​ຈະຕາມ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ຈັດ​ການຂ້າ​ພະ​ເຈົ້າ​ໃນ​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ​ເອງ ສຳ​ລັບ​ການ​ເຮັດ​ແນວ​ນັ້ນ.”

ໃນ​ຕົ້ນ​ເດືອນນີ້, ທ່ານ ຈາ​ໂກ ຮູ​ໂບ​ນາ, ຈາກ​ກົມ​ສໍ້​ລາດ​ບັງຫຼວງ ແລະ ອາ​ຊະ​ຍາ​ກຳ​ເສດ​ຖະ​ກິດຂອງ ບ​ອສວາ​ນາ ໄດ້​ກ່າວ​ຫາ​ທ່ານ ຄາ​ມາ ແລະ ອະ​ດີດ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ອີກ​ສອງ​ຄົນ ກ່ຽວ​ກັບ ການ​ໂອ​ນ​ເງິນ​ທຶນ​ລັດ​ຖະ​ບານ​ເຂົ້າ​ບັນ​ຊີ​ທະ​ນາ​ຄານ​ສ່ວນ​ຕົວ​ໃນ​ປະ​ເທດ ອາ​ຟ​ຣິ​ກາ​ໃຕ້ ແລະ ຮົງ​ກົງ. ມີ​ພຽງ​ເຈົ້າ​ໜ້າ​ທີ່​ຄົນ​ດຽວ, ເຊິ່ງ​ແມ່ນ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ອາ​ວຸ​ໂສ, ທ່ານ ເວ​ເລ​ມິ​ນາ ມາ​ສວາ​ບີ, ທີ່​ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ຢ່າງ​ເປັນ​ທາງ​ການ​ໃນ​ປັດ​ຈຸ​ບັນ​ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG