ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ໂອບາມາ ຊຸກຍູ້ ໃຫ້ພົນລະເມືອງ ທຸກຄົນ ໄປອອກສຽງ ໃນ ເດືອນພະຈິກ ນີ້


ອະດີດ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຢູ່ທີ່ ມະຫາວິທະຍາໄລ ອີລລີນອຍ ເອີຣບານາ ແຊມເພນ ໃນລັດ ອີລລີນອຍ ວັນທີ 7 ກັນຍາ 2018.
ອະດີດ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຢູ່ທີ່ ມະຫາວິທະຍາໄລ ອີລລີນອຍ ເອີຣບານາ ແຊມເພນ ໃນລັດ ອີລລີນອຍ ວັນທີ 7 ກັນຍາ 2018.

ອະດີດປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ຜູ້ທີ່ດຳລົງຊີວິດແບບສ່ວນ
ຕົວ ໂດຍບໍ່ຄ່ອຍໄດ້ອອກມາ ພົບປະກັບມວນຊົນ ນັບຕັ້ງແຕ່ໄດ້ອອກຈາກຕຳແໜ່ງ
ແຕ່ໃນວັນສຸກວານນີ້ ທ່ານໄດ້ກັບຄືນເຂົ້າມາຮ່ວມ ການໂຄສະນາຫາສຽງໃນການ
ເລືອກຕັ້ງກາງສະໄໝ ໂດຍໃຫ້ຄຳຂວັນທີ່ງ່າຍໆວ່າ “ເຈົ້າຕ້ອງລົງຄະແນນສຽງ ເພາະ
ວ່າ ປະຊາທິປະໄຕຂອງພວກເຮົາ ກາງຕໍ່ການລົງຄະແນນສຽງ.”

ທ່ານ ໂອບາມາ ໄດ້ບອກພວກນັກສຶກສາ ຢູ່ມະຫາວິທະຍາໄລ ລັດອີລລີນອຍທີ່ເມືອງ
ເອີບານາ ແຊມເພນ ບ່ອນທີ່ທ່ານໄດ້ຮັບລາງວັນ ດ້ານຈັນຍາບັນໃນລັດຖະບານ ວ່າ “ເມື່ອແນມເບິ່ງຫົວຂໍ້ຂ່າວບໍ່ດົນມານີ້ແລ້ວ ຄວນບອກເຈົ້າວ່າ ປັດຈຸບັນນີ້ ແມ່ນແຕ່ກ
ຕ່າງກັນແທ້ໆເລີຍ. ການຕໍ່ສູ້ເພື່ອເອົາຊະນະແມ່ນສູງຂຶ້ນກວ່າເກົ່າຫຼາຍ. ຜົນເສຍ
ຫາຍທີ່ແຕ່ລະຄົນນັ່ງເສີຍຢູ່ ບໍ່ໄປຮ່ວມການເລືອກຕັ້ງນັ້ນ ແມ່ນໜ້າວິຕົກຫຼາຍ.”

ເພື່ອເປັນການຮັກສາໄວ້ ຕາມປະເພນີ ທີ່ເຄີຍປະຕິບັດກັນມາ ທ່ານ ໂອບາມາ ຈຶ່ງບໍ່
ຢາກສະແດງຄວາມເຫັນກ່ຽວກັບຜູ້ສືບທອດຕຳແໜ່ງຕໍ່ຈາກທ່ານ ກໍຄື ປະທານາທິບໍດີ
ດໍໂນລ ທຣຳ ເຖິງແມ່ນວ່າ ຕາມຄວາມເປັນຈິງແລ້ວ ທ່ານ ທຣຳ ກໍໄດ້ຕຳໜິ ທ່ານ
ໂອບາມາ ຢູ່ເລື້ອຍໆກໍຕາມ.

ອະດີດປະທານາທິບໍດີ ໄດ້ກ່າວວ່າ ສະຖານະການດ້ານການເມືອງ ຢູ່ວໍຊິງຕັນ ໃນປັດ
ຈຸບັນນີ້ “ບໍ່ໄດ້ເລີ້ມຕົ້ນໂດຍທ່ານ ດໍໂນລ ທຣຳ. ເພິ່ນເປັນພຽງອາການຂອງໂຣກ ບໍ່
ແມ່ນສາເຫດ. ເພິ່ນພຽງແຕ່ໃຊ້ຄວາມແຄ້ນເຄືອງຢູ່ໃນໃຈ ທີ່ພວກນັກການເມືອງ
ມີມາເປັນເວລາຫຼາຍປີແລ້ວນັ້ນ ມາເປັນປະໂຫຍດ. ຄວາມຍ້ານກົວ ແລະຄວາມ
ໂກດແຄ້ນ ທີ່ປູກຝັງ ຢູ່ໃນອະດີດຂອງພວກເຮົາ ຫາກຍັງແມ່ນເກີດອອກມາຈາກ
ການປ່ຽນແປ່ງທີ່ຍິ່ງໃຫຍ່ ເຊິ່ງໄດ້ເກີດຂຶ້ນໃນໄລຍະຊີວິດອັນ ສັ້ນໆຂອງເຈົ້າ.”

ທ່ານໂອບາມາ ໄດ້ອ້ອນວອນໃຫ້ພວກນັກສຶກສາທັງຫຼາຍ “ຈົ່ງໄປສະແດງໂຕ” ຢູ່ທີ່
ໜ່ວຍເລືອກຕັ້ງ ໃນເດືອນພະຈິກ ນີ້ ໂດຍທ່ານຊີ້ໃຫ້ເຫັນວ່າ ຊາວໜຸ່ມທີ່ມີສິດອອກສຽງ
ນຶ່ງໃນຫ້າຄົນ ໄດ້ໄປປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ ປີ 2016.

ທ່ານໄດ້ປະກາດວ່າ “ໂຄງການທັງມວນ ຂອງການປົກຄອງດ້ວຍຕົນເອງ ຈະໄດ້ຮັບ
ຜົນ ກໍຕໍ່ເມື່ອໝົດທຸກຄົນ ເຮັດໃນສິ່ງທີ່ເປັນພາກສ່ວນຂອງຕົນ. ຢ່າບອກຂ້າພະເຈົ້າ
ວ່າ ຄະແນນສຽງຂອງເຈົ້າ ຈະບໍ່ມີຜົນຫຍັງ.”

ປະທານາທິບໍດີ ທຣຳ ບໍ່ໄດ້ເອົາຫົວຊາກັບການກ່າວຄຳປາໄສຂອງທ່ານ ໂອບາມາ.
ທ່ານ ທຣຳ ໄດ້ກ່າວບອກພວກຝຸງທີ່ສະໜັບສະໜູນ ຢູ່ທີ່ງານຫາລາຍໄດ້ເພື່ອລະດົມ
ທຶນ ໃນລັດດາໂຄຕາເໜືອ ວ່າ “ຂ້າພະເຈົ້າ ໄດ້ພົບເຫັນວ່າ ລາວເກັ່ງຫຼາຍ ເກັ່ງເພື່ອ
ເຮັດໃຫ້ນອນຫລັບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG