ກະຊວງຍຸຕິທຳສະຫະລັດ ກ່າວວ່າ ອະດີດເຈົ້າໜ້າທີ່ສືບສວນ ຂອງກອງທັບເຮືອສະຫະ ລັດ ໄດ້ຖືກຕັດສິນລົງໂທດໃຫ້ຕິດຄຸກ 12 ປີໃນວັນສຸກວານນີ້ ໃນຖານເປີດເຜີຍລາຍລະ ອຽດກ່ຽວກັບຂໍ້ມູນສຳຄັນໃນການປະຕິບັດກົດໝາຍເພື່ອປ້ອງກັນພະນັກງານສັນຍາຈ້າງ ຜູ້ທີ່ບໍລິສັດໄດ້ຢູ່ພາຍໃຕ້ການສືບສວນ ເພື່ອແລກປ່ຽນກັບເງິນສົດ ການເດີນທາງທີ່ຫຼູຫຼາ ແລະການບໍລິການຂອງໂສເພນີ.
ທ່ານ John Bertrand Beliveau II ອາຍຸ 47 ປີ ຈາກເມືອງ York ໃນລັດ Pennsylva- nia ຍັງໄດ້ຖືກສັ່ງໃຫ້ຈ່າຍ ເງິນ 20 ລ້ານໂດລາ ແທນຄືນ ໃຫ້ແກ່ກອງທັບເຮືອສະຫະລັດ ອີງຕາມກະຊວງຍຸຕິທຳທີ່ກ່າວວ່າ ຈຳເລີຍອາດຈະໄດ້ຮັບໂທດໂທດຕິດຄຸກໜັກທີ່ສຸດທີ່ບໍ່ ມີມາກ່ອນຕໍ່ເຈົ້າໜ້າທີ່ລັດຖະບານກາງໃນຄະດີສໍ້ລາດບັງຫລວງ.
ກະຊວງຍຸຕິທຳກ່າວວ່າ ທ່ານ Beliveau ໄດ້ຮັບສາລະພາບຜິດໃນການຊ່ວຍເຫຼືອທ່ານ Leonard Francis ທີ່ຮູ້ກັນໃນອີກຊື່ນຶ່ງວ່າ “Fat Leonard” ຫົວໜ້າບໍລິຫານຂອງອະດີດບໍລິສັດ Glenn Defense Marine Asia ຫຼື GDMAS ໂດຍນຳເອົາລາຍງານສຳ ຄັນທີ່ອະນຸຍາດໃຫ້ ທ່ານ Francis ປ້ອງກັນການສືບສວນໃນການສໍ້ໂກງກະທຳຄວາມຜິດຂອງບໍລິສັດທ່ານ.
ບໍລິສັດ GDMA ໄດ້ສະໜອງການບົວລະບັດຮັກສາ ບັນດາກຳປັ່ນລົບໃຫຍ່ຂອງສະຫະ ລັດ ເຊັ່ນການຕື່ມນໍ້າມັນ ມ້ຽນມັດສິ່ງສົກກະປົກ ແລະທຳຄວາມສະອາດຢູ່ຕາມທ່າເຮືອ ໃນທົ່ວເຂດເອເຊຍຕາເວັນອອກສຽງໃຕ້. ບໍລິສັດສັນຍາຈ້າງດັ່ງກ່າວໄດ້ຢູ່ພາຍໃຕ້ການສືບສວນໃນຖານເກັບເງິນຈາກກອງທັບເຮືອເກີນຂອບເຂດຢ່າງໜ້ອຍ 35 ລ້ານໂດລາ.
ອີງຕາມຄຳສາລະພາບແລ້ວ ທ່ານ Beliveau ຮັບຮູ້ວ່າ ທ່ານໄດ້ຊອກຫາຂໍ້ມູນລັບຂອງ ອົງການສືບສວນຂອງກອງທັບເຮືອຫຼື NCIS ຢູ່ເປັນປະຈຳ ເພື່ອລາຍງານການສືບສວນ ທີ່ພົວພັນກັບທ່ານ Francis ແລະບໍລິສັດ GDMA. ໃນຊ່ວງເວລາຫລາຍປີ ລາຍງານທີ່ທ່ານສົ່ງໃຫ້ທ່ານ Francis ໄດ້ຊ່ວຍໃຫ້ພະນັກງານສັນຍາຈ້າງຄົນນີ້ແລະບໍລິສັດຂອງຜູ້ ກ່ຽວຫລົບຫລີກຈາກການຖືກກ່າວຫາຄວາມຜິດຫລາຍຢ່າງ.
ບັນດາໄອຍະການ ກ່າວວ່າ ເຂົາເຈົ້າເຊື່ອວ່າທ່ານ Beliveau ໄດ້ສົ່ງເອກກະສານພາຍ ໃນຫລາຍຮ້ອຍສະບັບໃຫ້ທ່ານ Francis. ເພື່ອເປັນການຕອບແທນ ເຂົາເຈົ້າກ່າວວ່າ ບັນດາຜູ້ບໍລິຫານຂອງບໍລິສັດ GDMA ໄດ້ຈັດແຈງໂສເພນີໃຫ້ແກ່ທ່ານ Beliveau ສົ່ງ ເງິນສົດຟ່າງຫລວງຫລາຍເພື່ອເປັນຄ່າໃຊ້ຈ່າຍໃຫ້ແກ່ທ່ານ ແລະສົ່ງທ່ານໄປທ່ອງທ່ຽວ ອ້ອມເຂດເອເຊຍ.