ອະດີດປະທານາທິບໍດີ ສະຫະລັດ ທ່ານ Jimmy Carter
ປະກາດໃນວັນພຸດວານນີ້ ວ່າ ທ່ານເປັນໂຣກມະເຮັງ ທີ່ໄດ້
ຖືກກວດພົບ ເມື່ອບໍ່ດົນມານີ້ ໃນລະຫວ່າງ ການເຂົ້າຜ່າຕັດ
ຕັບຢູ່ນັ້ນ.
ທ່ານ Carter ຜູ້ມີອາຍຸໄດ້ 90 ປີ ໄດ້ປະກາດການວິນິດໄສ
ໃນຖະແຫລງການສັ້ນໆຄັ້ງໜຶ່ງ. ທ່ານ ບໍ່ໄດ້ລະບຸໂດຍກົງວ່າ
ເປັນໂຣກມະເຮັງຊະນິດໃດ ພຽງແຕ່ກ່າວວ່າ ມັນຢູ່ໃນ
“ສ່ວນອື່ນໆ” ຂອງຮ່າງກາຍທ່ານ.
ທ່ານ ຄາເຕີ ກ່າວວ່າ “ຖະແຫລງການທີ່ຄົບຖ້ວນກວ່ານີ້ ຕໍ່ມະຫາຊົນ ຈະມີຂຶ້ນໃນ
ເວລາ ທີ່ຮູ້ຈັກຄວາມແທ້ຈິງແລ້ວ ຊຶ່ງອາດຈະເປັນໄປໄດ້ໃນອາທິດໜ້ານີ້.”
ປະທານາທິບໍດີ ຄົນທີ 39 ຂອງສະຫະລັດ ທ່ານນີ້ ຈະໄດ້ຮັບການປິ່ນປົວ ຢູ່ທີ່ ໂຮງໝໍ
Emory Healthcare ໃນນະຄອນ Atlanta ຢູ່ທາງພາກໃຕ້ຂອງປະເທດ.
ຄຳອວຍພອນທີ່ດີໆ ລັ່ງໄຫລເຂົ້າມາ ຢູ່ໃນສື່ສັງຄົມ ຫຼັງຈາກການປະກາດດັ່ງກາວຂອງ
ທ່ານຄາເຕີ. ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໂອ້ລົມກັບທ່ານຄາເຕີ ເມື່ອຕອນແລງ
ວັນພຸດວານນີ້ ແລະ ໄດ້ອວຍພອນ ໃຫ້ທ່ານຄາເຕີ ຟື້ນຕົວຄືນຫາຍປ່ວຍໄວໆ ໃນນາມ
ສ່ວນຕົວ ແລະ ສະຕີໝາຍເລກໜຶ່ງ ທ່ານນາງ Michelle Obama. ທ່ານໂອບາມາ ກ່າວ
ໃນການຂຽນຖະແຫລງການວ່າ “ຈິມມີ້ ທ່ານເປັນຄົນໜຶ່ງ ທີ່ມີຄວາມສາມາດຈະກັບ
ຄືນມາຢູ່ໃນສະພາບເດີມໄດ້ ແລະ ພ້ອມກັນກັບຊາວອາເມຣິກາທັງມວນ ພວກເຮົາ
ເອົາໃຈເຊຍທ່ານ.”
ທ່ານຄາເຕີ ໄດ້ເຂົ້າຮັບການຜ່າຕັດ ເມື່ອວັນທີ 3 ສິງຫາຜ່ານມາ ເພື່ອຕັດເອົາກ້ອນເນື້ອ
ເຍື້ອສ່ວນນ້ອຍໆ ທີ່ຢູ່ໃນຕັບຂອງທ່ານອອກ.
ນັບຕັ້ງແຕ່ ໄດ້ອອກຈາກທຳນຽບຂາວໄປ ໃນປີ 1981 ອະດີດປະທານາທິບໍດີ ໄດ້ກໍ່ຕັ້ງ
ມູນນິທິຄາເຕີ ແລະ ໄດ້ເດີນທາງໄປທົ່ວໂລກ ເພື່ອທຳງານກ່ຽວກັບບັນຫາຕ່າງໆ ເຊັ່ນ
ດ້ານສຸຂະພາບ, ປະຊາທິປະໄຕໃນໂລກ, ເລື້ອງສິດທິຂອງພວກແມ່ຍິງ ແລະ ເດັກນ້ອຍ
ຕະຫລອດເຖິງ ການມີທີ່ຢູ່ອາໄສທີ່ບໍ່ແພງ.
ເມື່ອບໍ່ດົນມານີ້ ທ່ານໄດ້ສຳເລັດການເດີນທາງໂຄສະນາ ປຶ້ມຂອງທ່ານ ເລື້ອງ A Full
Life ທີ່ສະທ້ອນຄືນ ເມື່ອອາຍຸໄດ້ 90 ປີ ຊຶ່ງເປັນຜົນງານອັນຫຼ້າສຸດຂອງທ່ານ. ທ່ານ ໄດ້
ຂຽນປຶ້ມ ຫຼາຍກວ່າ 20 ຫົວ ນັບຕັ້ງແຕ່ໄດ້ອອກຈາກຕຳແໜ່ງ.