ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະ​ດີດ ​ຫົວ​ໜ້າ​ທຳ​ນຽບ​ຫ້າ​ແຈ ຍື່ນ​ຟ້ອງ ເພື່ອ​ຢາກ​ໄດ້​ເອກ​ກະ​ສານ ມາ​ພິມ​ໃນ​ປື້ມ​ຄວາມ​ຊົງ​ຈຳ​ຂອງ​ທ່ານ


ໃນຮູບ​ຖ່າຍ​ເມື່ອ​ວັນ​ທີ 7 ຕຸ​ລາ 2019 ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Mark Esper ​ເຂົ້າ​ຮ່ວມ ​ໃນ​ການ​ຖະ​ແຫຼງ​ຂ່າວ​ກັບ ປະ​ທາ​ນາ​ທິ​ບໍ​ດີ Donald Trump ແລະ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທາງ​ທະ​ຫານ ຢູ່​ທີ່​ທຳ​ນຽບ​ຂາວ.
ໃນຮູບ​ຖ່າຍ​ເມື່ອ​ວັນ​ທີ 7 ຕຸ​ລາ 2019 ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Mark Esper ​ເຂົ້າ​ຮ່ວມ ​ໃນ​ການ​ຖະ​ແຫຼງ​ຂ່າວ​ກັບ ປະ​ທາ​ນາ​ທິ​ບໍ​ດີ Donald Trump ແລະ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທາງ​ທະ​ຫານ ຢູ່​ທີ່​ທຳ​ນຽບ​ຂາວ.

ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານມາກ ແອສເປີຣ (Mark Esper) ກ່າວອ້າງຢູ່ໃນການຟ້ອງຮ້ອງ ກະຊວງປ້ອງກັນປະເທດວ່າ ເອກກະສານກຳລັງກັກໄວ້ຢ່າງບໍ່ເໝາະສົມເພື່ອການ​ນຳໃຊ້ຂອງທ່ານໃນຂະນະທີ່ທ່ານຢາກ​ພິມເຜີຍແຜ່ “​ຄວາມ​ຊົງ​ຈຳທີ່ຍັງມີຢູ່ ແລະທີ່ແທ້ຈິງ” ໃນເວລາ​ທີ່ທ່ານຢູ່ໃນຄະນະລັດຖະບານ ຂອງປະທານາທິບໍດີດໍໂນລ ທຣໍາ.

ການຟ້ອງຮ້ອງ ໄດ້ຍື່ນໃນວັນອາທິດວານນີ້ຢູ່ສານປະ​ຈຳ​ເຂດໃນນະຄອນຫຼວງ ວໍຊິງຕັນບັນລະ ຍາຍ​ເຖິງຄວາມຊົງຈຳວ່າ ເປັນ “ຄຳສາບານທີ່​ສັກ​ສິດ” ​ຊຶ່ງ​ເປັນ​ເລື້ອງ​ລາວ ຂອງທ່ານແອສເປີຣ ໃນລະ​ຫວ່າງ​ທີ່​ທ່ານ​ເປັນ​ຜູ້​ຮັບ​ຜິດ​ຊອບ​ເລື້ອງກອງທັບ​ບົກ ແຕ່ ປີ 2017 ຫາ 2019 ແລະ​ໄລ​ຍະ 18 ເດືອນ ທີ່​ທ່ານ​ເປັນລັດຖະມົນຕີປ້ອງກັນປະເທດ ​ຊຶ່ງໄດ້ສິ້ນສຸດລົງ ເວລາທ່່ານທຣໍາ ໄດ້ປົດທ່ານອອກຈາກຕຳແໜ່ງ ດ້ວຍການຂຽນ​ລົງທາງທວິດ ພຽງບໍ່ເທົ່າໃດມື້ ຫຼັງຈາກປະ ທານາທິບໍດີ ໄດ້ເສຍໄຊ​ໃນການແຂ່ງຂັນ ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງຄືນໃໝ່.

ໄລຍະທີີ່ທ່ານແອສເປີ ໄດ້ເປັນຫົວໜ້າທຳນຽບຫ້າແຈ “ຊຶ່ງເປັນເວລາທີ່ບໍ່ເຄີຍມີມາກ່ອນ​ກ່ຽວ​ກັບຄວາມບໍ່ສະຫງົບ ວິກິດການ​ດ້ານສາທາລະນະ​ສຸກ ການຂົ່ມຂູ່ຈາກ​ຕ່າງປະເທດ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ການປ່ຽນແປງທຳນຽບຫ້າແຈ ແລະທຳນຽບຂາວປາກົດວ່າ ລະເມີດຕໍ່ລັດຖະທຳມະນູນ” ນັ້ນ​ຄື​ເນື້ອ​ໄນ​ທີ່​ກ່າວ​ຢູ່ການຟ້ອງຮ້ອງ.

ໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີຣບີ (John Kirby) ກ່າວວ່າ ​ທາງກະຊວງ ກໍຮູ້ໃນຄວາມເປັນຫ່ວງ ຂອງທ່ານແອສເປີຣ.

ທ່ານໄດ້ກ່າວຢູ່ໃນຖະແຫຼງການວ່າ “ດັ່ງທີ່ມີການທົບທວນທັງໝົດ ກະຊວງໄດ້ ເອົາຄວາມຮັບຜິດຊອບຂອງຕົນຢ່າງຈິງຈັງ ເພື່ອສ້າງ​ຄວາມກໍ້າເກິ່ງ​ໃນ​ດ້ານຄວາມປອດໄພແຫ່ງຊາດ ​ກັບການຂຽນອະທິບາຍ ທີ່ມີຈຸດປະສົງ​ຂອງ​ຜູ້​ແຕ່ງ. ເລື້ອງດັ່ງກ່າວບັດນີ້ ຢູ່ພາຍໃຕ້ການດຳເນີນທາງດ້ານກົດໝາຍ ພວກເຮົາຈະ​ລະ​ເວັ້ນຈາກການໃຫ້​ຄວາມ​ເຫັນ​ໃດໆ​ຕື່ມ​ອີກ.”

ທ່ານແອສເປີຣ ແລະທ່ານທຣໍາ ໄດ້ມີຄວາມ​ເຫັນ​ທີ່ແຕກຕ່າງກັນທີ່ສຸດ ໃນການນຳໃຊ້ທະຫານລະຫວ່າງຄວາມບໍ່ສະຫງົບໃນເດືອນມິຖຸນາ 2020 ຫຼັງຈາກການສັງຫານ ທ້າວຈອດຈ໌ ຟລອຍ (George Floyd). ບັນຫາອື່ນໆໄດ້​ເຮັດ​ໃຫ້ປະທານາທິທິບໍດີ ເຊື່ອວ່າ ທ່ານແອສເປີຣ ບໍ່ມີຄວາມຈົງຮັກພັກດີ​ພຽງພໍ ໃນຂະນະທີ່ທ່ານແອສເປີຣ ເຊື່ອວ່າທ່ານໄດ້ພະຍາຍາມທີ່ຈະຮັກສາບໍ່​ໃຫ້​ກະຊວງ​ດັ່ງ​ກ່າວຈາກການ​ຫຼິ້ນການເມືອງ. ​ການປົດລັດຖະມົນຕີກະຊວງປ້ອງກັນປະເທດ​ອອກ​ຈາກ​ຕຳ​ແໜ່ງ ຫຼັງຈາກເສຍ​ໃນການ​ເລືອກຕັ້ງ ທີ່ໄດ້ເປັນເລື້ອງບໍ່ເຄີຍມີມາກ່ອນ ແຕ່ວ່າການເປີດ​ເຜີຍ ໄດ້ອະນຸຍາດແຕ່ງຕັ້ງໃຫ້ທ່ານ​ທ​ຣຳ ແຕ່ງ​ຕັ້ງບັນດາຜູ້ຈົງຮັກພັກດີ ໃຫ້ເຂົ້າ​ໄປຢູ່ໃນໜ້າທີ່ສູງສຸດ ຂອງທຳນຽບຫ້າແຈ ໃນຂະນະທີ່ທ່ານສືບຕໍ່ໂຕ້ແຍ້ງ ກ່ຽວ​ກັບ​ການ​ເສຍ​ໄຊ ໃນ​ການເລືອກຕັ້ງຂອງທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG