ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະ​ດີດ ນາ​ຍົກ ປາ​ກິ​ສ​ຖານ ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເດີນ​ທາງ ໄປ​ປິ່​ນ​ປົວ​ສຸ​ຂະ​ພາບ ໃນ​ຕ່າງ​ປະ​ເທດ


ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ນາ​ວາ​ສ ຊາ​ຣິ​ຟ ເດີ​ນ​ທາງ​ຮອດ​ສານ​ໃນ​ເມືອງ ລ​າ​ຮໍ. 11 ຕຸ​ລາ, 2019.
ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ນາ​ວາ​ສ ຊາ​ຣິ​ຟ ເດີ​ນ​ທາງ​ຮອດ​ສານ​ໃນ​ເມືອງ ລ​າ​ຮໍ. 11 ຕຸ​ລາ, 2019.

ສານ​ແຫ່ງ​ນຶ່ງ​ໃນ ປາ​ກິ​ສ​ຖານ ໄດ້​ອະ​ນຸ​ຍາດ​ໃຫ້​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ກຳ​ລັງ​ເຈັບ​ປ່ວຍ ທ່ານ ນາ​ວາ​ສ ຊາ​ຣິ​ຟ ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ເປັນ​ເວ​ລາ 4 ອາ​ທິດ​ສຳ​ລັບ​ການ​ປິ່ນ​ປົ່ວສຸ​ຂະ​ພາບ.

ທ່ານ ຊາ​ຣິ​ຟ ອາ​ຍຸ 69 ປີ, ໄດ້​ຖືກ​ຕັດ​ສິນ​ຂັງ​ຄຸກ 7 ປີ​ໂດຍ​ສານ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໃນ​ປີ 2018 ສຳ​ລັບ​ການ​ສໍ້​ລາດ​ບັງຫຼວງ ແລະ ຟອກ​ເງິນ. ແຕ່​ບັນ​ດາ​ແພດ​ໝໍ​ໄດ້​ກ່າວ​ວ່າ ສຸ​ຂະ​ພາບ​ຂອງ​ທ່ານ​ໄດ້​ຊຸດ​ໂຊມ​ລົງຍ້ອນ​ທ່ານ​ໄດ້​ປະ​ສົບ​ຈາກ​ໂຣກ​ແຊກ​ຊ້ອນຫຼາຍ​ຢ່າງ.

ສານ​ຂັ້ນ​ສູງ​ໃນ​ເມືອງ ລາ​ຮໍ ໄດ້​ສັ່ງ​ລັດ​ຖະ​ບານ​ໃນ​ວັນ​ເສົາ​ວານນີ້ ໃຫ້​ເອົາ​ຊື່​ຂອງ​ທ່ານ ຊາ​ຣິ​ຟ ອ​ອກ​ຈາກ​ລາຍ​ຊື່​ທີ່​ເອີ້ນ​ວ່າ “Exit Control List” ທີ່ຫ້າມຄົນ ຫຼື ນັກ​ໂທດ​ຈາກ​ການ​ເດີນ​ທາງ​ອອກ​ຈາກ​ປະ​ເທດ.

ການ​ຕັດ​ສິນ​ໄດ້​ອະ​ນຸ​ຍາດ​ທ່ານ ຊາ​ຣິ​ຟ 4 ອາ​ທິດ​ເພື່ອ​ທຳ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ໃນ​ຕ່າງ​ປະ​ເທດ ແລະ ໄລ​ຍະ​ເວ​ລາ​ກໍ​ສາ​ມາດ​ຕໍ່​ອອກ​ໄປ​ໄດ້​ຕາມ​ການ​ແນ​ນຳ​ຂອງ​ແພດໝໍ.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນຕີ​ໄດ້​ຖືກ​ປະ​ກັນ​ຕົວ​ອອກ​ມາ​ໃນ​ເດືອນ​ແລ້ວນີ້ ຕາມ​ການ​ອະ​ນຸ​ຍາດ​ທາງ​ການ​ແພດ ແຕ່​ທະ​ນາຍ​ຄວາມ​ຂອງ​ທ່ານ​ໄດ້​ໂຕ້​ແຍ້ງວ່າ ການບໍ່​ສະ​ບາຍ​ຂອງ​ທ່ານ ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ປຶກ​ສາ​ກັບ​ແພດ​ໝໍ​ປະ​ຈຳ​ຂອງ​ທ່ານ​ທີ່​ມີ​ຫ້ອງ​ການ​ໃນ​ນະ​ຄອນຫຼວງ ລອນດອນ ປະ​ເທດ ອັງ​ກິດ. ແຜນ​ການ​ເດີນ​ທາງ​ຂອງ​ທ່ານ ຊາ​ຣິ​ຟ ແມ່ນ​ຍັງ​ບໍ່​ເປັນ​ທີ່​ຮູ້​ຈັກ​ເທື່ອ.

ລັດ​ຖະ​ບານ ປາ​ກິ​ສ​ຖານ ໄດ້​ຂໍ​ໃຫ້​ທ່ານ ຊາ​ຣິ​ຟ ວາງ​ເງິນ​ຄ້ຳ​ປະ​ກັນໃນ​ຮູບ​ແບບ​ຂອງ “ການ​ຄ້ຳ​ປະ​ກັນ” ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ທ່ານ​ຈະ​ເດີນ​ທາງ​ກັບ​ບ້ານ ຫຼັງ​ຈາກ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ຮັບ​ໂທດ​ຂັງ​ຄຸກ​ຂອງ​ທ່ານ ນອກເໜືອ​ຈາກ​ການ​ປະ​ເຊີນ​ກັບ​ຄະ​ດີ​ການ​ສໍ້​ລາດ​ບັງຫຼວງ​ອື່ນໆ​ຕໍ່​ທ່ານ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່.

ແຕ່​ພັກ​ຝ່າຍ​ຄ້ານ ມຸ​ສ​ລິມ ຫຼີກ ເອັນ ປາ​ກິ​ສ​ຖານ (Pakistan Muslim League-N Party) ຂອງ​ທ່ານ ຊາ​ຣິ​ຟ​ ໄດ້​ປະ​ຕິ​ເສດ​ທີ່​ຈະ​ມອບ​ເງິນ​ຄ້ຳ​ປະ​ກັນ ແລະ ໃນ​ທາງ​ກົງ​ກັນ​ຂ້າ​ມໄດ້​ເຂົ້າ​ຫາ​ສານ ເພື່ອ​ຕໍ່​ຕ້ານ​ເງື່ອນ​ໄຂ​ການ​ອະ​ນຸ​ຍາດ​ເດີນ​ທາງ​ເທື່ອ​ນຶ່ງ​ຂອງ​ລັດ​ຖະ​ບານ ແລະ ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ບັນ​ເທົາການ​ພິ​ຈາ​ລະ​ນາ​ຄະ​ດີ​ສຳ​ລັບ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ.

ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ມ​ຣານ ຄານ ໄດ້​ຢືນ​ຢັດ​ວ່າ​ເຂົາ​ເຈົ້າ​ຢາກ​ໄດ້​ການ​ຮັບ​ປະ​ກັນ​ຈາກ​ທ່ານ ຊາ​ຣິ​ຟ​ ເພາະ​ວ່າ​ສະ​ມາ​ຊິກ​ຫ້າ​ຄົນ​ໃນ​ຄອບ​ຄົວ​ຂອງ​ທ່ານ, ລວມ​ທັງ​ລູກ​ຊາຍ​ສອງ​ຄົນ, ກ່ອນ​ໜ້ານີ້​ໄດ້​ເດີນ​ທາງ​ອອກ​ຈາກ ປາ​ກິ​ສ​ຖານ ແລະ ບໍ່​ໄດ້​ກັບ​ຄືນ​ມາ​ຂຶ້ນ​ສານ​ໃນ​ຄະ​ດີ​ສໍ້​ລາດ​ບັງຫຼວງ​ຕໍ່​ເຂົາ​ເຈົ້າ. ຄອບ​ຄົວ​ຂອງ​ທ່ານ ຊາ​ຣິ​ຟ ໄດ້​ປະ​ຕິ​ເສດ​ຂໍ້​ກ່າວ​ຫາ​ສໍ້​ລາດ​ບັງຫຼວງ ດັ່ງ​ກັບ​ການ​ຖືກກະ​ຕຸ້ນ​ຈາກການ​ເມືອງ.

ທ່ານ ຊາ​ຣິ​ຟ​ ໄດ້​ຖືກ​ສານ​ສູງ​ສຸດ​ບັງ​ຄັບ​ໃຫ້​ລົງ​ຈາກ​ຕຳ​ແນ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເມື່ອ​ປີ 2017 ສຳ​ລັບ​ການບໍ່​ປະ​ກາດ​ຊັບ​ສິນ​ໃນ​ຕ່າງ​ປະ​ເທດ​ຂອ​ງ​ທ່ານ ໃນ​ເອ​ກະ​ສານ​ການ​ສະ​ເໜີ​ຊື່​ເລືອກ​ຕັ້ງຂອງ​ທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG