ອະດີດຜະເດັດການປະເທດ Panama ທ່ານ Manuel Noriega ຜູ້ທີ່ວາລະການກຳ
ອຳນາດເປັນຂີດໝາຍແຫ່ງການສໍ້ລາດບັງຫລວງ ແລະໃຊ້ຄວາມຮຸນແຮງ ໄດ້ເສຍຊີ
ວິດແລ້ວ ອາຍຸໄດ້ 83 ປີ.
ປະທານາທິບໍດີ ປະເທດ Panama ທ່ານ Juan Carlos Varela ກ່າວຢູ່ໃນການສົ່ງ
ຂໍ້ຄວາມຂຽນລົງໃນ tweet ວ່າ ການຕາຍຂອງທ່ານ Noriega “ໄດ້ປິດສາກຂັ້ນຕອນ
ໃນປະຫວັດສາດຂອງພວກເຮົາ" ແລະຄອບຄົວຂອງທ່ານສົມຄວນ ໄດ້ຮັບກຽດຝັງສົບ
ຢ່າງສັນຕິ.
ທ່ານ Noriega ໄດ້ໄປພະຍາບານໂຕຢູ່ໂຮງໝໍເພື່ອຟື້ນຈາກການຜ່າຕັດຫລາຍເທື່ອ
ທີ່ພົວພັນກັບເນື້ອງອກໃນສະໝອງໃນຕົ້ນເດືອນນີ້.
ກ່ອນຖືກປ່ອຍໂຕຈາກກັກບໍລິເວນ ເພື່ອຕຽມດຳເນີນການ ທ່ານ Noriega ໄດ້ຕິດຄຸກ
ຢູ່ໃນຖານສໍ້ລາດບັງຫລວງ ແລະຂ້າບັນດາຝ່າຍຄ້ານລະຫວ່າງລະບອບການປົກຄອງ
ຂອງທ່ານ ແຕ່ປີ 1983 ຫາ ປີ 1989.
ທ່ານ Noriega ໄດ້ຖືກຂັບໄລ່ອອກຈາກອຳນາດໂດຍ ການບຸກລຸກຂອງສະຫະລັດ ໃນ
ປີ 1989 ແລະໄດ້ຖືກຕິດຄຸກຢູ່ໃນສະຫະລັດໃນຄວາມຜິດຄ້າຢາເສບຕິດ. ຫລັງຈາກນັ້ນ
ທ່ານໄດ້ໄປຕິດຄຸກຢູ່ປະເທດຝຣັ່ງໃນຖານຊັກຟອກເງິນ ແລະໄດ້ກັບຄືນໄປ Panama
ໃນປີ 2011 ເພື່ອຕິດຄຸກຕໍ່ໄປອີກ.