ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດເຈົ້າໜ້າທີ່ ດ້ານຄວາມໝັ້ນຄົງ ຂອງ ສຫລ ເວົ້າວ່າ ບໍ່ມີ ການພົວພັນກັນ ລະຫວ່າງ ການ ກໍ່ການຮ້າຍ ກັບ ເລື້ອງຄົນເຂົ້າເມືອງ


ທ່ານນາງ ເຄີສທ໌ເຈນ ນຽລສັນ (ຊ້າຍ) ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ກໍາລັງຟັງທ່ານ ແຈັຟ ແຊັສສັນສ໌, ລັດຖະມົນຕີກະຊວງຍຸຕິທໍາ ເວົ້າ ໃນຂະນະທີ່ທ່ານກ່າວ ຢູ່ໃນກອງປະຊຸມ ຄະນະກໍາມະການ ຂອງລັດຖະບານກາງ ດ້ານຄວາມປອດໄພ ພາຍໃນໂຮງຮຽນ ໃນວັນທີ 16 ສິງຫາ, 2018 ທີ່ນະຄອນຫລວງ ວໍຊິງຕັນ
ທ່ານນາງ ເຄີສທ໌ເຈນ ນຽລສັນ (ຊ້າຍ) ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ກໍາລັງຟັງທ່ານ ແຈັຟ ແຊັສສັນສ໌, ລັດຖະມົນຕີກະຊວງຍຸຕິທໍາ ເວົ້າ ໃນຂະນະທີ່ທ່ານກ່າວ ຢູ່ໃນກອງປະຊຸມ ຄະນະກໍາມະການ ຂອງລັດຖະບານກາງ ດ້ານຄວາມປອດໄພ ພາຍໃນໂຮງຮຽນ ໃນວັນທີ 16 ສິງຫາ, 2018 ທີ່ນະຄອນຫລວງ ວໍຊິງຕັນ

ອະດີດເຈົ້າໜ້າທີ່ດ້ານຄວາມໝັ້ນຄົງແຫ່ງຊາດ ກຸ່ມນຶ່ງ ກໍາລັງຮຽກຮ້ອງໃຫ້ລັດຖະບານ
ທ່ານທຣໍາ ພິຈາລະນາຄືນ ເບິ່ງລາຍງານທີ່ມີການໂຕ້ແຍ້ງກັນກ່ຽວກັບ ການພົວພັນກັນ
ລະຫວ່າງການກໍ່ການຮ້າຍແລະເລື້ອງຄົນເຂົ້າເມືອງ, ໂດຍກ່າວວ່າ ລາຍງານນັ້ນ ສ້າງ
ໃຫ້ຄົນເຊື່ອແບບຕາຍໃຈທີ່ຜິດພາດວ່າ ພວກຄົນເຂົ້າເມືອງເປັນຜູ້ຮັບຜິດຊອບຕໍ່ການ
ໂຈມຕີຂອງພວກກໍ່ການຮ້າຍຕ່າງໆ ໃນສະຫະ ລັດ.

ໃນບັນດາເຈົ້າໜ້າທີ່ເຫຼົ່ານີ້ ລວມມີອະດີດຜູ້ອໍານວຍການດ້ານສືບລັບແຫ່ງຊາດ, ທ່ານ
ເຈມສ໌ ແຄລບເປີ (James Clapper) ແລະອະດີດທີ່ປຶກສາຂອງທໍານຽບຂາວ ທີ່ຊ່ຽວ
ຊານດ້ານການກໍ່ການຮ້າຍ, ທ່ານ ຣີຊາດ ເອ ຄລາກຄ໌ (Richard A. Clarke) ໄດ້ທໍາ
ການຮຽກຮ້ອງດັ່ງກ່າວ ຢູ່ໃນຈົດໝາຍສະບັບນຶ່ງ ທີ່ສ່ົງໄປຫາລັດຖະມົນຕີກະຊວງຍຸຕິທໍາ,
ທ່ານ ແຈັຟ ແຊັສສັນສ໌ (Jeff Sessions) ແລະລັດຖະມົນຕີກະຊວງຮັກສາຄວາມປອດ
ໄພພາຍໃນ, ທ່ານນາງ ເຄີສທ໌ເຈນ ນຽລສັນ (Kirstjen Nielsen).

ພາບຂອງອະດີດຜູ້ອໍານວຍການດ້ານສືບລັບແຫ່ງຊາດ, ທ່ານ ເຈມສ໌ ແຄລບເປີ ທີ່ຖ່າຍໃນວັນທີ 8 ພຶດສະພາ,2017 ໃຫ້ຄໍາໃຫ້ການຢູ່ລັດຖະສະພາ ກ່ຽວກັບການກໍ່ການຮ້າຍໃນ ສຫລ
ພາບຂອງອະດີດຜູ້ອໍານວຍການດ້ານສືບລັບແຫ່ງຊາດ, ທ່ານ ເຈມສ໌ ແຄລບເປີ ທີ່ຖ່າຍໃນວັນທີ 8 ພຶດສະພາ,2017 ໃຫ້ຄໍາໃຫ້ການຢູ່ລັດຖະສະພາ ກ່ຽວກັບການກໍ່ການຮ້າຍໃນ ສຫລ


ພວກອະດີດເຈົ້າໜ້າທີ່ 18 ທ່ານທີ່ໄດ້ຮັບໃຊ້ຢູ່ທັງໃນລັດຖະບານຂອງພັກເດໂມແຄຣັດ ແລະຂອງພັກຣີພັບບລິກັນ ຂຽນວ່າ "ໂດຍລວມແລ້ວ, ບົດລາຍງານດັ່ງກ່າວປາກົດວ່າ ຖືກສ້າງຂຶ້ນມາເພື່ອໃຫ້ຄົນເຊື່ອຢ່າງຜິດໆວ່າ ພວກຄົນເຂົ້າເມືອງ ແລະແມ່ນແຕ່ສະມາ
ຊິກຄອບຄົວຂອງພວກເຂົາເຈົ້າທີ່ມີສັນຊາດອາເມຣິກັນ ເປັນຄົນຮັບຜິດຊອບຕໍ່ການ
ໂຈມຕີຂອງພວກກໍ່ການຮ້າຍສ່ວນໃຫຍ່ ທີ່ເກີດຂຶ້ນຢູ່ໃນສະຫະລັດ ໃນຂະນະທີ່ການສຶກ
ສາຄົ້ນຄວ້າທາງດ້ານສະຖິຕິ ແລະປະ ສົບການຂອງພວກເຮົາ ໄດ້ສະແດງໃຫ້ເຫັນວ່າ ບໍ່
ມີການພົວພັນທີ່ສາມາດບົ່ງບອກໃຫ້ຮູ້ວ່າມີການພົວພັນກັນ ລະຫວ່າງ "ການເປັນຄົນຕ່າງ
ປະເທດ" ແລະການເຄື່ອນໄຫວກໍ່ການຮ້າຍໃນ 15 ປີ ຜ່ານມານີ້."

ບັນຫາກ່ຽວກັບເລື້ອງນີ້ກໍຄື ມີບົດລາຍງານທີ່ພິມເຜີຍໃນເດືອນມັງກອນ ທີ່ຜ່ານມາ ໂດຍ
ກະຊວງຍຸຕິທໍາ ແລະກະຊວງຮັກສາຄວາມປອດໄພພາຍໃນ ທີ່ເວົ້າວ່າ ໃນທຸກ 4 ຄົນໃດ
ທີ່ຖືກຕັດສິນວ່າ ມີຄວາມຜິດທີ່ກ່ຽວຂ້ອງກັບການກໍ່ການຮ້າຍສາກົນ ນັບແຕ່ວັນທີ 11
ກັນຍາ, ປີ 2001 ເປັນຕົ້ນມາ ແມ່ນມີ 3 ຄົນທີ່ເກີດຢູ່ຕ່າງປະເທດ.

ປ. ດໍໂນລ ທຣໍາ ເອົາຄໍາສັ່ງດ້ານນະໂຍບາຍຄົນເຂົ້າເມືອງເຍີງຂຶ້ນໃຫ້ຄົນເບິ່ງ ພາຍຫລັງທີ່ທ່ານໄດ້ລົງລາຍເຊັນແລ້ວ ໃນວັນທີ 20 ມິຖຸນາ, 2018 ທີ່ທໍານຽບຂາວ
ປ. ດໍໂນລ ທຣໍາ ເອົາຄໍາສັ່ງດ້ານນະໂຍບາຍຄົນເຂົ້າເມືອງເຍີງຂຶ້ນໃຫ້ຄົນເບິ່ງ ພາຍຫລັງທີ່ທ່ານໄດ້ລົງລາຍເຊັນແລ້ວ ໃນວັນທີ 20 ມິຖຸນາ, 2018 ທີ່ທໍານຽບຂາວ

ປະທານາທິບໍດີ ດໍໂນລ ທຣໍາ ໄດ້ອອກຄໍາສັ່ງໃຫ້ເຮັດບົດລາຍງານດັ່ງກ່າວ ໃນ
ຕອນທີ່ເພິ່ນອອກດໍາລັດສະບັບນຶ່ງ ໃນເດືອນມີນາ 2017 ທີ່ໄດ້ມີລະບຽບການຫ້າມ
ເດີນທາງຕໍ່ພົນລະເມືອງຂອງ 6 ປະເທດ ທີ່ມີປະຊາຊົນສ່ວນໃຫຍ່ເປັນຊາວມຸສລິມ
ນັ້ນ. ທ່ານທຣໍາບອກໃຫ້ລວບລວມເອົາຂໍ້ມູນກ່ຽວກັບ "ຄົນຕ່າງປະເທດ" ຢູ່ໃນສະ
ຫະລັດ ທີ່ຖືກຕັດສິນວ່າກະທໍາຜິດທີ່ກ່ຽວຂ້ອງກັບການກໍ່ການຮ້າຍ ຢູ່ໃນສະຫະລັດ.

ກົງກັນຂ້າມ ບົດລາຍງານທີ່ລົງວັນທີ 16 ມັງກອນໄດ້ໄປສຸມການເກັບກໍາຂໍ້ມູນ ໃສ່ຈໍາ
ເລີຍທີ່ທໍາການກໍ່ການຮ້າຍທີ່ "ເກີດໃນຕ່າງປະເທດ", ຊຶ່ງເປັນປະເພດ ທີ່ກ້ວາງກວ່າ
ນັ້ນ ທີ່ລວມທັງຄົນທີ່ໄດ້ປ່ຽນສັນຊາດມາເປັນອາເມຣິກັນແລ້ວ ພ້ອມທັງຄົນຕ່າງປະ
ເທດທີ່ຖືກສົງໄສວ່າທໍາການກໍ່ການຮ້າຍ ທີ່ຖືກສົ່ງຕົວມາຍັງ ສະຫະລັດເພື່ອດໍາເນີນ
ຄະດີກ່ຽວກັບການກໍ່ອາດຊະຍາກໍາທີ່ເກີດຂຶ້ນຢູ່ຕ່າງປະເທດ. ບົດລາຍງານນັ້ນ ສະ
ແດງໃຫ້ເຫັນວ່າ ໃນຈໍານວນ 549 ຄົນທີ່ຖືກຕັດສິນວ່າກະທໍາຜິດ ດ້ານການກໍ່ການ
ຮ້າຍ ຢູ່ໃນສະຫະລັດ ໃນໄລຍະວັນທີ 11 ກັນຍາ, ປີ2001 ຫາ 31 ທັນວາປີ 2016
ແມ່ນເກີດຢູ່ຕ່າງປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG