ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດຜູ້​ບໍ​ລິ​ຫານ​ໃຫຍ່ ບໍ​ລິ​ສັດນິ​ສ​ສັນ ອ້າງວ່າ ​ຖືກ​ປະ​ຕິ​ບັດ​ຕໍ່ ​ຢ່າງ​ໂຫດ​ຮ້າຍ ​ໃນ ຍີ່​ປຸ່ນ


ອະ​ດີດ​ປະ​ທານ​ຂອງ​ບໍ​ລິ​ສັດ ນິ​ສ​ສັນ ທ່ານ ຄາ​ລອ​ສ ໂກສ໌ນ ກ່າວ​ຄຳ​ປ​າ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນຫຼວງ ເບ​ຣຸດ, ປະ​ເທດ ເລ​ບາ​ນອນ. 8 ມັງ​ກອນ, 2020. (AP Photo/Maya Alleruzzo)
ອະ​ດີດ​ປະ​ທານ​ຂອງ​ບໍ​ລິ​ສັດ ນິ​ສ​ສັນ ທ່ານ ຄາ​ລອ​ສ ໂກສ໌ນ ກ່າວ​ຄຳ​ປ​າ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນຫຼວງ ເບ​ຣຸດ, ປະ​ເທດ ເລ​ບາ​ນອນ. 8 ມັງ​ກອນ, 2020. (AP Photo/Maya Alleruzzo)

ອະ​ດີດ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ ນິ​ສ​ສັນ ທ່ານ ຄາ​ລອ​ສ ໂກສ໌ນ ໄດ້​ກ່າ​ວ​ຫາ​ບັນ​ດາ​ຜູ້​ພິ​ພາກ​ສາ ຍີ່​ປຸ່ນ ກ່ຽວ​ກັບ ການ​ປະ​ຕິ​ບັດ​ຕໍ່​ລາວ​ຢ່າງ “ໂຫດ​ຮ້າຍ” ​ຫຼັງ​ຈາກ​ການ​ຈັບ​ກຸມ​ລາວ​ໃນ​ປະ​ເທດ ຍີ່​ປຸ່ນ ແລະ ໄດ້​ກ່າວ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ດັ່ງ​ກ່າວ ແລະ ບໍ​ລິ​ສັດ​ຜະ​ລິດ​ລົດ​ນັ້ນ ​ໄດ້​ລວມ​ຫົວ​ກັນ​ບັງ​ຄັບ​ໃຫ້​ລາວ​ອອກ​ຈາກ​ຕຳ​ແໜ່ງ.

ຄຳ​ເຫັນ​ຂອງ​ທ່ານ ໂກສ໌ນ ໄດ້​ມີ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນ​ຫຼວງ ເບ​ຣຸດ ປະ​ເທດ ເລ​ບາ​ນອນ ໃນ​ວັນ​ພຸດ​ວານນີ້, ເຊິ່ງ​ແມ່ນ​ການ​ອອກ​ມາ​ກ່າວ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ລາວ​ໄດ້​ຖືກ​ຈັບ​ເມື່ອ​ເດືອນ​ພະ​ຈິກ 2018, ແລະ ເປັນ​ການ​ປາ​ກົດ​ຕົວ​ຕໍ່​ສາ​ທາ​ລະ​ນະ​ຄັ້ງທຳອິດ​ຂອງ​ລາວ ​ນັບ​ຕັ້ງ​ແຕ່ໄດ້ຫຼົບ​ໜີ​ຢ່າງ​ອົງ​ອາດ​ຈາກ ຍີ່​ປຸ່ນ ໃນ​ເດືອນ​ແລ້ວນີ້.

ທ່ານ ໂກ​ສ໌ນ ໄດ້​ກ່າວ​ວ່າ “​ເຈົ້າ​ຈະ​ຕາຍ​ໃນ ຍີ່​ປຸ່ນ ຫຼື ເຈົ້າ​ຈະ​ໜີອອ​ກ​ໄປ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ກັບ​ເປັນ​ຕົວ​ປະ​ກັນ ​ຂອງ​ປະ​ເທດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ເວ​ລາ 17 ປີ.”

ທ່ານ ໂກ​ສ໌ນ, ຜູ້​ທີ່​ມີ​ກຳ​ນົດ​ເຂົ້າ​ຮ່ວມ​ໃນ​ການ​ດຳ​ເນີນ​ຄະ​ດີ ສຳ​ລັບ​ການ​ກ່າວ​ຫາ​ກະ​ທຳ​ຜິດ​ທາງ​ການ​ເງິນ​ຢູ່​ບໍ​ລິ​ສັດ ນິ​ສ​ສັນ, ໄດ້​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ທີ່​ຈະຫຼົບ​ໜີ​ອອກ​ຈາກ ຍີ່​ປຸ່ນ ໄປ​ປະ​ເທດ ເລ​ບາ​ນອນ ທີ່ແມ່ນບ້ານ​ໃນ​ຕອນ​ເປັນ​ເດັກ​ນ້ອຍ​ຂອງ​ລາວ​ນັ້ນ “ແມ່ນ​ການ​ຕັດ​ສິນ​ໃຈ​ທີ່​ຍາກ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.”

ແຕ່​ທ່ານ​ ໂກ​ສ໌ນ ໄດ້​ກ່າວ​ວ່າ ການຫຼົບ​ໜີ​ຂອງ​ລາວ, ເຊິ່ງ​ໄດ້​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ແລະ ລາຍ​ອະ​ອຽດ ເຊິ່ງ​ລາວ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເປີດ​ເຜີຍ​ນັ້​ນ, ແມ່ນ​ຄວາມ​ຈຳ​ເປັນ​ເພື່ອພິ​ສູດ​ຄວາມບໍ​ລິ​ສຸດ​ຂອງ​ລາວ.”

ອະ​ດີດ​ຜູ້​ບໍ​ລິ​ຫານ​ໃຫຍ່​ດັ່ງ​ກ່າວ​ໄດ້​ຖືກຂໍ້​ກ່າວ​ຫາ​ໃນ ຍີ່​ປຸ່ນ ກ່ຽວ​ກັບ ການ​ລາຍ​ງານ​ລາຍ​ໄດ້​ທີ່ບໍ່​ຖືກ​ຕ້ອງ, ການ​ລະ​ເມີດ​ຄວາມ​ໄວ້​ວາງ​ໃຈ ແລະ ການ​ໃຊ້​ເງິນ​ຂອງ​ບໍ​ລິ​ສັດ​ໃນ​ທາງ​ທີ່​ຜິດ, ເປັນ​ຂໍ້​ກ່າວ​ຫາ​ທີ່​ລາວ​ໄດ້​ອະ​ທິ​ບາຍ​ວ່າ “ບໍ່​ມີ​ມູນຄວາມ​ຈິງ.”

ໃນ​ຂະ​ນະ​ທີ່​ທ່ານ ໂກ​ສ໌ນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ເບ​ຣຸດ ນັ້ນ, ຫ້ອງ​ການ​ຂອງ​ຜູ້​ພິ​ພາກ​ສາ ໂຕ​ກຽວ ກໍ​ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ຖະ​ແຫຼງ​ການ​ໄດ້​ກ່າວ​ວ່າ “ການ​ກ່າວ​ຫາ​ຂອງ​ຈຳ​ເລີຍ ທ່ານ ໂກ​ສ໌ນ ແມ່ນ​ໄດ້​ເມີນ​ເສີຍ​ກັບ​ການ​ກະ​ທຳ​ຂອງ​ລາວ​ຢ່າງ​ສິ້ນ​ເຊີງ ແລະ ການ​ກ່າວ​ຫາ​ໂດຍ​ລາວ​ຝ່າຍ​ດຽວ ກ່ຽວ​ກັບ​ລະ​ບົບ​ກົດ​ໝາຍ​ອາ​ຍາ​ຂອງ ຍີ່​ປຸ່ນ ແມ່ນ​ຮັບ​ບໍ່​ໄດ້​ຢ່າງ​ເດັດ​ຂາດ.”

ທ່ານ ໂກ​ສ໌ນ ໄດ້​ພັນ​ລະ​ນາ​ການ​ຈັບ​ກຸມ​ຂອງ​ລາວວ່າ ເປັນແຜນ​ການ​ທີ່​ເຊື່ອມ​ໂຍງ​ກັບ​ການ​ຕົກ​ຕ່ຳ​ໃນ​ຜົນ​ງານ​ດ້ານ​ການ​ເງິນ​ຂອງ​ບໍ​ລິ​ສັດ ນິ​ສ​ສັນ.

ລາ​ວ​ໄດ້​ກ່າວ​ວ່າ “ມັນ​ບໍ່​ມີ​ຄວາມ​ເຊື່ອ​ຖື” ໃນ​ຂໍ້​ສະ​ເໜີ​ຂອງ​ລາວ​ທີ່​ຈະ​ລວມ​ບໍ​ລິ​ສັດ ນິ​ສ​ສັນ ເຂົ້າ​ກັບ​ບໍ​ລິ​ສັດ​ຜະ​ລິດລົດ ເຣີ​ໂນ​ລ ຂອງ ຝ​ຣັ່ງ, ທີ່ລາວ​ກໍ​ໄດ້​ເປັນ​ປະ​ທານ​ຢູ່​ບໍ​ລິ​ສັດ​ນັ້ນ​ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG