ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດເຈົ້າແຂວງ ທີ່ເຄີຍມີອິດທິພົນ ໃນຟິລິບປີນ ເສຍຊີວິດ ໃນຂະນະທີ່ ຖືກດຳເນີນຄະດີ


ທ່ານ Andal Ampatuan Sr (ກາງ) ອະດີດເຈົ້າແຂວງ ຟິລິບປີນ ທີ່ເຄີຍມີອິດທິພົນ.
ທ່ານ Andal Ampatuan Sr (ກາງ) ອະດີດເຈົ້າແຂວງ ຟິລິບປີນ ທີ່ເຄີຍມີອິດທິພົນ.

ຫົວໜ້າ​ຄອບຄົວ​ທີ່​ມີ​ອິດທິພົນ​ຕະກຸນນຶ່ງໃນ​ຟີ​ລິບ​ປິນຊຶ່ງເປັນ​ຜູ້
​ຕ້ອງ​ສົງໄສ​ຄົນສຳຄັນ ​ໃນການສັງຫານ​ໝູ່ຄອບຄົວທີ່ເປັນປໍລະ
ປັກໃນ​ປີ 2009 ແລະ​ພວກ​ນັກ​ຂ່າວ ​ຫລາຍ​ສິບ​ຄົນນັ້ນ ​ໄດ້ເສຍ​
ຊີ​ວິດ​ແລ້ວ.

ທ່ານ Andal Ampatuan Sr ອ​ະດີດ​ເຈົ້າແຂວງໆ Maguin-
danao ທີ່​ຕັ້ງ​ຢູ່​ໃນເກາະ Mindanao ​ທາງພາກໃຕ້ຂອງປະເທດ
ໄດ້​ເສຍ​ຊີວິດ​ແລ້ວ ໃນ​ວັນ​ສຸກ​ວານ​ນີ້ ຢູ່ທີ່​ໂຮ​ງໝໍ​ລັດຖະບານ.
ທ່ານ​ໄດ້​ຢູ່​ໃນອາການ​ໝົດ​ສະຕິ​ບໍ່​ຮູ້ສຶກ​ໂຕຫລັງຈາກ​ໄດ້ເປັນຫົວ
​ໃຈວາຍຫວ່າງ​ມໍ່ໆ​ມາ​ນີ້.

ທ່ານ Amputuan ພ້ອມ​ດ້ວຍ​ຫລາຍ​ກວ່າ 100 ຄົນ ຮວມທັງລູກ​ຊາຍ​ຫລາຍໆ ຄົນ​ຂອງ​
ທ່ານ ​ໄດ້​ຖືກ​ດຳ​ເນີນ​ຄະດີ ໃນຂໍ້ຫາ​ຄາດ​ຕະກຳ ທີ່​ໄດ້​ສັງຫານ 58 ຄົນ ຮວມທັງ​ບັນດາ​ນັກ
​ຂ່າວ 32 ຄົນ ຊຶ່ງ​ເປັນ​ນຶ່ງ​ໃນ​ການສັງຫານ​ທີ່​ຮ້າຍ​ແຮງສຸດ ທາງ​ດ້ານການ​ເມືອງຢູ່ໃນ​ຟິລິບ ​ປິນ.

​ໃນເດືອນ​ພະຈິກ ປີ 2009 ຄອບຄົວ​ຂອງເຈົ້າແຂວງ Maguindanao ຄົນປັດຈຸ​ບັນ ທ່ານ
Esmael Mangudadatu ​ທີ່ໄດ້ຕິດຕາມ​ໂດຍ ​ບັນດາທະນາຍ ຄວາມ ຜູ້​ສະໜັບສະໜູນ
​ແລະ​ສື່​ມວນ​ຊົນ ​ໄດ້ພາກັນ​ເດີນທາງ​ໄປ​ຍື່ນ​ຄຳຮ້ອງ ສະຫມັກເປັນເວລາ ​ເວລາ​ພວກ​ເຫັນ
​ເຫ​ດການກ່າວ​ວ່າ ຫຼາຍ​ກວ່າ 100 ຄົນ​ທີ່ຖືກກ່າວ​ຫາ​ວ່ານຳພາ​ໂດຍທ້າວ Andal Junior
​ໄດ້​ພາກັນຂັດຂວາງ​ເຂົາ​ເຈົ້າ ​ແລະ​ຍິງ​ເຂົາ​ເຈົ້າ​ຕາຍ.

ການ​ດຳ​ເນີນ​ຄະດີ​ດັ່ງກ່າວ ​ໄດ້​ເລີ້ມ​ຂຶ້ນໃນ​ປີ 2010 ​ແລະ​ໄດ້​ດຳເນີນໄປຊ້າ​ຫລາຍ. ບັນດາ ​ທະນາຍຄວາມ​ຈາກ​ທັງ​ສອງ​ຝ່າຍ ​ໄດ້​ຊຸກ​ຍູ້​ໃຫ້​ມີ​ການ​ເຄື່ອນໄຫວ ​ໄວ​ຂື້ນ.

ບັນດາ​ອົງການຂ່າວຕ່າງໆ ​ໄດ້​ປະກາດ​ວ່າ ຟິລິບ​ປີນ​ເປັນ​ນຶ່ງ​ໃນ​ບັນດາປະເທດ ທີ່ເປັນອັນ ຕະລາຍທີ່​ສຸດ​ໃນ​ໂລກ ຕໍ່ບັນດານັກ​ຂ່າວ.

Philippines Massacre
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG