ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ຜູ້​ປົກ​ຄອງ​ລັດ​ນິວ​ເຈີ​ຊີ ທ່ານ​ຄ​ຣິ​ສ ຄ​ຣິ​ສ​ຕີ ປະ​ກາດ​ສະ​ໝັກ​ແຂ່ງ​ຂັນ​ ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິບໍ​ດີ


ແຟ້ມ - ທ່ານ​ຄ​ຣິ​ສ ຄ​ຣິ​ສ​ຕີ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ກ່າວ​ຕໍ່​ສະ​ພາ Heritage Action for America ສຳ​ລັບຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ທີ່​ເມືອງກ​ຣີນ​ວິ​ລ ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ເມື່ອ​ວັນ​ທີ 18 ກັນ​ຍາ 2015.
ແຟ້ມ - ທ່ານ​ຄ​ຣິ​ສ ຄ​ຣິ​ສ​ຕີ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ກ່າວ​ຕໍ່​ສະ​ພາ Heritage Action for America ສຳ​ລັບຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ທີ່​ເມືອງກ​ຣີນ​ວິ​ລ ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ເມື່ອ​ວັນ​ທີ 18 ກັນ​ຍາ 2015.

ອະ​ດີດ​ຜູ້​ປົກ​ຄອງ​ລັດ​ນິວ​ເຈີ​ຊີ ທ່ານ​ຄ​ຣິ​ສ ຄ​ຣິ​ສ​ຕີ (Chris Christie) ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ປະ​ກາດ​ເລີ້ມ​ການ​ໂຄ​ສະ​ນາ​ຫາ​ສຽງ​ຢ່າງ​ເປັນ​ທາງ​ການ ​ເພື່ອລົງ​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2024 ເຂົ້າ​ຮ່ວມ​ບັນ​ດາ​ຜູ້​ສະ​ໝັກ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ຈຳ​ນວນ​ທີ່​ເພີ້ມ​ຂຶ້ນ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ທ່ານ​ຄ​ຣິ​ສ​ຕີ ຊຶ່ງ​ຮັບ​ຕຳ​ແໜ່ງ​ເປັນ​ທີ່​ປຶກ​ສາ ​ໃຫ້​ແກ່​ການ​ໂຄ​ສະ​ນາ​ຫາ​ສຽງ ​ຂອງ​ທ່ານ​ທ​ຣຳ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ປີ 2016 ແຕ່ແນວ​ໃດ​ກໍ​ຕາມ ນັບ​ແຕ່ນັ້ນ​ມາ ທ່ານ​ໄດ້​ກາຍ​ເປັນ​ຜູ້​ຕ້ອງ​ຕິ ກ່ຽວ​ກັບ​ການ​ອ້າງ​ ດ້ວຍ​ຄວາມ​ຜິ​ດ​ພາດ ​ທີ່​ວ່າ​ການ​ເລືອກ​ຕັ້ງ ​ໃນ​ປີ 2020 ໄດ້​ມີ​ການ​ສໍ້​ໂກງ​ຄະ​ແນນນັ້ນ ໄດ້​ຍື່ນ​ຄຳ​ຮ້ອງ ​ປະ​ກາດ​
ການ​ສະ​ໝັກ​ລົງ​ແຂ່ງ​ຂັນ​ຂອງ​ທ່ານ. ທ່ານ​ມີ​ກຳ​ນົດ​ ປະ​ກາດ​ການ​ລົງ​ສະ​ໝັກ​ເອົາ​ທຳ​ນຽບ​ຂາວ ໃນ​ວັນ​ອັງ​ຄານ ທີ່​ວິ​ທະ​ຍາ​ໄລ ເຊນ ແອນ​ແຊ​ລ​ມ໌ ຢູ່ທີ່​ເມືອງ​ແມນ​ແຊັ​ສ​ເຕີ ລັດ​ນິວ​ແຮມ​ເຊີ.

ທ່ານ​ຄ​ຣິ​ສ​ຕີ ຊຶ່ງ​ເຄີຍ​ເປັນ​ອະ​ດີດ​ໄອ​ຍະ​ການ​ຂອງ​ລັດ​ຖະ​ບານ​ກາງ ອາ​ຍຸ 60 ປີ ໂຕ້​ແຍງວ່າ ທ່ານ​ເປັນ​ພຽງ​ບຸກ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ອາດ​ແຂ່ງ​ຂັນ ​ດ້ວຍ​ຄວາມ​ສາ​ມາດແລະ​ຄວາມ​ເຕັມ​ໃຈ ທີ່​ຈະ​ກ່າວ​ໂຈມ​ຕີ​ທ່ານ​ທ​ຣຳ​ໂດຍ​ກົງ.

ທ່ານ​ຄ​ຣິ​ສ​ຕີ ແນວ​ໃດ​ກໍ​ຕາມ ​ບໍ່​ໄດ້​ຮັບ​ຄະ​ແນນ​ດີ​ປານ​ໃດ ໃນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ປະ​ຊາ​ຊົນມາ​ຈົນ​ຮອດ​ເວ​ລານີ້ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພວກ ​ພວກ​ທີ່​ອາດ​ຈະ​ໄປ​ປ່ອນ​ບັດໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໃນ​ການ​ຢັ່ງ​ຫາງ​ສຽງ​ຂອງ ອົງ​ກ​ານ​ຂ່າວ Reuters/Ipsos ເມື່ອ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ປຽບ​ທຽບ​ໃສ່​ກັບ​ທ່ານ​ທ​ຣຳ ຊຶ່ງ​ໄດ້​ຮັບ​ຄະ​ແນນ 49 ເປີ​ເຊັນ​ສະ​ໜັບ​ສະ​ໜຸນ ແລະ​ຜູ້​ປົກ​ຄອງ​ລັດ​ຟ​ລໍຣິ​ດາ ທ່ານ​ດີ​ແຊນ​ຕິ​ສ ໄດ້​ຮັບ 19 ເປີ​ເຊັນ.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ​ຄົນ​ອື່ນໆ ທີ່​ພວມຊອກ​ຫາ​ທາງ​ທ້າ​ທາຍ​ຕໍ່ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແມ່ນ​ຮວມ​ທັງ​ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ນິກ​ກີ ເຮ​ລີແລະ​ສະ​ມາ​ຊິກ​ສະ​ພາ​ສູງ​ທີມ ສ​ກັອດ. ອະດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌ ກໍ​ມີ​ກຳ​ນົດ ​ທີ່​ຈະ​ປະ​ກາດ ​ການ​ລົງ​ສະ​ໝັກ​ແຂ່ງ​ຂັນ​ໃນ​ວັນ​ພຸດມື້ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG