ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ນາ​ຍົກ​ ​ປາ​ກິ​ສ​ຖານ ລອດ​ຊີ​ວິດ​ມາ​ໄດ້ ຈາກ​ການ 'ພະ​ຍາ​ຍາມ​ລອບ​ສັງ​ຫານ'

ຕຳ​ຫຼວດ​ຄົນ​ນຶ່ງ​ຢືນ​ຍາມ ຢູ່​ຕໍ່​ໜ້າ​ລົດ​ບັນ​ທຸກ ທີ່​ໃຊ້​ໂດຍ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ໃນ​ລະ​ຫວ່າງ​ການ​​ໂຮມ​ຊຸມ​ນຸມທາງ​ການ​ເມືອງ ບໍ່​ດົນ​ກ່ອນ​ມື​ປືນ​ທຳ​ການ​ໂຈມ​ຕີ ຢູ່​ເມືອງວາ​ຊີ​ຣາ​ບາດ ເມື່ອ​ວັນ​ທີ 3 ພະ​ຈິກ 2022.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ​ໄດ້​ຮັບ​ບາດ​ເຈັບ​ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນ​ການ​ພະ​ຍາ​ຍາມ​ລອບ​ສັງ​ຫານ ໃນ​ຂະ​ນະ​ທີ່​ທ່ານ​ນຳ​ພາ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ.

​ຜູ້​ນຳ​ມະ​ຫາ​ຊົນ​ ໄວ 70 ປີ ຂອງ​ພັກ​ຝ່າຍ​ຄ້ານ​ປາ​ກິ​ສ​ຖານ​ຕາ​ຣິກ-ອີ-ອິນ​ຊາ​ຟ ຫຼື PTI ໄດ້​ຖືກ​ລູກ​ປືນ​ຢ່າງ​ໜ້ອຍ 1 ລູກທີ່​ຂາ​ກ້ຳ​ຂວາ​ ຜູ້​ຊ່ວຍ​ອະ​ວຸ​ໂສຂອງ​ທ່ານ ທ່ານ​ຣາ​ອູບ ຮັ​ສ​ຊານ ໃຫ້​ການ​ຢືນ​ຢັນ​ຕໍ່​ວີ​ໂອ​ເອ.

ການ​ຍິງ​ໂຈມ​ຕີ ທີ່​ເມືອງວາ​ຊີ​ຣາ​ບາດ ໃນ​ແຂວງ​ປັນ​ຈາບ ທາງ​ພາກ​ກາ​ງ​ຂອງ​ປະ​ເທດ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 1 ຄົນ ແລະ​ໄດ້​ຮັບ​ບ​າດ​ເຈັບ​ອີກ 14 ຄົນ ຮວມ​ທັງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ທ່ານ​ຄານ​ໄດ້​ຖືກ​ສົ່ງ​ໄປ​ເຂົ້າ​ໂຮງ​ໝໍ​ທີ່​ນະ​ຄອນ​ລາ​ຮໍ ເມືອງ​ເອກ​ຂອງ​ແຂວງ​ປັນ​ຈາບ ປະ​ມານ 150 ກິ​ໂລ​ແມັດ ຫ່າງ​ຈາກ​ບ່ອນ​ທີ່​ທ່ານ​ຖືກ​ໂຈມ​ຕີ ແລະ​ທ່ານ​ໝໍ​ເວົ້າ​ວ່າ ​ທ່ານມີ​ອາ​ການ​ທຸ່​ນ​ທ່ຽງ​ແລ້ວ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຜູ້​ຊ່ວຍ​ທ່ານ.

​ວີ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ວ່າ ມື​ປືນ​ໄດ້​ຍິງ​ມາ​ໃສ່​ທ່ານ​ຄານ ​ຈາກ​ຈາກ​ຫຼັງ​ລົດ​ກະ​ບະ ​ທີ່​ນຳ​ພາຂະ​ບວນການ​ປະ​ທ້ວງ.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ຖືກ​ຊ່ວຍ​ຫຼັງ​ຈາກ​ມີ​ລາຍ​ງານ​ວ່າ​ທ່ານ​ຖືກ​ຍິງ ທີ່​ເມືອງວາ​ຊີ​ຣາ​ບາດ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 3 ພະ​ຈິກ 2022 ໃນ​ຮູບ​ທີ່​ເອົາ​ມາ​ຈາກວີ​ດີ​ໂອ. (Urdu Media via Reuters)

ພວກ​ທີ່​ເຫັນ​ເຫດ​ການ​ເວົ້າ​ວ່າ ຜູ້​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ​ຄົນ​ນຶ່ງ​ໄດ້​ພະ​ຍາ​ຍາມ​ໃຊ້​ກຳ​ລັງ​ເຂົ້າ​ຂັດ​ຂວາງ​ຜູ້​ຕ້ອງ​ສົງ​ໄສ​ທີ່​ເປັນ​ມື​ປືນ ​ໃນ​ຂະ​ນະ​ທີ່​ຜູ້​ກ່ຽວ​ຍັງ​ສືບ​ຕໍ່ຍິງເຂົ້າ​ໃສ່​ພວກ​ເດີນ​ຂະ​ບວນ ​ດ້ວຍ​ປືນ​ອັດ​ຕະ​ໂນ​ມັດ. ຕຳ​ຫຼວດ​ໃນ​ເວ​ລາ​ຕໍ່​ມາ​ໄດ້​ຈັບໂຕ​ຜູ້​ຕ້ອງ​ສົງ​ໄສ ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ. ໃນວີ​ດີ​ໂອ​ທີ່​ອ້າງວ່າ​ເປັນ​ການ​ສາ​ລະ​ພາບ​ໃນ​ເວ​ລາ​ຕໍ່​ມາ ທີ່​ນຳ​ອອກ​ເຜີຍ​ແຜ່​ໃຫ້​ແກ່​ພວກ​ນັກ​ຂ່າວນັ້ນ ຜູ້​ຕ້ອງ​ສົງ​ໄສ​ກ່າວ​ວ່າ ລາວ​ໄດ້​ດຳ​ເນີນ​ການ​ຕາມ​ລຳ​ພັງ ແລະ​ພາ​ລະ​ກິດ​ຂອງ​ລາວ​ພຽງ​ຢ່າງ​ດຽວ ກໍ​ຄື​ສັງ​ຫານ​ທ່ານ​ຄານ ຍ້ອນນຳ​ພາ​ມະ​ຫາ​ຊົນ “ໄປ​ໃນ​ທາງ​ຜິດ.”

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ຜູ້​ນຳ ​ຂອງພັກ​ຕາ​ຣິກ-ອີ-ອິນ​ຊາ​ຟ ໄດ້​ຕັ້ງ​ຄຳ​ຖາມ ກ່ຽວ​ກັບໂຕຜູ້​ຕ້ອງ​ສົງ​ໄສ​ທີ່​ຖືກ​ຈັບ ແລະໃນ​ວີ​ດີ​ໂອ​ທີ່​ມີ​ການ​ສາ​ລະ​ພາບ​ຕໍ່​ມານັ້ນ ໂດຍ​ເວົ້າ​ວ່າ ເປັນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປິດ​ບັງ​ແຜນ​ການ​ລອບ​ສັງ​ຫານ ແລະ​ມີ​ຜູ້​ໂຈມ​ຕີ​ຫຼາຍກວ່າ​ນຶ່ງ​ຄົນ. ຕຳ​ຫຼວດ​ປະ​ຈຳ​ແຂວງ​ໃນ​ເວ​ລາ​ຕໍ່​ມາ​ໃຫ້​ການ​ຢືນ​ຢັນ​ວ່າ ມີ​ມື​ປືນ 2 ຄົນ ແລະ​ພວມ​ມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ ເພື່ອ​ຈັບ​ກຸມ​ບຸກ​ຄົນ​ທີ​ສອງ​ຢູ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG